Ad

Ad

7 July 2015

ສັງຄົມຢາກໃຫ້ຖ່າຍທອດສົດຜົນການອອກຫວຍພັດທະນາ



ຕ້ອງຍອມຮັບວ່າໄລຍະນີ້ໄປໝ່ອງໃດ ແຈໃດກໍໄດ້ຍີນແຕ່ສຽງ ຄົນ ຈ່ົມນຳແຕ່ເລື່ອງ ຫວຍ, ເຊິ່ງມີ ທັງຜູ້ທີ່ຜິດຫວັງ, ສົມຫວັງ, ແຕ່ຊາ ເຫັນສ່ວນຫລາຍແມ່ນຜິດຫວັງ, ແຕ່ແນວໃດກໍຕາມມັນເປັນ ບັນຫາ ເລັກໜ້ອຍຂອງການສ່ຽງດວງເທົ່ານັ້ນ, ເພາະ ເລື່ອງສຳຄັນ ຂອງມັນ ແມ່ນສັງຄົມຢາກໃຫ້ພາກສ່ວນກ່ຽວຂ້ອງເບິ່ງຄືນຄວາມ ໂປ່ງໃສ ຍຸຕິທຳໃນການອອກຜົນຫວຍພັດທະນາຄືດັ່ງ ຫລາຍປີຜ່ານ ມາທີ່ອະນຸຍາດ ໃຫ້ມວນຊົນເຂົ້າເບິ່ງໃນບ່ອນ ອອກຫວຍ, ພ້ອມທັງມີການຖ່າຍທອດສົດຜ່າ ນທາງ ໂທລະພາບ ແຫ່ງຊາດເພື່ອໃຫ້ຜູ້ຢູ່ທ້ອງຖິ່ນຫ່າງໄກສອກຫລີກໄດ້ເບິ່ງຜົນການອອກຫວຍແຕ່ລະຄັ້ງ,
ແຕ່ມາດຽວນີ້ ເຫັນວ່າບໍ່ມີການຖ່າຍທອດສົດຜ່ານທາງໂທລະພາບອີກແລ້ວ, ຈຶ່ງເຮັດ ໃຫ້ສັງຄົມມີຂໍ້ຄາ ໃຈຕໍ່ການອອກຜົນຫວຍ ໃນ ຫລາຍຄັ້ງ, ຊ້ຳບໍ່ພໍກໍມີກະແສຈາກສັງຄົມໂຈມຕີຜ່ານສື່ອອນລາຍຢ່າງ ແຮງວ່າປັດຈຸບັນແມ່ນມີຮອດກໍລະນີການລ໋ອກເລກດັງນຳອີກຄືດັ່ງກໍລະນີງວດວັນອັງຄານ ວັນທີ 30 ມິຖຸນາ 2015 ເຊິ່ງມື້ນັ້ນ ມີກະແສຮືຮາກັນກ່ຽວກັບເລກໂຕ ເດັດຢ່າງແຜ່ຫລາຍ, ເຮັດໃຫ້ນັກ ສ່ຽງ ດວງແຫ່ກັນຊອກຊື້, ແຕ່ສຸດ ທ້າຍກໍຊື້ບໍ່ໄດ້ຍ້ອນຜູ້ຂາຍເກືອບທຸກບ່ອນປິດຂາຍເລກສັດດັ່ງກ່າວ ແລະ ຜົນສຸດທ້າຍມັນກໍຕົງເປະຄືຊ່າ ກັນອີຫລີ ແລະ ກາຍເປັນທີ່ວິພາກວິ ຈານໃນສື່ສັງຄົມອອນລາຍຫລາຍ ເຊັ່ນກັນ.

ແນວໃດກໍຕາມ, ຂໍ້ຄິດເຫັນ ຂອງສັງຄົມສ່ວນຫລາຍແມ່ນເຫັນວ່າ: ຫວຍພັດທະນາແມ່ນຂອງ ລັດ ຖະບານສ້າງຂຶ້ນມາເພື່ອເປັນທາງ ເລືອກໃຫ້ປະຊາຊົນໄດ້ສ່ຽງໂຊກ ແລະ ທັງເປັນການປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະ ເທດ, ສະນັ້ນ ຈຶ່ງຢາກໃຫ້ພາກ ສ່ວນກ່ຽວຂ້ອງໄດ້ພິຈາລະນາໃນ ການ ຖ່າຍທອດສົດຜ່ານທາງໂທ ລະພາບຄືເກົ່າເພື່ອສະແດງຄວາມ ໂປ່ງໃສຍຸຕິທຳ.    

No comments:

Post a Comment