Ad

Ad

28 July 2015

ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກໍລະກົດ 2015



         ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2015 ໄດ້ໄຂຂຶ້ນ ໃນວັນທີ 27 ກໍລະກົດ 2015 ​ໂດຍ​ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນ ຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ​ແລະ ສະມາຊິກ ລັດຖະບານກໍ​ໄດ້ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ລົງເລິກປຶກສາຫາລື, ປະກອບຄຳຄິດ ຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ພິຈາລະນາຮັບຮອງເອົາທາງດ້ານຫຼັກການຕໍ່ບັນ ດາຮ່າງດໍາລັດ ແລະ ຍຸດທະສາດ ຈນວນໜຶ່ງ ດັ່ງນີ້: ຮ່າງ​ດໍາລັດວ່າ​ດ້ວຍ​ການ​ຄຸ້ມ​ຄອງສື່ມວນຊົນ​ຕ່າງປະ​ເທດ ຢູ່ ສປປ ລາວ. ຈຸດປະສົງເພື່ອຄຸ້ມຄອງອົງການສື່ມວນຊົນ, ນັກຂ່າວຕ່າງປະເທດ ແລະ ການເຄື່ອນໄຫວດ້ານ ການຂ່າວຂອງສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ດ້ານການຂ່າວຂອງເຂົາເຈົ້າໃຫ້ຖືກຕ້ອງຕາມລະບຽບການ ແລະ ກົດໝາຍຢ່າງມີປະສິດທິຜົນພ້ອມ ດຽວກັນນັ້ນ ກໍເພື່ອຮັບປະກັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕໍ່ພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ກວ້າງຂວາງກວ່າເກົ່າ. ຕໍ່ບັນຫາດັ່ງກ່າວກອງ​ປະຊຸມ​ໄດ້​ຊີ້​ນໍາ​​
ໃຫ້ພາກສ່ວນກ່ຽວຂ້ອງນໍາໄປປັບປຸງ​ຕື່ມ​ຕາມ​ການ​ປະກອບ​ຄໍາ​ເຫັນ​ຂອງ​ສະມາຊິກ​ລັດຖະບານເປັນຕົ້ນ: ຈັດກອງປະຊຸມປະ ກອບຄຳເຫັນສຳລັບພະນັກງານລະດັບສູງ, ການປັບປຸງບັນດາຄຳສັບ ໃຫ້ເປັນສັບເຕັກນິກດ້ານນິຕິກຳເພື່ອ​ເຮັດ​ໃຫ້​ດໍາລັດ​ດັ່ງກ່າວ ມີ​ເນື້ອ​ໃນ​ຄົບ​ຖ້ວນ, ຊັດ​ເຈນຮັດກຸມ ​ແລະ ​ເລິກ​ເຊິ່ງ ທັງ​ສອດຄ່ອງ​ກັບ​ແນວທາງ​ນະ​ໂຍບາຍ​ຂອງ​ຊາດ.
