Ad

Ad

7 July 2015

ສສຊ ສືບຕໍ່ປະກອບຄຳເຫັນຕໍ່ຂົງເຂດວຽກງານການເງິນ ແລະ ທະນາຄານ



ໃນ 3 ວັນຜ່ານມາ ຂອງການ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະ ພາແຫ່ງຊາດ ຊຸດທີ VII ບັນດາສາມະຊິກສະພາແຫ່ງຊາດຍັງສືບ ຕໍ່ປະກອບຄຳຄິດ ເຫັນໃສ່ຮ່າງບົດລາຍງານແຜນພັດທະນາເສດ ຖະກິດ-ສັງຄົມ, ງົບປະມານ ແລະ ການທະນາຄານ ເພື່ອກະຕຸ້ນໃຫ້ຂະ ແໜງການກ່ຽວ ຂ້ອງອອກມາໃຫ້ຄວາມກະຈ່າງ ແຈ້ງໃນແຕ່ລະປະເດັນ ທີ່ເຫັນວ່າ ຄວນຈະມີການປັບປຸງ-ແກ້ໄຂ ແລະ ບາງບັນຫາ ໃຫ້ສືບຕໍ່ເສີມ ຂະ ຫຍາຍເພື່ອເຮັດແນວໃດໃຫ້ສາ ມາດຫຼຸດພົ້ນອອກຈາກສະພາບ ການເກັບລາຍຮັບບໍ່ໄດ້ຕາມແຜນທີ່ເປັນບັນຫາຄ້າງຄາມາຫຼາຍປີ. ນອກຈາກນັ້ນ, ກໍແມ່ນການແກ້ ໄຂໜີ້ 3 ແຈ ຂອງທະນາຄານ, ເຊິ່ງປັດຈຸບັນກະຊວງການເງິນ ຍັງຕິດໜີ້ທະນາຄານຈໍານວນ 1.000 ຕື້ກີບ, ແຕ່ກົງກັນຂ້າມລັດຖະ ບານພັດຍັງຕິດໜີ້ບັນດາບໍລິສັດຜູ້ລົງທຶນ ກໍເປັນ ຈຳນວນບໍ່ໜ້ອຍສົ່ງຜົນໃຫ້ບໍລິສັດບໍ່ສາມາດເຂົ້າ ຫາແຫຼ່ງທຶນ ຂອງທະນາຄານໄດ້.

