Ad

Ad

7 July 2015

ກະຊວງການຄ້າ ວາງ 4 ມາດຕະການເພື່ອກະຕຸ້ນຍອດສົ່ງອອກໃຫ້ເພີ່ມຂຶ້ນ



ທ່ານ ສົມຈິດ ອິນທະມິດ ລັດ ຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ 7 ມື້ວານນີ້ວ່າ:  ເພື່ອສູ້ຊົນ ໃຫ້ບັນລຸຕົວເລກການສົ່ງອອກສິນ ຄ້າໃຫ້ເພີ່ມຂຶ້ນ 18% ຕາມແຜນພັດ ທະນາສົກປີ 2014–2015, ກະຊວງອຸດ ສາຫະກຳ ແລະ ການຄ້າ ຈຶ່ງໄດ້ວາງ 4 ມາດຕະການ ເພື່ອກະຕຸ້ນການສົ່ງອອກ ໃຫ້ບັນລຸຄາດໝາຍດັ່ງກ່າວ.
ໃນແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ 7, ຊຶ່ງໄດ້ ກຳນົດ ຈັງຫວະການເພີ່ມຂອງການສົ່ງອອກແມ່ນ 18%/ປີ, ແຕ່ການ ຈັດຕັ້ງປະຕິ ບັດຕົວຈິງບໍ່ບັນລຸຕາມ ຄາດໝາຍ. ເນື່ອງຈາກປະລິມານ ສົ່ງອອກ ແລະ ລາຄາໃນຕະ ຫຼາດໂລກມີທ່າອ່ຽງຫຼຸດລົງ, ຕົວເລກ ສົມທຽບລາຄາທອງແດງຈາກ 9.880 ກວ່າໂດ ລາ/ໂຕນ (ເດືອນ 2 ປີ 2011) ມາເປັນ 6.294 ກວ່າໂດລາ/ໂຕນ (ເດືອນ 5 ປີ 2015) ແລະ ລາຄາຄຳ 1.770 ໂດລາ/ອອນ (ເດືອນ 9 ປີ 2011) ມາເປັນ 1.198 ໂດລາ/ອອນ (ເດືອນ 5 ປີ 2015)  ແລະ ລາ ຄາເກືອກາ ລີໃນຕະຫຼາດໂລກຫຼຸດ ລົງ ຈາກ 307 ໂດລາ/ໂຕນ ມາ ເປັນ 220
ໂດລາ/ໂຕນ, ໄຟຟ້າ ຫຼຸດລົງ 19%, ອຸດສາຫະກໍາຫຼຸດລົງ 23% ຍ້ອນຢາງພາລາໃນຕະ ຫຼາດໂລກຫຼຸດລົງຫຼາຍ, ສັງເກດ ລາຄາສູງສຸດໃນໄລຍະຕົ້ນປີ 2011 ແມ່ນ 6 ໂດລາ/ກິໂລ ລົງ ມາເປັນ 1,8 ໂດລາ/ກິໂລ ໃນ ເດືອນ 5 ປີ 2015), ສາລີຫົວອາ ຫານສັດໃນຕະຫຼາດໂລກ ຈາກ 332 ໂດລາ/ໂຕນ (ລາຄາສູງສຸດ ໃນປີ 2012) ຫຼຸດລົງເລື້ອຍໆຈົນ ຮອດ 166 ໂດລາ/ໂຕນ (ເດືອນ 5 ປີ 2015) ແລະ ອື່ນໆ.
