Ad

Ad

23 July 2015

ບໍ່​ຄຳເຊໂປນ​ເລັ່ງປ່ຽນທໍ່ນ້ຳເປື້ອນແທນທໍ່​ເກົ່າ​ແຕກ​ຮົ່ວ​ກະທົບ​​ເຂດ​ການ​ຜະລິດຂອງປະຊາຊົນ



ຕາມການຊີ້ແຈງຂອງທ່ານຫົວໜ້າກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບກໍລະນີທໍ່ນ້ຳເປື້ອນຂອງໂຄງການບໍ່ຄຳ- ທອງເຊໂປນ ແຂວງສະຫວັນນະເຂດ ເກີດແຕກຮົ່ວເຮັດໃຫ້ນ້ຳ ເປື້ອນຈາກ​​ໂຄງການໄຫລລົງສູ່ທົ່ງນາ ແລະ ໜອງ ປາຂອງປະຊາຊົນໃນເຂດໃກ້ຄຽງເສຍຫາຍເປັນຈຳນວນບໍ່ໜ້ອຍ, ​ເຊິ່ງຫົວໜ້າກົມດັ່ງກ່າວ ບອກວ່າ: ທໍ່ນ້ຳເປື້ອນຂອງໂຄງການບໍ່ຄຳເຊໂປນແມ່ນໄດ້ກໍ່ສ້າງ ແລະ ນຳໃຊ້ມາຫລາຍກວ່າ 10 ປີແລ້ວ ແລະ ສະ ເພາະໄລຍະປີ 2015 ໄດ້ມີການແຕກ ຮົ່ວ 14 ຄັ້ງຕາມຈຸດທີ່ເປັນສ່ວນໂຄ້ງຂອງທໍ່ ແລະ ເປັນການຮົ່ວ ໃນປະລິມານໜ້ອຍ ບໍ່ສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ, ແຕ່ບໍລິສັດກໍໄດ້ເຮັດຂຸມ ຮອງຮັບເພື່ອບໍ່ໃຫ້ນ້ຳເປື້ອນໄຫລອອກ ໄປສູ່ທຳມະຊາດ, ສ່ວນກໍລະນີທີ່ມີການແຕກຮົ່ວຢູ່ບ່ອນ ທີ່ບໍ່ມີຂຸມຮອງຮັບ ແລະ ມີການຮົ່ວໄຫລໄປສູ່ທົ່ງນາ ຫລືໜອງປາ
ຂອງປະຊາຊົນແມ່ນບໍລິສັດຍິນດີຈ່າຍທົດແທນຄ່າເສຍຫາຍຕາມລາຄາທີ່ທາງແຂວງກຳນົດອອກຄື: 1 ແມັດກ້ອນຕໍ່ປາ 1 ກິໂລໃນລາຄາ 30 ພັນກີບຕໍ່ກິໂລ, ຊຶ່ງໄລຍະຜ່ານມາບໍລິສັດໄດ້ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງ ກ່າວໄປແລ້ວຫລາຍສົມຄວນ, ພ້ອມທັງປັບປຸງໜອງປາໃຫ້ດີຂຶ້ນ ດ້ວຍການຈົກຂີ້ຕົມໃນໜອງປາອອກ, ແລ້ວມອບໃຫ້ປະ ຊາຊົນສືບຕໍ່ລ້ຽງປາຄືນໃໝ່ ແລະ ປັດຈຸບັນ ບໍລິສັດໄດ້ສຳເລັດການປ່ຽນທໍ່ໃໝ່ໃນຈຸດທີ່ເປັນສ່ວນໂຄ້ງຈຳນວນ 50 ຈຸດ, ພ້ອມທັງປ່ຽນທໍ່ທີ່ເປັນສ່ວນ ຊື່ຍາວ 496 ແມັດ ແລະ ໃນປີນີ້ຈະປ່ຽນທໍ່ໃໝ່ທີ່ມີຄວາມຍາວທັງໝົດປະມານ 3 ພັນກວ່າແມັດ, ເພື່ອຮັບປະກັນບໍ່ໃຫ້ນ້ຳເປື້ອນຈາກໂຄງການໄຫລ່ລົງສູ່ທຳມະຊາດໄດ້ອີກ.

No comments:

Post a Comment