ທ່ານ ດຣ. ນາງ ບົວຄຳ ທິບ ພະວົງ ສສຊ ເຂດ 1 ນະຄອນ ຫຼວງວຽງຈັນ ກ່າວວ່າ : ຖ້າຫາກ ລັດຖະບານບໍ່ມີມາດຕາການເດັດ ຂາດ ຫຼື ເຂັ້ມງວດດ້ານການເກັບ ລາຍຮັບກໍ່ຈະເຮັດໃຫ້ເກີດມີຊ່ອງ ຫວ່າງຢູ່ ແລະ ພວກເຮົາຈະພ້ອມ ກັນເຮັດແນວໃດເພື່ອໃຫ້ລາຍຮັບ ພາຍໃນ ແລະ ການນຳໃຊ້ທຶນຊ່ວຍ ເຫຼືອລ້າຈາກຕ່າງປະເທດເປັນໄປ ຕາມແຜນ ແລະ ທ່ານ ສສຊ ຍັງ ສະເໜີໃຫ້ລັດຖະບານເອົາ ໃຈໃສ່ຕື່ມຕໍ່ຜົນການອອກຫວຍທີ່ປະຊາຊົນ ຮຽກຮ້ອງໃຫ້ມີການຖ່າຍທອດສົດຜ່ານສື່ມວນຊົນຕ່າງໆ ເພື່ອຄວາມ ໂປ່ງໃສ ແລະ ການເກັບລາຍຮັບ ຈາກຜູ້ປະກອບການຫວຍກໍໃຫ້ມີ ຄວາມໂປ່ງໃສ.
ພ້ອມດຽວກັນ ທ່ານ ຈັນຖະ ໜອມ ວົງສົມຈິດ ສສຊ ເຂດ 18 ແຂວງໄຊສົມບູນ ກໍໄດ້ສະເໜີໃຫ້ ລັດຖະບານເອົາໃຈໃສ່ໃນວາງ ແຜນຈັດເກັບລາຍຮັບໃຫ້ສົມຄູ່ກັບ ຄວາມອາດສາມາດທີ່ມີຢູ່, ຖ້າ ຫາກການວາງງົບປະມານສູງເກີນໄປກໍ່ຈະເຮັດໃຫ້ການເກັບລາຍຮັບບໍ່ໄດ້ຕາມເປົ້າ ແລະ ເຮັດກະຊວງ ການເງິນຕ້ອງໄດ້ດຸ່ນດຽງງົບປະ ມານໃຫ້ແຂວງ ຫຼື ເມືອງຄືເກົ່າ. ປັດຈຸບັນສະເພາະແຂວງໄຊສົມບູນລັດຖະບານວາງເປົ້າໃຫ້ເກັບລາຍ ຮັບປະມານ 60 ຕື້ກີບ, ແຕ່ 6 ເດືອນຕົ້ນປີປະຕິບັດໄດ້ພຽງ 46 ຕື້ກີບ ແລະ ຄາດວ່າ 6 ເດືອນທ້າຍ ປີຈະບໍ່ໄດ້ຕາມແຜນ. ດັ່ງນັ້ນ ຈຶ່ງຂໍ ສະເໜີໃຫ້ມີການຖອດຖອນບົດ ຮຽນກ່ຽວກັບການອ່ວຍໜີ້ 3 ແຈ ຊຶ່ງຈະບໍ່ມີຜົນກະທົບຕໍ່ຂະແໜງ ການອື່ນຕື່ມອີກ.
ຂະນະທີ່ ທ່ານ ດຣ. ນາງ ສຸ ວັນເພັງ ບຸບຜານຸວົງ ສສຊ ເຂດ1 ນະຄອນຫຼວງວຽງຈັນ  ກໍມີທັດສະ ນະວ່າ: ແຜນງົບປະມານສົກປີ 2015-2016 ສຳລັບເບື້ອງລາຍ ຮັບຈາກສ່ວຍສາອາກອນ, ທີ່ດິນ ແລະ ຄ່າທຳນຽມຕ່າງໆເຫັນວ່າ ເພີ່ມຂຶ້ນຫຼາຍເທົ່າ, ແຕ່ຖ້າຫາກລັດ ຖະບານຍັງບໍ່ມີການເບິ່ງຄືນຕົວຈິງ ຂອງຖານລາຍຮັບກໍ່ຍັງຈະເຮັດໃຫ້ການຄາດຄະເນມີຂໍ້ຜິດພາດ ຫຼື ເກັບ ລາຍຮັບບໍ່ໄດ້ຕາມແຜນ. ສໍາລັບ ຂະແໜງການສຶກສາ-ສາທາກໍ ຂໍໃຫ້ພາກສ່ວນກ່ຽວຂ້ອງມີຄວາມຊັດເຈນຕື່ມກ່ຽວກັບການ ຈັດສັນ ລາຍຈ່າຍງົບປະມານເພື່ອເຮັດໃຫ້ ແຜນດັ່ງກ່າວໄປຕາມທິດຂອງລັດຖະບານ ແລະ ສະເໜີໃຫ້ມີກອງ ປະຊຸມວິທະຍາສາດເພື່ອຄົ້ນຄວ້າ ງົບປະມານ ແລະ ລາຍງານໃຫ້ ສະພາຢ່າງຊັດເຈນກ່ອນຈະກ້າວ ໄປເຖິງການຮັບຮອງແຜນພັດທະ ນາເສດຖະກິດ-ສັງຄົມໃນຄັ້ງຕໍ່ໄປ.

No comments:

Post a Comment