Ad

Ad

23 July 2015

ກະຊວງກະສິກຳວາງມາດຕະການຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ ໃນສົກປີ 2014-2015



ວັນທີ 22-23 ກໍລະກົດນີ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດ ກອງປະຊຸມ ຕີລາການຜະລິດລະດູແລ້ງ ແລະ ແຜນຜະລິດລະດູຝົນ 2015 ຂຶ້ນ, ຢູ່ສະຖານ ບັນຄົ້ນຄວ້າກະສິກຳແຫ່ງຊາດນະຄອນ ຫຼວງວຽງຈັນ,  ໂດຍການເປັນປະທານ ຂອງທ່ານ ວິໄລວັນ ພົມຂົມ ລັດຖະມົນຕີວ່າການກະຊວງດັ່ງກ່າວ, ພ້ອມຫົວພະ ແນກກະສິກຳ ແລະ ປ່າໄມ້ແຂວງ ນະຄອນຫຼວງ, ໃນທົ່ວປະເທດເຂົ້າຮ່ວມຢ່າງ ພ້ອມພຽງ.
            ປະທານກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມປຶກສາຫາລືທີ່ມີລັກສະນະວິຊາການ​, ​ເຊິ່ງຈະໄດ້ສະຫລຸບຕີລາຄາຜົນຂອງການຜະລິດລະດູແລ້ງໃນສົກປີຜ່ານມາ ອັນ​​ໃດເຮັດໄດ້ແລະ ບັນຫາທີ່ຍັງຄົງຄ້າງຍ້ອນສາເຫດອັນໃດ ? ​ໂດຍສະເພາະການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຜະລິດເຂົ້າ ໃຫ້ບັນລຸ  4,2 ລ້ານໂຕນໃນສົກປີ 2014-2015. ນອກນັ້ນ ກອງປະຊຸມຍັງຈະໄດ້ພ້ອມກັນຕີລາຄາຄືນກ່ຽວກັບວຽກງານເຮັດທົດລອງ 3 ສ້າງໃນຂົງເຂດກະສິກຳແລະ ປ່າໄມ້ໃນ
ທ້າຍປີ 2015 ນີ້. ເພື່ອຍົກໃຫ້ເຫັນດ້ານຕັ້ງໜ້າ, ຂໍ້ຄົງຄ້າງແລະບົດຮຽນຕ່າງໆຈາກ​​ການຈັດຕັ້ງ ປະຕິບັດແຜນພັດທະນາກະສິກຳແລະ ປ່າໄມ້ໃນ 6 ​ເດືອນຕົ້ນປີ 2015 ກໍຄືສະພາບການຜະລິດເຂົ້ານາແຊງບັນລຸໄດ້ປະມານ 520.000 ​ໂຕນເຊິ່ງຄາດໝາຍທີ່ວາງໄວ້ແມ່ນ 650.000 ​ໂຕນເຫັນວ່າຫລຸດ ຄາດໝາຍ 130.000 ​ໂຕນ. ແຕ່ເຖິງແນວໃດ ພວກເຮົາກໍໄດ້ສຳເລັດວັດຖຸປະສົງໃນລະດັບໜຶ່ງຂອງການປະຕິບັດແຜນງານຄ້ຳປະກັນສະບຽງອາຫານ,  ວຽກງານຜະລິດເປັນສິນຄ້າແລະ ອັນສຳຄັນຮີບດ່ວນແມ່ນຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າປັບປຸງດ້ານນະໂຍບາຍໃຫ້ລະອຽດຊັດເຈນ ເພື່ອສາມາດນຳໄປຈັດຕັ້ງປະຕິບັດມີປະສິດທິຜົນແລະ ປັບປຸງນິຕິກຳທີ່ມີຢູ່ແລ້ວໃຫ້ແທດເໝາະກັບສະພາບ, ​ເງື່ອນໄຂ, ຈຸດພິເສດຂອງ ສປປ ລາວເຮົາທັງແທດເໝາະກັບບັນດາສົນທິສັນຍາສາກົນທີ່ລາວເຮົາໄດ້ເຂົ້າຮ່ວມເປັນພາຄີ.
        ປະທານກ່າວວ່າ: ຈາກຜົນໄດ້ຮັບແລະ ສິ່ງທ້າທາຍດັ່ງກ່າວນັ້ນ, ​ໃນກອງປະຊຸມປຶກສາຫາລືຄັ້ງນີ້ ຈຶ່ງມີຄຳຖາມເຈາະຈິ້ມສະເໜີໃຫ້ບັນດາທ່ານສຸມໃສ່ບາງວຽກຕົ້ນຕໍດັ່ງນີ້:
        1. ການຈັດຕັ້ງປະຕິບັດການຜະລິດລະດູແລ້ງໄດ້ຕາມຄາດໝາຍຄືແນວໃດ ? ຍ້ອນເຫດຜົນອັນໃດແທ້ແລະໃນໄລຍະລະດູຝົນນີ້ໄດ້ມີແຜນການປູກເຂົ້ານາປີຈັກເຮັກຕາ, ​ໃຫ້ຢັ້ງຢືນຄືນເນື້ອທີ່ນາປີທີ່ກົມປູກຝັງສັງລວມມີທັງໝົດ 787.560 ​ເຮັກຕາໃນຂອບເຂດທົ່ວປະເທດ, ຄວາມອາດສາມາດຫົດນ້ຳຊົນລະປະທານໄດ້ເທົ່າໃດ ? ຄວາມອາດສາມາດຂະຫຍາຍຕື່ມອີກໄດ້ເທົ່າໃດ?  ການກຳນົດຈຸດສຸມການຜະລິດໃນທົ່ວແຂວງມີເນື້ອທີ່ເທົ່າໃດ ?.
        2. ການຜະລິດແນວພັນເຂົ້າຜ່ານມາເປັນແນວໃດ ? ພຽງພໍແລ້ວບໍ່ ? ຢູ່ຈຸດໃດແດ່ການນຳໃຊ້ເງິນບ້ວງ 50 ຕື້ກີບ ເພື່ອຜະລິດແນວພັນແຕ່ລະລຸ້ນເປັນຄືແນວໃດ ? ​ແລະເຂດຈຸດສຸມເພື່ອຍົກສະມັດຖະພາບການຜະລິດເຂົ້າຕິດພັນກັບການປັບປຸງດິນເຮັດຄືແນວໃດ ? ການນຳໃຊ້ເຕັກນິກຈະສຸມໃສ່ອັນໃດ​? ເປັນຕົ້ນແມ່ນນາຍອດນາຫວ່ານ, ນາດຳຕ່າງໆ.
       3. ບັນດາໂຄງການຊົນລະປະທານທີ່ໄດ້ຟື້ນຟູສ້ອມແປງບ້ວງງົບປະມານ 100 ຕື້ກີບແຕ່ລະແຂວງໄດ້ປະຕິບັດສຳເລັດ ຫລື ບໍ່ແລະ ປະຊາຊົນຢູ່ເຂດດັ່ງກ່າວໄດ້ຄຸ້ມຄອງ, ນຳໃຊ້ເຮັດການຜະລິດແທ້ບໍ່ ?.
        4. ຖອດຖອນບົດຮຽນກ່ຽວກັບການນຳໃຊ້ເຕັກນິກການເຮັດນາຢອດ, ນາຫວ່ານແລະ ອື່ນໆ ຕິດພັນກັບການຈັດຕັ້ງກຸ່ມຜະລິດລວມທັງກົນໄກການຈັດຕັ້ງຄຸ້ມຄອງສູນ, ສະຖານີແລະ ໜ່ວຍບໍລິການຢູ່ພາຍໃນແຂວງຂອງຕົນໄດ້ມີປະສິດທິຜົນແນວໃດແລະ ຕໍ່ໜ້າຈະປັບປຸງຄືແນວໃດ ?.