1.    ຮ່າງດໍາລັດ ວ່າ​ດ້ວຍ​ການ​ທົດ​ແທນ​ຄ່າ​ເສຍ​ຫາຍ ​ແລະ ການ​ຍົກຍ້າຍ​ຈັດ​ສັນ​ປະຊາຊົນ ຈາກ​ໂຄງການ​ພັດທະນາ ສະບັບປັບປຸງ. ຈຸດປະສົງເພື່ອຄຸ້ມຄອງ, ຕິດຕາມກວດກາການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ເພື່ອເຮັດໃຫ້ໂຄງການພັດທະນາ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ມີປະສິດທິຜົນແນໃສ່ຮັບປະກັນໃຫ້ຜູ້ທີ່ໄດ້ຮັບຜົນກະທົບໄດ້ຮັບການທົດແທນຄ່າເສຍຫາຍ,​ ການຈັດສັນຍົກຍ້າຍ, ມີອາຊີບທີ່ໝັ້ນຄົງ,​ ມີຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ ແລະ ສູງກວ່າມາດຕະຖານຄວາມທຸກຍາກ ພ້ອມທັງເຮັດໃຫ້ໂຄງການດັ່ງກ່າວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ກອງ​ປະຊຸມ​ໄດ້​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ​ປັບປຸງ​ຕື່ມ​ຕາມ​ການ​ປະກອບ​ຄໍາ​ເຫັນ​ ຂອງ​ສະມາຊິກ​ລັດຖະບານ ​ເປັນ​ຕົ້ນການຊົດເຊີຍຄ່າເສຍຫາຍ ຕ້ອງໃຫ້ສົມເຫດສົມຜົນ, ຄິດໄລ່ມູນຄ່າຄວາມເສຍຫາຍຢ່າງຈະແຈ້ງ, ຖືກຕ້ອງຕາມສະພາບຄວາມເປັນຈິງ, ​ການຊົດເຊີຍຕ້ອງທຽບເທົ່າກັບມູນຄ່າເດີມ ຕາມແຕ່ລະໄລຍະ ແລະ ຊົດເຊີຍຕາມຄວາມຕ້ອງການຂອງຜູ້ທີ່ຖືກຜົນກະທົບ ເປັນຕົ້ນ ຊົດເຊີຍເປັນເງິນ, ທີ່ດິນ ຫຼື ເຮືອນ ສໍາຄັນ ຕ້ອງຄໍານຶງເຖິງຄວາມສາມາດຕົວຈິງ ໃນການຊໍາລະສະສາງຂອງລັດ. ພ້ອມດຽວກັນນີ້, ກໍ່ຕ້ອງໄດ້ເອົາໃຈໃສ່ປັບປຸງຊີວິດການເປັນຂອງຜູ້ທີ່ຖືກຜົນກະທົບໃຫ້ດີຂຶ້ນກວ່າເກົ່າ.
2.    ຮ່າງດຳລັດວ່າດ້ວຍປ້າຍ. ຈຸດປະສົງເພື່ອຄຸ້ມຄອງ, ຕິດຕາມ, ກວດກາ ການເຄື່ອນໄຫວກິດຈະການປ້າຍ ໃຫ້ມີລັກສະນະຊາດ,​ ກ້າວໜ້າ ແລະ ມະຫາຊົນ ແນໃສ່ເຮັດໃຫ້ການດໍາເນີນການດັ່ງກ່າວ ມີຄວາມເປັນລະບຽບຮຽບຮ້ອຍ, ​ເອກະພາບໃນທົ່ວປະເທດ, ຮັບປະກັນຄວາມເປັນເອກະລາດ, ອະທິປະໄຕ ແລະ ຄວາມໝັ້ນຄົງຂອງຊາດ ທັງສອດຄ່ອງກັບມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຊົນເຜົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ​ກອງປະຊຸມ ໄດ້​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ​ປັບປຸງ​ຕື່ມ​ຕາມ​ການ​ປະກອບ​ຄໍາ​ເຫັນ​ ຂອງ​ສະມາຊິກ​ລັດຖະບານ ​ເປັນ​ຕົ້ນ ການນໍາໃຊ້ຕົວອັກສອນໃນການໂຄ ສະນາ ຕ້ອງນໍາໃຊ້ພາສາລາວເປັນກົກຂຽນຂຶ້ນເທິງ ສ່ວນພາ ສາອື່ນໃຫ້ຂຽນເປັນຕົວນ້ອຍກວ່າຢູ່ທາງລຸ່ມພາສາລາວ, ການກໍານົດຂະໜາດ ແລະ ບ່ອນຕິດຕັ້ງປ້າຍ ໃຫ້ສອດຄ່ອງກັບຜັງເມືອງ, ເນື້ອໃນປ້າຍຕ້ອງໃຫ້ສອດຄ່ອງກັບແນວທາງນະໂຍບາຍ ທັງເປັນການຊຸກຍູ້ສົ່ງເສີມ ແລະ ຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ.
