Ad

Ad

23 July 2015

ພັນລະຍາຮອງປະທານາທິບໍດີສະຫະລັດອາເມລິກາຢ້ຽມຢາມລາວ



ໃນລະຫວ່າງວັນທີ 21 – 22 ກໍລະກົດນີ້, ທ່ານ ດຣ ນາງ ຈິວ ໄບເດັນ ພັນລະຍາ ທ່ານ ໂຈ ໄບເດັນ ຮອງປະທາ ນາທິບໍດີສະຫະລັດອາເມລິ ກາພ້ອມຄະນະ, ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງ ອົບອຸ່ນ ແລະ ເຂົ້າພົບປະກັບ ການນໍາຂັ້ນສູງຂອງລາວຄື ພົບປະກັບທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາດຣພັນຄໍາວິ ພາວັນຢູ່ຫ້ອງວ່າການລັດຖະບານ ແລະ ທ່ານ ວິໄລວົງ ບຸດດາຄໍາ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນກ່ຽວກັບການພັດທະ ນາວຽກງານການສຶກສາ, ໂດຍສະເພາະການສຶກສາສໍາລັບໄວໜຸ່ມຍິງ, ການສົ່ງເສີມດ້ານສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍເພື່ອໃຫ້ພວກເຂົ້າໄດ້ເຖິງລະບົບການສຶກສາທີ່ມີຄຸນນະພາບ ແລະ ຕາໜ່າງການບໍລິການດ້ານສາທາລະນະສຸກດີຂຶ້ນກວ່າເກົ່າ.

ນອກຈາກນີ້, ທ່ານນາງ ຈິວ ໄບເດັນ ແລະ ຄະນະຍັງໄດ້ໄປຢ້ຽມຢາມສູນພັດທະນາແມ່ຍິງພິການ ລາວ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄປຢ້ຽມຢາມແຂວງຫລວງພະບາງເພື່ອ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນາທໍາຂອງຊາດຈໍານວນໜຶ່ງ. ການຢ້ຽມ ຢາມຂອງຄະນະຜູ້ແທນດັ່ງກ່າວມີຂຶ້ນໃນທ່າມກາງບັນຍາກາດທີ່ສອງຝ່າຍພວມກະກຽມສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີໃນປີ 2015 ນີ້.
ກ່ອນເດີນທາງມາຢ້ຽມຢາມລາວຄັ້ງນີ້, ທ່ານນາງ ຈິວ ໄບເດັນ ແລະ ຄະນະ, ໄດ້ເດີນທາງໄປຢ້ຽມ ຢາມ ສ.ເກົາຫລີ ແລະ ສສ ຫວຽດນາມ ແລ້ວໃນລະຫວ່າງວັນທີ 16-20 ກໍລະກົດຜ່ານມາ ແລະ ຈະເດີນທາງໄປຢ້ຽມຢາມປະເທດຍີ່ປຸ່ນໃນລະ ຫວ່າງວັນທີ 22-23 ກໍລະກົດນີ້, ເຊິ່ງການຢ້ຽມຢາມ ແຕ່ລະປະເທດແມ່ນຈະເນັ້ນໃສ່ການສະໜັບສະໜູນວຽກງານການພັດທະນາ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແກ່ແມ່ຍິງ ແລະ ວຽກງານການສຶກສາຢ່າງແຂງແຮງ.

No comments:

Post a Comment