Ad

Ad

24 July 2015

ຄູໂບຕ້າ ​ແລະ ໂຮງຮຽນເຕັກນິກລາວ-ເຢຍລະມັນ ຮ່ວມ​ມືເສີມສ້າງທັກສະອາຊີບໃຫ້ນັກສຶກສາລາວ



 ວັນທີ 23 ກໍລະກົດນີ້, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງ ວຽງຈັນ ໄດ້ມີພິທີລົງນາມ ລະຫວ່າງ ທ່ານ ອັກຂະຣະພົນ ວີຣະ ແສງພົງ ກຳມະການຜູ້ຈັດການ ບໍລິສັດ ຄູໂບຕ້າລາວ ຈຳກັດຜູ້ດຽວ ແລະ ທ່ານ ຄຳສະໄຫວ ຍ່ອມມິລາວົງ ຮັກສາການແທນຜູ້ອຳນວຍ ການໂຮງຮຽນເຕັກນິກລາວ-ເຢຍລະມັນເພື່ອຮ່ວມມືຈັດຕັ້ງປະຕິບັດ ໂຄງການ Kubota Regional Dual Vocational Training Program ເພື່ອຊ່ວຍສ້າງບຸກຄະລາ ກອນ ຊ່າງກົນຈັກກະສິກຳທີ່ມີຄຸນນະພາບ ແລະ ຊ່ວຍຍົກລະດັບມາດຕະ ຖານທາງດ້ານ ການສຶກສາ ໃນຫລັກສູດຊ່າງກົນຈັກກະສິກໍາ ໃຫ້ທຽບເທົ່າກັບລະດັບສາກົນ, ພ້ອມທັງ ເສີມສ້າງທັກສະໃນການສ້ອມແປງກົນຈັກ ແລະ
ການບໍລິການຫລັງການຂາຍ ເຄື່ອງ ຈັກ ແລະ ອື່ນໆ, ນອກນີ້ ບໍລິສັດ ຄູໂບຕາ ຍັງ ໄດ້ນຳເອົານັກສຶກສາ ທີ່ກຳລັງສຶກສາ ໃນຂະແໜງກ່ຽວຂ້ອງເຂົ້າຮ່ວມຝຶກງານກັບບໍລິສັດ ຄູໂບຕ້າ ເພື່ອໃຫ້ນັກສຶກສາ  ດັ່ງກ່າວໄດ້ຮຽນຮູ້ການເຮັດວຽກໃນສະຖານທີ່ຕົວຈິງ ແລະ ເຮັດວຽກຢ່າງໃກ້ຊິດກັບຜູ້ຊ່ຽວຊານ ຍົກສູງຄວາມສາມາດໃນການນຳໄປເຮັດວຽກໂຕຈິງໃນອະນາຄົດ ແລະ ພິເສດ ຖ້ານັກສຶກສາມີຄຸນສົມບັດແລະ ຄວາມອາດສາມາດດີເໝາະສົມກັບເງື່ອນບໍລິສັດ ວາງອອກ ຈະຖືກຄັດເລືອກເຂົ້າເຮັດ ວຽກກັບບໍລິສັດ ດັ່ງກ່າວນຳອີກ.
            ທ່ານ ຄຳສະໄຫວ ຍ່ອມມິລາວົງ ກ່າວວ່າ: ປັດຈຸບັນ ໂຮງຮຽນ ເຕັກນິກລາວ-ເຢຍລະມັນ ມີນັກ ສຶກສາທີ່ໃກ້ຈະສຳເລັດການສຶກສາໃນຂະແໜງ ຊ່າງກົນຈັກ ກະສິກຳ ຈຳນວນ 10 ກວ່າຄົນ ແລະ ຄັ້ງນີ້ ກໍເປັນໂອກາດດີທີ່ບໍລິສັດ ຄູໂບຕ້າ  ເຫັນຄວາມສຳຄັນ ໃນການນຳຈະເອົານັກສຶກສາເຫລົ່ານັ້ນໄປຝຶກ ງານນຳບໍລິສັດຈະໄດ້ຮຽນຮູ້ການເຮັດວຽກຕົວຈິງ ເພື່ອນຳໄປຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດໃນການເຮັດວຽກໃນອະນາຄົດຢ່າງ ມີປະສິດທິພາບສູງ.

No comments:

Post a Comment