3.    ຮ່າງຍຸດ​ທະ​ສາດ​ວຽກງານ​ແມ່ ​ແລະ ​ເດັກ ​ແຕ່​ປີ 2016-2025 ​ແລະ ວິ​ໃສ​ທັດ ​ຮອດ​ປີ 2030 ​ແລະ ​ແຜນ​ດໍາ​ເນີນ​ງານ​ແຫ່ງ​ຊາດ​ວຽກ​ແມ່ ​ແລະ ​ເດັກ 2016-2020. ກອງ​ປະຊຸມ​ໄດ້​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ​ປັບປຸງ​ຕື່ມ​ຕາມ​ການ​ປະກອບ​ຄໍາ​ເຫັນ​ ຂອງ​ສະມາຊິ​ກລັດຖະບານ ​ເປັນ​ຕົ້ນ ການກຳນົດນະໂຍບາຍ, ຄາດໝາຍສູ້ຊົນດ້ານຕ່າງໆ ໄລຍະ 5 ປີ, 10 ປີ, 15 ປີ. ພ້ອມນັ້ນ, ຕ້ອງກໍານົດກົນໄກປະສານງານ ແລະ ແບ່ງຄວາມຮັບຜິດຊອບ ການຈັດຕັ້ງປະຕິບັດ ໃຫ້ບັນດາຂະແໜງການ ແລະ ສັງຄົມ ໃຫ້ຈະແຈ້ງ ແລະ ຄົບຖ້ວນ.
4.    ບັນຫາ​ສຸດ​ທ້າຍ ກອງ​ປະຊຸມ​ໄດ້​ພິຈາລະນາ​ຮັບຮອງ ຍຸດ​ທະ​ສາດ​ການ​ເງິນ​ສາທາລະນະ​ສຸກ. ຕໍ່ບັນຫາ​ດັ່ງກ່າວ, ກອງ​ປະຊຸມ​ໄດ້​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ​ນໍາໄປປັບປຸງ​ຕື່ມ​ຕາມ​ການ​ປະກອບ​ຄໍາ​ເຫັນ​ ຂອງ​ສະມາຊິກ​ລັດຖະບານ ​ເປັນ​ຕົ້ນ ຄົ້ນຄວ້າປັບປຸງຄືນແຫຼ່ງທຶນ ຄວນມາຈາກພາກລັດ, ສັງຄົມ, ຄົນເຈັບ ແລະ ຍາດແຍ່ງການຊ່ວຍເຫຼືອຈາກຕ່າງປະເທດ, ຄິດໄລ່ລະອຽດຄວາມສາມາດປະກອບສ່ວນຂອງລັດຖະບານ ໃຫ້ສອດຄ່ອງກັບລາຍຮັບ ແລະ ມີຄວາມຊັດເຈນ.
ນອກນັ້ນ ກອງປະຊຸມໄດ້ຮັບຟັງການລາຍງານ ຈາກກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບຄວາມຄືບໜ້າໃນການແກ້ບັນຫາ ການແຜ່ລະບາດຂອງຕັກກະແຕນ ແລະ ໜູຂີ ທີ່ພວມແຜ່ລະບາດ ໃນ 2 ແຂວງພາກເໜືອຂອງລາວ ເປັນຕົ້ນ ແຂວງຫຼວງພະບາງ ແລະ ແຂວງຫົວພັນ.
ຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ ໃນ​ກອງປະຊຸມ​ຄັ້ງ​ນີ້ ລວມທັງ​ ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນ ສິງຫາ 2015ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ດັ່ງນີ້:
1. ​ໃຫ້​ກະຊວງສາທາລະນະ​ສຸກ ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​​ແກ້​ໄຂ​ບັນຫາ​ການລະບາດ​ຂອງ​ໄຂ້ຍຸງ​ລາຍ ​ແລະ ພະຍາດ​ຕິດຕໍ່​ອື່ນໆ ​ໃນ​ລະດູຝົນ​ນີ້ ຢ່າງ​ຈິງ​ຈັງ.
