Ad

Ad

28 July 2015

ຫລາຍ​ພາກສ່ວນ​ມອບ​ເງິນ​ສະໜັບສະໜູນ​ງານສະ​ຫລອງ​ວັນ​ສື່​ມວນ​ຊົນ ຄົບຮອບ 65 ປີ



     ​​ໃນຕອນ​​​ເຊົ້າວັນທີ 27 ກໍລະກົດນີ້, ຢູ່ສະມາຄົມນັກຂ່າວແຫ່ງສປປ ລາວ ທີ່ນະຄອນຫລວງວຽງຈັນ, ​ໄດ້ມີພິທີມອບ-ຮັບເງິນສະໜັບສະໜູນຈາກພາກສ່ວນຕ່າງໆ ​​​​ໃຫ້ສະມາຄົມນັກຂ່າວແຫ່ງ ສປປ ລາວ ເພື່ອ​​ນຳໄປປະກອບສ່ວນເຂົ້າໃນການສະເຫລີ ສະຫລອງວັນສື່ມວນຊົນຄົບຮອບ 65 ປີ (13/8/1950-13/8/2015​ ທີ່ຈະມາເຖິງນີ້, ​ກຸ່ມບໍລິສັດເອັສທີ ​ແລະ ທະນາຄານ ​ເອັສທີມອບ​​ເງິນຈຳນວນ 100 ລ້ານກີບ, ບໍລິສັດ ຫົງສາ ພາວເວີ້ ຈຳນວນ 25 ລ້ານກີບ, ລັດວິສາຫະກິດໄຟຟ້າລາວ ຈຳນວນ 20 ລ້ານກີບແລະ ບໍລິສັດໂຄລາວ ຈຳນວນ 15 ລ້ານກີບ​. ໂດຍການ​​ເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມົນຕີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ​, ວັດທະນະທຳແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ.

     ໃນໂອກາດດັ່ງກ່າວ ທ່ານປະທານສະມາຄົມ​ ​ໄດ້ກ່າວຫຍໍ້ກ່ຽວກັບການຈັດງານດັ່ງກ່າວວ່າ: 65 ປີ​​ແຫ່ງການ​​ເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ, ​ເຊິ່ງເປັນປີອີກ​​ໜຶ່ງທີ່ສຳຄັນແລະໃນປີນີ້ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈະໄດ້ພ້ອມກັນຈັດງານວາງສະແດງມູນເຊື້ອຂອງສື່ມວນຊົນຂຶ້ນທີ່ສູນການຄ້າລາວ-ໄອເຕັກ ນັບແຕ່ວັນທີ 8-16 ສິງຫາ​ 2015 ນີ້, ຊຶ່ງຈະມີຮ້ານວາງສະແດງຫລາຍກວ່າ 50 ຮ້ານ ແລະ ຈະມີການສະແດງສິລະປະ, ສ້າງຄວາມບັເທິງຕ່າງໆແລະ​ ​ໃນວັນທີ 13 ສິງຫາ 2015ນີ້ຈະມີງານໂຮມຊຸມນຸມໃຫຍ່, ໂດຍການເຂົ້າຮ່ວມຂອງບັນດາສື່ຕ່າງໆເຊັ່ນ: ໜັງສືພິມ, ວາລະສານ, ວິທະຍຸແລະໂທລະພາບໃນນະຄອນຫລວງວຽງຈັນແລະ ແຂວງຕ່າງໆໃນທົ່ວປະເທດ.

No comments:

Post a Comment