Ad

Ad

23 July 2015

ປະທານ​ປະ​ເທດ​ຫວຽດນາມ ມອບ​ຂອງ​ຂວັນ​ໃຫ້​ແຂວງ​ຫລວງ​ພະ​ບາງ ​ແລະ ຫົວພັນ



ພິທີມອບຂອງຂວັນຂອງປະທານປະເທດ ສສ ຫວຽດນາມເຈືອງເຕິນຊາງໃນມູນຄ່າ 55 ຕື້ດົງຫວຽດນາມໃຫ້ແກ່ແຂວງເພື່ອສ້າງຫໍວັດທະນະທຳແລະໂຮງຮຽນອານຸບານຕົວແບບທີ່ແຂວງຫົວພັນໄດ້ມີຂຶ້ນໃນວັນທີ 22 ກໍລະກົດນີ້ ລະຫວ່າງທ່ານ ຫງວຽນແມ໋ງຮຸ່ງເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳລາວແລະ ທ່ານ ຄຳແພງ​ ​ໄຊສົມແພງເຈົ້າແຂວງຫລວງພະບາງ, ທ່ານ ຈັນແສງ ພົມມະວົງ ຮອງເຈົ້າແຂວງຫົວພັນ.
          ທ່ານທູດຫວຽດນາມໃຫ້ຮູ້ວ່າ: ບ້ວງເງິນຂອງຂວັນດັ່ງກ່າວ ຈຳນວນ 40 ຕື້ດົງແມ່ນມອບໃຫ້ແຂວງຫລວງພະບາງເພື່ອສ້າງຫໍວັດທະນະທຳຂອງແຂວງແລະ 15 ຕື້ດົງແມ່ນມອບໃຫ້ແຂວງຫົວພັນເພື່ອສ້າງໂຮງຮຽນອານຸບານຕົວແບບ.

          ບ້ວງເງິນນີ້ແມ່ນໄດ້ມາຈາກການປະກອບສ່ວນຂອງພະນັກງານ, ລັດຖະກອນແລະ ກຳມະກອນບໍລິສັດ ຮວາງແອງຢາລາຍ, ບໍລິສັດຫຸ້ນສ່ວນສິນໃນນ້ຳຮຸ່ງເວືອງ, ສະຫະບໍລິສັດ​ 36 ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ບໍລິສັດຫຸ້ນສ່ວນຕະຫລາດຫລັກສັບໄຊງ່ອນ, ທະນາຄານການຄ້າກະຊວງອຸດສາຫະກຳ-ການຄ້າຫວຽດນາມ, ທະນາຄານຫວຽດຕິນແບ໋ງແລະ ສະຫະວິນກຣຸບ (Vingroup). ນີ້ແມ່ນຂອງຂວັນຈາກໃຈຈິງຂອງພັກ, ລັດຖະບານແລະ ສ່ວນຕົວຂອງທ່ານປະທານປະເທດເຈືອງເຕິນຊາງແລະ ອ້າຍນ້ອງກຳມະກອນບັນດາບໍລິສັດດັ່ງກ່າວທີ່ມີຕໍ່ປະຊາຊົນຫລວງພະບາງ, ​ແຂວງຫົວພັນ ກໍຄືປະຊາຊົນລາວທົ່ວປະເທດ.
         ໃນໂອກາດນີ້, ທ່ານຄຳແພງໄຊສົມແພງແລະ ທ່ານ ຈັນແສງ ພົມມະວົງໄດ້ຜັດປ່ຽນກັນກ່າວສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຂອງຂວັນອັນລ້ຳຄ່າດັ່ງກ່າວແລະ ມັນມີຄວາມໝາຍອັນໃຫຍ່ຫລວງຕໍ່ການເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືແບບພິເສດແລະ ຮອບດ້ານລະຫວ່າງສອງພັກ, ລັດຖະບານແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແຕກດອກອອກຜົນງອກງາມຍິ່ງໆຂຶ້ນແລະໃຫ້ຄຳສັນຍາວ່າຈະນຳໃຊ້ບ້ວງເງິນຂອງຂວັນອັນໃຫຍ່ຫລວງນີ້ໃຫ້ເກີດປະໂຫຍດສູງສຸດ.

No comments:

Post a Comment