        5. ​ໄດ້ກຳນົດມາດຕະການຕ້ານແລ້ງ-ຕ້ານຖ້ວມສຳລັບການຜະລິດລະດູຝົນນີ້ແນວໃດ?.
        6. ການນຳໃຊ້ກົນຈັກເຂົ້າໃນການຜະລິດນັບທັງການປັບປຸງພື້ນທີ່ນາໄຮ່ນ້ອຍໃຫ້ເປັນນາໄຮ່ໃຫຍ່ຕາມເງື່ອນໄຂ, ຈຸດພິເສດຂອງແຕ່ລະເຂດແຄວ້ນໄດ້ດຳເນີນການຄືແນວໃດ ?.
        7. ການກຳນົດມາດຕະການເຝົ້າລະວັງການລະບາດຂອງພະຍາດພືດ, ພະຍາດສັດແຕ່ລະແຂວງໄດ້ກຳນົດແນວໃດ ?.
        8. ສຳລັບ 10 ​ແຂວງຈຸດສຸມຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານໄດ້ມີການກະກຽມຄວາມພ້ອມແນວໃດແລ້ວ.
        9. ວຽກງານສົ່ງເສີມການປູກໄມ້ແລະ ຟື້ນຟູປ່າແຕ່ລະແຂວງໄດ້ປູກຢູ່ເຂດໃດ ? ​ແລະ ທິດທາງມາດຕະການເພື່ອປົກປັກຮັກສາປ່າໄມ້ເພື່ອຮັກສາຄວາມດຸ່ນຊີວະນາໆພັນຕິດພັນກັບການທ່ອງທ່ຽວຄືແນວໃດ ?. ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາທ່ານທຸກຄົນໃຫ້ຕັ້ງໜ້າປະກອບສ່ວນໃນກອງປະຊຸມຄັ້ງນີ້ໃຫ້ໄດ້ຮັບຜົນດີແລະໃຫ້ໄດ້ຕາມຈຸດປະສົງແລະ ລະດັບຄາດໝາຍຈຶ່ງຂໍໃຫ້ບັນດາທ່ານລາຍງານຕໍ່ກອງປະຊຸມແບບສັງລວມ, ​ແຕ່ມີເນື້ອໃນຊັດເຈນ ມີການວິເຄາະ ວິໄຈບັນຫາຢ່າງມີວິທະຍາສາດໂດຍໃຫ້ເນັ້ນໃສ່ບັນຫາພົ້ນເດັ່ນ, ບັນຫາຄົງຄ້າງແລະ ທິດທາງແກ້ໄຂໃນຕໍ່ໜ້າໃຫ້ປາກົດຜົນເປັນຈິງ  ແລະ ອັນສຳຄັນແມ່ນຈະເຮັດແນວໃດເພື່ອບັນລຸໂຕເລກຄາດໝາຍສູ້ຊົນການຜະລິດນາປີບໍ່ໃຫ້ຫລຸດ 3,35 ລ້ານໂຕນ​, ​ໃຫ້ແຕ່ລະແຂວງ ນຳພາຊ່ວຍເຫລືອປະຊາຊົນໃຫ້ຮູ້ຈັກເຮັດການຜະລິດປູກ-ລ້ຽງດ້ວຍເຂົາເຈົ້າເອງຢ່າງແທ້ຈິງ, ໂດຍສົມທົບກັບອຳນາດການປົກຄອງບ້ານແລະ ກຸ່ມບ້ານ ລວມທັງຜູ້ປະກອບການເພື່ອເຂົ້າມາມີສ່ວນຮ່ວມຊ່ວຍປະຊາຊົນໃນການຜະລິດຕົວຈິງ ໂດຍສະເພາະການສະໜອງຝຸ່ນປຸ໋ຍຕ່າງໆຕະຫລອດຮອດແນວພັນ.

No comments:

Post a Comment