Ad

Ad

23 July 2015

ຮອງປະທານສະພາແຫ່ງຊາດສະແດງຄວາມຍິນດີຕໍ່ຄວາມຄິດເຫັນຜ່ານສາຍດ່ວນສະພາ



ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດຄວບຕຳ ແໜ່ງຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ຕະ ຫລອດໄລຍະຂອງການດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ແຕ່ວັນທີ 1 - 21 ກໍລະກົດນີ້, ມີປະຊາຊົນສົ່ງຄວາມຄິດເຫັນຜ່ານໂທລະສັບສາຍດ່ວນທັງໝົດ 1.245 ເລື່ອງ ແລະ ໄດ້ຮັບຄຳສະເໜີເປັນເອກະສານຈຳນວນ 29 ສະບັບ, ຕໍ່ຂໍ້ມູນ ແລະ ຄຳສະເໜີດັ່ງກ່າວສະພາແຫ່ງຊາດໄດ້ສັງລວມເປັນຄຳຊັກຖາ ມຕໍ່ພາກສ່ວນ ກ່ຽວຂ້ອງ ແລະ ເປັນຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດໃນການປະກອບຄຳເຫັນຕໍ່ເນືອໃນຕ່າງໆ ແລະ ອີກສ່ວນໜຶ່ງໄດ້ສັງ ລວມໃຫ້ບັນດາກະຊວກ່ຽວຂ້ອງມາຊີ້ແຈງຕອບຂໍ້ຂ້ອງໃຈຜ່ານສື່ມວນຊົນ.

             ຮອງປະທານສະພາແຫ່ງຊາດ ກ່າວວ່າ: ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຫລາຍຄັ້ງຜ່ານມາ, ສັງ ເກດເຫັນວ່າໄດ້ມີພະນັກງານລັດຖະກອນ, ທະຫານ, ຕຳຫລວດ, ນັກ ຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງານ, ພໍ່ຄ້າຊາວຂາຍ ກໍຄືປະຊາຊົນບັນ ດາເຜົ່າໃນທົ່ວປະເທດໄດ້ໃຫ້ການຕິດຕາມການດຳເນີນກອງປະຊຸມຜ່ານສື່ມວນຊົນຕ່າງໆຢ່າງໃກ້ຊິດ ເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບຫລາຍຂຶ້ນ, ເຊິ່ງມັນສະແດງອອກຜ່ານການສະເໜີ ຄຳຄິດເຫັນທີ່ດີ ແລະ ມີປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມເຂົ້າມາກອງປະຊຸມຜ່ານ ສາຍດ່ວນສະພາມີຈຳນວນເພີ່ມຂຶ້ນ ແລະ ຖືກຕ້ອງຕາມມາດຕາ 41 ຂອງລັດຖະທຳມະນູນແຫ່ງ ສປປ ລາວ ກ່ຽວກັບສິດຂອງພົນລະເມືອງໃນການສະເໜີຄວາມເຫັນຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ພົວ ພັນເຖິງສິດ ແລະ ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນ.

No comments:

Post a Comment