Ad

Ad

23 July 2015

ລັດຖະມົນຕີ​ຊ່ວຍ​ກະຊວງ​ການ​ຄ້າ ຊີ້​ແຈງ​ເລື່ອງ​ລາຄາ​ຢາງພາລາ​ຕົກ​ຕ່ຳ ບໍ່​ມີ​ຕະຫລາດ​ຮອງ​ຮັບ​ແມ່ນ​ຍ້ອນ​ຜູ້​ຜະລິດ​ບໍ່​ເປັນ​ເຈົ້າ​ການ



     ທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະ ກຳແລະ ການຄ້າໄດ້ຕອບຂໍ້ຂ້ອງໃຈຂອງປະຊາຊົນທີ່ໂທລະສັບຜ່ານສາຍດ່ວນສະພາແຫ່ງຊາດເຊິ່ງມີຫລາຍໆບັນຫາ, ​ໃນນີ້ ປະຊາຊົນບ້ານໜອງບົວແດງ, ​ເມືອງຮຸນແຂວງອຸດົມໄຊ ສະເໜີບັນຫາຢ່າງພາລາ ບໍ່ມີຕະຫລາດຮອງຮັບ. ຕໍ່ບັນຫາດັ່ງກ່າວ ທ່ານໄດ້ຊີ້ແຈງວ່າ: ​ໃນໄລຍະຜ່ານມາ ລາຄາຢາງພາລາຕົກຕ່ຳຫລາຍ, ​ເນື່ອງຈາກຄວາມຮຽກຮ້ອງຕ້ອງການຕະຫລາດຫລຸດລົງ, ສົ່ງຜົນກະທົບຕໍ່ຜູ້ປະກອບການຢ່າງໜັກໜ່ວງແລະໄດ້ສ້າງຄວາມຕ່ຳຄ້ອຍນ້ອຍໃຈໃຫ້ຊາວສວນບໍ່ໜ້ອຍ, ຍ້ອນວ່າປະຊາຊົນ​​ໃນແຂວງພາເໜືອໄດ້ພາກັນຫັນມາປູກຢາງພາລາຫລາຍສົມຄວນ, ​ໂດຍສະເພາະແຂວງຫລວງນ້ຳທາ, ອຸດົມໄຊແລະແຂວງວຽງຈັນ. ​ໃນໄລຍະເລີ່ມຕົ້ນ ລາຄາຢາງແມ່ນສູງສົມຄວນແຕ່ຕົກມາປີກາຍນີ້ເຫັນວ່າລາຄາຢາງຫລຸດລົງຫລາຍ ສະເລ່ຍ 6-7 ພັນກີບ/ກິໂລ, ​ແຕ່ກໍຍັງບໍ່ມີຜູ້ຊື້ ຍ້ອນ​ 2 ​ເຫດຜົນຄື: ບໍ່ທັນເຖິງເວລາທີ່ພໍ່ຄ້າມາຊື້ເທື່ອແລະ ຊາວສວນຢາງເອງ ຍັງຂາດຂໍ້ມູນດ້ານຕະຫລາດບໍ່ຮູ້ຈະໄປຂາຍໃຫ້​​​ໃຜ.

     ທ່ານກ່າວຕື່ມວ່າ: ​ເພື່ອແກ້ໄຂບັນຫາດັ່ງກ່າວ ທາງກະຊວງການຄ້າໄດ້ມອບໃຫ້ເຈົ້າຂອງສວນຢາງພາລາເຂົ້າໄປຫາພະແນກອຸດສາຫະກຳແລະ ການຄ້າແຂວງ ຫລືຫ້ອງການການຄ້າເມືອງເພື່ອໃຫ້ເຈົ້າໜ້າທີ່ກ່ຽວຂ້ອງແນະນຳໃຫ້ບັນດາບໍລິສັດຂອງຈີນ, ​ໂຮງງານປຸງແຕ່ງຢ່າງພາລາຂອງຈີນ ທີ່ມາຕັ້ງຢູ່ແຂວງອຸດົມໄຊ ຫລືແຂວງໃກ້ຄຽງມາເກັບຊື້, ພ້ອມດຽວກັນນັ້ນເຈົ້າຂອງສວນທີ່ກີດຢາງພາລາ ກໍຕ້ອງເປັນເຈົ້າການໃນເວລາຜະລິດສິນຄ້າ ຫລື ກີດຢາງກໍຕ້ອງມີ​​ເປົ້າໝາຍຂອງຕົນເອງເພື່ອຜະລິດອອກແລ້ວ ຈະຂາຍໃຫ້ໃຜ​, ຂາຍລາຄາເທົ່າໃດ​​ ​ແລະເວລາໃດ? ​ແລະ ຕ້ອງກຳຈຸດພິເສດຂອງລາຄາການເກັບຊື້ຢາງໃນທ້ອງຖິ່ນນັ້ນໆເຊິ່ງພັກ-ລັດຖະບານເຮົາ ກໍໄດ້ແນະນຳຢ່າງລະອຽດແລ້ວ, ​ໂດຍສະ​​ເພາະການຜະລິດສິນຄ້າ ກໍຕ້ອງຕິດພັນກັບຕະຫລາດແລະ ຕ້ອງເປັນເຈົ້າການຕົນເອງ. ພ້ອມນີ້ ຊາວສວນຢາງກໍຕ້ອງມີຄວາມຮູ້ເລື່ອງການຕະຫລາດຖ້າປີໃດລາຄາຢາງຕົກຕ່ຳ, ບໍ່ຄຸ້ມຄ່າໃນການຈ້າງແຮງງານ ກໍບໍ່ຕ້ອງກີດຢາງ ລໍຖ້າໄວ້ລະດູການຕໍ່ໄປເນື່ອງຈາກອາຍຸການ​​ໃຊ້ງານຂອງຕົ້ນຢາງ ມີເຖິງ 40 ປີ. ຄຽງຄູ່ກັນນີ້ ທາງກະຊວງອຸດສາຫະກຳແລ ການຄ້າ ກໍໄດ້ຊອກຫາວິທີ​​ເພື່ອຊ່ວຍຊາວສວນໂດຍການນຳເອົາຢາງມາປຸງແຕ່ງໃຫ້ເປັນຜະລິດຕະພັນເຄິ່ງສຳເລັດຮູບຫລື ສຳເລັດຮູບເພື່ອໃຫ້​​ໄດ້ຮັບຄຸນນະພາບຂອງຢ່າງແລະ ຫລີກເວັ້ນລາຄາຕົກຕ່ຳອີກດ້ວຍ.

No comments:

Post a Comment