Ad

Ad

23 July 2015

ສຳມະນາກະກຽມຄວາມພ້ອມຕໍ່ການເຂົ້າເປັນປະຊາຄົມອາຊຽນຂອງ ສປປ ລາວ



ວັນທີ 22 ກໍລະກົດນີ້, ກະຊວງການຕ່າງປະເທດຮ່ວມກັບສະຖານ ທູດອົດສະ ຕຣາລີປະຈຳລາວ ແລະ ມູນນິທິອາຊີ, ຈັດກອງປະຊຸມ ສຳມະນາກ່ຽວກັບການກະ ກຽມຄວາມພ້ອມຂອງ ສປປ ລາວ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນປີ 2016, ຂຶ້ນຢູ່ໂຮງແຮມເສດຖາປາລາດ ນະຄອນຫຼວງວຽງຈັນ ເພື່ອລົງເລິກດ້ານ ເສົາຄ້ຳປະຊາຄົມການເມືອງ ແລະ ຄວາມໜັ້ມຄົງຂອງອາຊຽນ ໂດຍການເຂົ້າຮ່ວມຂອງທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າ ການກະຊວງການ ຕ່າງປະເທດ, ທັງເປັນຫົວໜ້າເຈ້າໜ້າທີ່ອາວຸໂສອາຊຽນຂອງລາວ, ພ້ອມດ້ວຍຜູ້ຕ່າງໜ້າຈາກສະຖານ ທູດອົດສະຕຣາລີ, ມູນນິທິ ອາຊີ ແລະ ຜູ້ຕ່າງໜ້າຈາກກະຊວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ 70 ທ່ານ.

ລັດຖະມົນຕີຊ່ວຍກະຊວງການຕ່າງປະເທດກ່າວວ່າ: ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມສຳມະນາ ຄວາມເຂົ້າໃຈແຈ້ງຕໍ່ສະພາບການຜັນແປຂອງພາກພື້ນ ແລະ ສາກົນ, ລວມທັງການຮ່ວມກັນ ຂອງກຸ່ມພາກພື້ນຕ່າງໆໃນການສົ່ງເສີມຄວາມມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງພາກພື້ນ ເນື່ອງຈາກວ່າ: ສະພາບການຂອງພາກພື້ນ ແລະ ສາກົນ ໄດ້ປ່ຽນແປງໄປຢ່າງສະຫລັບຊັບຊ້ອນ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆສຳລັບອາຊຽນ, ເປັນຕົ້ນແມ່ນບັນຫາອາຊະຍາກຳຂ້າມຊາດ, ໄພພິບັດທາງທຳມະຊາດ, ການເຄື່ອນຍ້ານຄົນ ແບບຜິດປົກກະຕິ, ຂໍ້ຜິດພາດທາງດ້ານ  ເຂດແດນ, ການກໍ່ການຮ້າຍ ແລະ ການແຂ່ງຂັ້ນສະຫວ່າງ ປະເທດມະຫະອຳນາດເປັນຕົ້ນ, ພ້ອມນັ້ນທ່ານຍັງໄດ້ສະເໜີໃຫ້ຜູ້ທີ່ເຂົ້າຮ່ວມສຳມະນາປຶກສາຫາລື ແລະ ລະດົມຄວາມຄິດ ເຫັນກ່ຽວກັບວິທີການຫຼືມາດຕະການເພື່ອຮັບມືກັບບັນຫາດັ່ງກ່າວໃນໂອກາດທີ່ ສປປລາວ ຈະເຂົ້າເປັນປະຊາຄົມອາຊຽນໃນປີ 2016 ທີ່ຈະມາເຖິງ.
ໃນການສຳມະນາທ່ານ ອົງເກງ ປົ້ງ ອານຸເລຂາທິການໃຫຍ່ອາຊຽນຍັງໄດ້ສະເໜີກ່ຽວກັບ ການປ່ຽນແປງຂອງສະພາບອາກາດ ແລະ ການພົວພັນສະຫວ່າງປະເທດມະຫາອຳນາດ, ສະພາບ ການອາຊຽນກ່ອນປີ 2015  ແລະ ການຄາດຄະເນອາ ຊຽນຫຼັງປີ 2015, ວິວັດທະນາການຂອງ ໂຄງສ້າງພາກພື້ນ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016, ໂດຍສະເພາະບູລິມະສິດ ແລະ ສິ່ງທ້າທາຍສຳລັບອາຊຽນໃນຕໍ່ໜ້າ, ຊຶ່ງອາດຈະສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ ອາຊຽນໃນປີ 2016 ກໍຄືໄລຍະທີ່ ສປປ ລາວ ເຂົ້າເປັນປະຊາຄົມເສດຖະກິດອາຊຽນ.

No comments:

Post a Comment