            2. ​ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮີບ​ຮ້ອນ​ສົ່ງ​ທິມງານ​ວິຊາ​ການ ລົງ​ສົມທົບ​ກັບ​ແຂວງ, ​ເມືອງ ​ແລະ ພື້ນຖານ​ການ​ຜະລິດ​ຕ່າງໆ ​ເພື່ອ​ຊຸກຍູ້​ການຜະລິດ​ໃນລະດູຝົນ ​ໃຫ້​ບັນລຸ​ຕາມ​ຄາດໝາຍ.    ພ້ອມດຽວກັນນີ້, ໃຫ້ກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມເອົາໃຈໃສ່ຕິດ ຕາມສະພາບດິນຟ້າອາກາດຢ່າງເປັນປະຈຳເພື່ອແຈ້ງເຕືອນລ່ວງໜ້າໃຫ້ທົ່ວປະເທດໄດ້ຮັບຊາບຢ່າງທັນການ ວ່າຢູ່ແຂວງໃດ, ​ເມືອງໃດ ມີຄວາມສ່ຽງຈະເກີດ​​ລົມພະຍຸ ຫຼືໄພນ້ຳຖ້ວມເພື່ອຫຼີກລ້ຽງບໍ່ໃຫ້ເກີດຄວາມເສຍຫາຍ ຕໍ່ຊີວິດແລະ ຊັບສິນຂອງປະຊາ ຊົນ. ພ້ອມກັນນັ້ນ, ກໍໃຫ້ຄະນະກຳການຕ້ານໄພພິບັດແຫ່ງຊາດ, ຂັ້ນແຂວງ, ຂັ້ນເມືອງ ກວດກາຄືນການກະກຽມພາຫະນະ, ​ເຄື່ອງມື, ​ເງິນ, ກຳລັງຄົນແລະ ປັດໃຈອັນຈຳເປັນອື່ນໆເພື່ອຮັບມືກັບໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂື້ນ.
            3. ​ໃຫ້​ກະຊວງ​ການ​ເງິນສືບຕໍ່ເອົາໃຈໃສ່ໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ວາງເອົາໄວ້ ໃຫ້ທັນຕາມກຳນົດເວລາ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍດ້ວຍຈິດໃຈປະຢັດ ແລະ ກວດກາຄືການຊຳລະສະສາງຊຳລະຢ່າງລະ ອຽດ.
4. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານ ແລະ ຂະແຫນງການທີ່ກ່ຽວຂ້ອງເອົາ​ໃຈ​ໃສ່​ໃນ​ການ​ຕິດຕາມ​ກວດກາ, ຄຸ້ມ​ຄອງ ​ແລະ ມີ​ມາດ​ຕະການ​ອັນ​ເໝາະ​ສົມ ​ໃນ​ການ​ແກ້​ໄຂ ​ແລະ ດັດສົມບັນຫາ​ລາຄາ​ສິນຄ້າ ​ແລະ ອັດຕາ​ແລກປ່ຽນ ທີ່​ມີ​ທ່າ​ອ່ຽງ​ເໜັງ​ຕີງ​ໃນ​ທ້ອງ​ຕະຫຼາດ,
            5. ​ໃຫ້​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເປັນ​ເຈົ້າ​ການ ສົມທົບ​ກັບ​ແຂວງ​ຕ່າງໆ​ ກວດກາ ​ແລະ ສ້ອມ​ແປງ​ເສັ້ນທາງ​ໃນ​ຕົວ​ເມືອງ, ທາງ​ຫຼວງ​ແຫ່ງ​ຊາດ, ທາງ​ທ້ອງ​ຖິ່ນ ​ແລະ ຂົວ ທີ່​ເປ່​ເພ​ເສຍ​ຫາຍ ຍ້ອນ​ຝົນຕົກ​ໜັກ, ນ້ຳ​ຊູ​ທັ່ງ ຫຼື ດິນ​ເຈື່ອນ​ຖົມ ​ໃຫ້​ວ່ອງ​ໄວ​ທັນ​ການ, ສາມາດຂົນ​ສົ່ງ ​ແລະ ການ​ໄປ​ມາ​ໄດ້​ເປັນ​ປົກກະຕິ.
            6). ​ໃຫ້​ກະຊວງ​ກ່ຽວຂ້ອງ​ເອົາ​ໃຈ​ໃສ່​ຕື່ມ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ຕ້ອງ​ສືບຕໍ່ຈັດຕັ້ງປະຕິບັດ ວຽກງານດັ່ງໃຫ້ມີຄວາມຫນັກແຫນ້ນ, ແກ້ໄຂບັນຫາຢາເສບຕິດ, ຂີ້ລັກງັດແງະ, ການແຂ່ງລົດ ເພື່ອເຮັດໃຫ້ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ.

No comments:

Post a Comment