Ad

Ad

29 July 2015

ຂັບລົດຈັກຊ້ອນ 3 ເສຍຫລັກ​ໄປ ຕຳເອົາລົດໃຫຍ່ ເສຍຊີວິດຄາທີ່ 1 ຄົນ



     ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນແລງຂອງວັນທີ 26 ກໍລະກົດຜ່ານມາ, ຢູ່ບໍລິເວນ ຂົວນ້ຳມູນ ບ້ານໜອງດາ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ມີລົດໃຫຍ່ ໝາຍເລກທະບຽນ ກຂ 4323 ກຳແພງນະຄອນ ຂັບຂີ່ໂດຍທ້າວ ສົມສະໜຸກ ອາຍຸ 31 ປີ ຄ້າຂາຍ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫລວງວຽງ ຈັນ ແລ່ນມາແຕ່ທາງເກົ້າລ້ຽວ ເມື່ອມາຮອດຈຸດເກີດເຫດໄດ້ມີລົດຈັກ ບໍ່ມີປ້າຍ ຂີ່ຊ້ອນກັນ 3 ຄົນ ທີ່ແລ່ນມາດ້ວຍຄວາມໄວ ແລະ ເປັນທາງໂຄ້ງເສຍຫລັກ ເຈີດໄປຕຳເອົາລົດໃຫຍ່ທີ່ກຽມຈອດຢູ່ແຄມທາງ ສົ່ງຜົນໃຫ້ ທ້າວ ນັດ ອາຍຸ 13 ປີ ນັກຮຽນ ຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ເສຍຊີວິດຄາທີ່ ແລະ ໝູ່ທີ່ຂີ່ມານຳກັນອີກ 2 ຄົນ ໄດ້ຮັບ ບາດເຈັບສົມຄວນ.
     ເຈົ້າໜ້າທີ່ ກົມຕຳຫລວດ ຈະລາຈອນ ໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ທົ່ວປະເທດ ມີອຸປະຕິເຫດບົນທ້ອງຖະໜົນເກີດຂຶ້ນ 82 ກໍລະນີ, ມີພາຫະນະເປ່ເພສົມຄວນ 70 ຄັນ, ມີຜູ້ໄດ້ຮັບບາດເຈັບ ສາຫັດ 16 ຄົນ ແລະ ມີຜູ້ເສຍຊີວິດ 15 ຄົນ ໃນນັ້ນ ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 23 ກໍລະນີ ເສຍຊີວິດ 5 ຄົນໃນສະພາບດັ່ງກ່າວ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນມີສະຕິ​​ໃນການຂັບຂີ່, ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ ຈຶ່ງຈະເຮັດໃຫ້ອຸປະຕິເຫດຫລຸດລົງໄດ້.

No comments:

Post a Comment