Ad

Ad

29 July 2015

ການ​ປັກ​ດຳ​ເຂົ້ານາປີ​ປີ​ນີ້​ຫລ້າ​ຊ້າ​ຍ້ອນ​ນ້ຳບໍ່​ພຽງພໍ



ຕາມການລາຍງານຂອງກະຊວງກະສິກຳແລະ ປ່າໄມ້ໃຫ້ຮູ້ວ່າ : ການຜະລິດເຂົ້ານາປີປີນີ້ຢູ່ທ້ອງຖິ່ນຕ່າງໆດຳເນີນໄປຢ່າງຫລ້າຊ້າ ຍ້ອນປະລິມານນ້ຳບໍ່ພຽງພໍ, ຝົນຕົກບໍ່ຕໍ່ເນື່ອງເຊິ່ງນັບແຕ່ເດືອນມັງກອນຮອດເດືອນມິຖຸນານີ້ ປະລິມານນ້ຳຝົນແທກໄດ້ພຽງ 25,5% ທຽບໃສ່ປີຜ່ານມາແມ່ນ 34% ​ແລະ ຕໍ່ບັນຫາດ່ັງກ່າວກະຊວງກະສິກຳໄດ້ສຸມໃສ່ຊ່ວຍເຫລືອທຸກວິທີທາງເພື່ອໃຫ້ສາມາດດຳເນີນການຜະລິດໄດ້ຕາມລະດູການໂດຍໄດ້ນຳສົ່ງພະນັກງານວິຊາການລົງປະຈຳຢູ່ແຕ່ລະທ້ອງຖິ່ນ, ມີການລົງທຶນສ້ອມແປງຊົນລະປະທານ, ພ້ອມສະຫນອງອຸປະກອນການຜະລິດທີ່ຈຳເປັນແລະເຄື່ອງຈັກສູບນ້ຳເພື່ອໃຫ້ກະສິກອນສາມາດຜະລິດນາປີໄດ້ແລະໂຊກດີມາໃນໄລຍະນີ້ຝົນໄດ້ເລີ່ມຕົກເປັນປົກະຕິແລະ ມີນ້ຳພຽງພໍຊ່ວຍໃຫ້ ຫລາຍທ້ອງຖິ່ນສາມາດປັກດຳນາປີຂອງຕົນເປັນປົກກະຕິຄື  ມາຮອດປັດຈຸບທົ່ວປະເທດສາມາດປັກດຳໄດ້ແລ້ວຫລາຍກວ່າ 2 ​ແສນເຮັກຕາເທົ່າກັບ 30% ຂອງເນື້ອທີ່ແຜນການແລະເຖິງວ່າການຜະລິດລະດູຝົນປີນີ້ຈະຊັກຊ້າແຕ່ຖ້າສະພາບດິນຟ້າອາກາດເປັນໃຈ ຝົນຍັງຕົກຢ່າງຕໍ່ເນື່ອງປົກກະຕິຄາດວ່າຈະປັກດຳໄດ້ຕາມຄາດຫມາຍແຜນການວາງໄວ້.
ກະຊວງກະສິກຳໃຫ້ຮູ້ວ່າ : ສຳລັບການປູກພືດລະດູຝົນມາດຮອດປັດຈຸບັນທົ່ວປະເທດປູກໄດ້ແລ້ວຫລາຍກວ່າ 2 ​ແສນເຮັກຕາເທົ່າກັບ 35% ຂອງເນື້ອທີ່ແຜນການ, ພືດທີ່ນິຍົມປູກຫລາຍກວ່າຫມູ່ແມ່ນພືດຜັກ, ສາລີ, ກ້ວຍ, ມັນ ຕົ້ນແລະ ຫມາກໂມແລະ ປູກໄດ້ຫລາຍກວ່າຫມູ່ແມ່ນເຂດພາກເຫນືອ.

No comments:

Post a Comment