ທ່ານ ກ່າວຕື່ມອີກວ່າ: ຕໍ່ບັນ ຫາດັ່ງກ່າວ ກະຊວງ ອຄ ໄດ້ວາງ 4 ມາດຕະການເພື່ອສົ່ງເສີມ ແລະ ກະຕຸ້ນການສົ່ງອອກໃຫ້ເພີ່ມຂຶ້ນຄື: 1.) ຊອກຫາຕະຫຼາດໃໝ່ໆ, ໂດຍ ການຈັດງານ ແລະ ເຂົ້າຮ່ວມງານ ວາງສະແດງສິນຄ້າ, ຈັບຄູ່ທຸລະກິດ ແລກປ່ຽນຜູ້ແທ້ນການຄ້າ, ຈຳກັດ ການສົ່ງອອກວັດຖຸດິບ ແລະ ເພີ່ມ ຂອດປຸງແຕ່ງໃຫ້ຫຼາຍຂຶ້ນ, ໂດຍສົມ ທົບພາກ ສ່ວນກ່ຽວຂ້ອງກວດຄືນ ນະໂຍບາຍອາກອນເພື່ອ ສົ່ງເສີມ ການປຸງແຕ່ງພາຍໃນ, ສະໜອງ ວັດຖຸດິບຮັບປະກັນພຽງພໍ, ສະ ໜອງທຶນຂະຫຍາຍການຜະ ດຕິດພັນກັບການນຳໃຊ້ເຕັກໂນໂລຊີ, ແກ້ໄຂບັນຫາແຮງານ, ພັດທະນາ ຜູ້ປະກອບການຕິດພັນກັບ ການໃຫ້ຂໍ້ມູນຂ່າວສານການສົ່ງອອກ, 2.) ມາດຕະການເກັບສະຕິຖິເພື່ອ ຄວາມຊັດເຈນຊຸກຍູ້ໜ່ວຍ ງານພາສີ, ກະຊວງການເງິນໃຫ້ມີກົນ ໄກປະສານງານພົບປະແລກປ່ຽນຂໍ້ມູນຂ່າວສານລະຫວ່າງປະເທດ ຄູ່ຄ້າ (ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ) ເພື່ອໃຫ້ຂໍມູນຂ່າວ ສານຂອງສອງຝ່າຍມີຄວາມຖືກ ຕ້ອງ ແລະ ເປັນເອກະພາບກັນ, ພ້ອມປຸງປຸງສະຕິຖິອຸດສາຫະກຳ ແລະ ການຄ້າໃຫ້ເຂັ້ມແຂງຂຶ້ນກວ່າ ເກົ່າ, 3.) ມາດຕະການຄຸ້ມຄອງ ການນຳເຂົ້າສືບຕໍ່ຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການນຳເຂົ້າ  ແລະ ສົ່ງອອກສິນຄ້າສະບັບເລກທີ 114/ລບ ລົງວັນທີ 6ເມສາ 2011ໃຫ້ເຂັ້ມງວດກວ່າເກົ່າໂດຍກຳນົດຄື:ມາດຕະການເກືອດຫ້າມການນຳ ເຂົ້າຫຼື ສົ່ງອອກ, ມາດຕະການຂໍ ອະນຸຍາດກ່ອນນຳເຂົ້າຫຼືສົ່ງອອກ, ມາດຕະການປະກອບເອກະສານ ຢັ້ງຢືນສຸຂະນາໄມພຶດ-ສັດ ແລະ ລະບຽບທາງດ້ານເຕັກນິກ, 4.) ມາດຕະການແກ້ໄຂການຄ້າປະ ກອບມີ: ມາດຕະການທຸ້ມຕະຫຼາດ, ມາດຕະການຖົມຂຸມ ແລະ ມາດ ຕະການປົກປ້ອງຊົ່ວຄາວຕາມກໍ ລະນີ ແລະ ເງື່ອນໄຂສອດຄ່ອງກັບສົນທິສັນຍາທີ່ສປປລາວເປັນພາຄີ, ເຊິ່ງທັງ 4 ມາດຕະການຕ້ອງ ປະຕິບັດຕາມຫຼັກການອຳນວຍ ຄວາມສະດວກທາງດ້ານການຄ້າ, ຕ້ອງຈຳແນກປະຕິບັດ, ຕ້ອງມີ ຄວາມໂປ່ງໃສ, ຕ້ອງມີຄວາມ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ  ແລະ ສົນທິສັນ ຍາທີ່ ສປປ ລາວ ເປັນພາຄີ.

No comments:

Post a Comment