Ad

Ad

24 July 2015

ສານປະຊາຊົນແຂວງສະຫວັນນະເຂດຕັດສີນລົງໂທດຊາວຕ່າງດ້າວກໍເຫດຄາດຕະກຳເອົາຊັບຈໍາຄຸກຕະຫລອດຊີວິດ



ແຫລ່ງຂ່າວຈາກແຂວງສະຫວັນນະເຂດລາຍງານວ່າ: ເມື່ອທ້າຍອາ ທິດຜ່ານມານີ້, ສານປະຊາຊົນແຂວງດັ່ງກ່າວ, ໄດ້ຕັດສິນລົງໂທດ ທ້າວ ຫງວຽນ ວັນຖິ່ນ ສັນຊາດ ຫວຽດນາມ ຈໍາຄຸກຕະຫລອດຊີວິດ ແລະ ທ້າວ ຄຳເພັດ ຈໍາຄຸກເປັນເວລາ 15 ປີ ພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາສົມຮູ້ຮ່ວມຄິດ ແລະ ຄາດຕະກໍາເພື່ອເອົາຊັບ, ຊຶ່ງຄະດີມີຢູ່ວ່າ: ໃນກາງເດືອນທັນວາ 2012 ​ເຈົ້າໜ້າທີ່ໄດ້ຮັບ ແຈ້ງຈາກ ພົນລະເມືອງດີວ່າ: ພົບລົດສີດຳປ້າຍທະບຽນຫວຽດນາມຈອດຢູ່ປ່າ ແລະ ມີກິ່ນ ເໝັນອອກມາຈາກລົດຄັນດັ່ງນັ້ນ, ຈຶ່ງໄດ້ລົງສັນລະສູດແລະ ພົບສົບຄົນເສຍຊີວິດໜຶ່ງຄົນຄືນາງ ວໍທິມີຫຽບສັນຊາດ ຫວຽດນາມ, ໂດຍຖືກຂອງແຂງທຸບບໍລິເວັນງ່ອນຄໍ ແລະ ຕົນຕົວຫລາຍຈຸດ, ນອກຈາກນີ້, ເຈົ້າໜ້າທີ່ຍັງກວດພົບເອກະ ສານໜີ້ສິນຕ່າງໆລະຫວ່າງຜູ້ກັບທ້າວຫງວຽນວັນ ຖິ່ນຢູ່ພາຍໃນລົດ, ຈຶ່ງໄດ້ເກັບໄວ້ເປັນຫລັກຖານສໍາຄັນໃນ ການສືບ
ສວນ-ສອບສວນເຫດການຄາດຕະກໍາຄັ້ງນີ້ ແລະ ຕົກມາຮອດວັນທີ 31 ທັນວາ 2012 ເຈົ້າໜ້າທີ່ຈຶ່ງ ໄດ້ຈັບທ້າວ ຫງວຽນວັນຖິ່ນ ແລະ ທ້າວຄຳເພັດຖືກເຈົ້າໜ້າທີ່ຈັບຕົວໄດ້ໃນວັນທີ 21 ເມສາ 2013 ມາດໍາເນີນຄະດີຕາມລະບຽບກົດ ໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນວາງ ແຜນລັກເອົາເງິນ ຂອງນາງ ວໍທິມີຫຽບ ເພາະລາວມັກຖືເງິນຫລາຍເພື່ອມາຄ້າຂາຍ ແລະ ເອົາເງິນໄວ້ ໃນຖົງເງິນຢູ່ຫລັງເບາະລົດ, ໃນມື້ເກີດເຫດທ້າວ ຫງວຽນ ວັນຖິ່ນ ໄດ້ຕວົະຜູ້ຕາຍວ່າ ທ້າວ ຄຳເພັດ ໄດ້ເບິ່ງສະຖານທີ່ຊື້ຂາຍໄມ້ກ່ອນແລ້ວ, ທັງສອງຈຶ່ງໄດ້ຂຶ້ນລົດນຳໄປ, ຈາກນັ້ນ ທ້າວ ຫງວຽນ ວັນຖິ່ນ ໄດ້ຂັບລົດພາເຂົ້າໄປທາງຫ້ວຍອາໄກໂດຍຕົວະວ່າເປັນທາງ ລັດເຂົ້າເມືອງວິລະບູລີ ພໍຮອດບໍລິເວນ ທາງສາມແຍກ ຜູ້ຕາຍເຫັນທາງຍາກ ແລະ ມີຫ້ວຍຈຶ່ງຈອດລົດໃຫ້ ທ້າວ ຫງວຽນ ວັນຖິ່ນ ປ່ຽນມາ ນັ່ງເບາະຫລັງແລ້ວລ້ຽວລົດກັບຄືນ, ຂະນະນັ້ນ ທ້າວ ຫງວຽນ ວັນຖິ່ນ ກໍຄົ້ນຫາເງິນໃນຖົງຂອງຜູ້ຕາຍ, ແຕ່ຜູ້ຕາຍເຫັນເວົ້າວ່າ: ເຈົ້າຕົວະຂ້ອຍມາເບິ່ງໄມ້ເພື່ອຢາກລັກເງິນຂອງຂ້ອຍຈະລາຍງານເຈົ້າໜ້າທີ່ ແລະ ບອກເຖົ້າແກ່ໄມ້ ບໍ່ໃຫ້ຄ້າຂາຍນຳ, ຈາກນັ້ນ ທ້າວ ຫງວຽນ ວັນຖິ່ນ ຈຶ່ງເອົາກະແຈແປງລົດຂະໜາດໃຫຍ່ທຸບເຂົ້າບໍລິເວນງ່ອນໜຶ່ງ ບາດຈົນໝົດສະຕິແລ້ວດຶງຜູ້ຕາຍມາໄວ້ຢູ່ເບາະກາງ ແລະເມື່ອເຫັນຜູ້ຕາຍຍັງມີສະຕິຢູ່ກໍເອົາກະແຈທຸບຕື່ມອີກ ຫລາຍບາດຈົນເຮັດໃຫ້ເສຍຊີວິດ.

No comments:

Post a Comment