Ad

Ad

28 July 2015

ເພີ່ມ​ຄວາມ​ເຂັ້ມງວດ​ການ​ປະຕິບັດ​ມາດ​ຕະການ​ທາງ​ດ້ານ​ງົບປະມານ 2015-2016



         ຢູ່​ໃນ​ມະຕິ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016 ນັບ​ວ່າ​ເປັນ​ປັດ​ໄຈ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຄ່ອງ​ຕົວ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ​ຄື: ຕໍ່​ກັບ​ມາດ​ຕະການ​ດ້ານ​​ເກັບ​ລາຍ​ຮັບ​ ສະ​ເໜີ​ໃຫ້​ລັດຖະບານເອົາ​ໃຈ​ໃສ່​ໃນ​ການ​ປັບປຸງ​ນິຕິ​ກຳ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ການ​ເກັບ​ລາຍ​ຮັບ ​ເປັນຕົ້ນການ​ເກັບ​ລາຍ​ຮັບ​ຈາກ​ບໍ່​ແຮ່, ພາຫະນະ, ສິນຄ້າ​ຟຸມ​ເຟືອຍ, ຄ່າ​ບໍລິການ​ອື່ນໆ​ໃຫ້​ເປັນ​ຮູບ​ປະ​ທຳ​ຫລາຍ​ຂຶ້ນ ລວມທັງ​ການ​ສ້າງ​ນິຕິ​ກຳ ​ແລ​ະ ປັບປຸງ​ກົນ​ໄກ​ການ​ເກັບ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ຢ່າງ​ລວມສູນ​ເຂົ້າງົບປະມານ​ແຫ່ງ​ລັດ, ສະ​ເໜີ​ໃຫ້​ວາງ​ມາດ​ຕະການ​ຄຸ້ມ​ຄອງ​ລາຍ​ຈ່າຍ, ຕິດຕາມ​ກວດກາ​ການ​ປະຕິບັດ​ການ​ແກ້​ໄຂ​ໜີ້ 3 ​ແຈ, ໜີ້​ໃນ​ລະບົບ, ປັບປຸງ​ລະບົບ​ການ​ປະມູນ​ຈັດ​ຊື້-ຈັດ​ຈ້າງ​ດ້ວຍ​ງົບປະມານ​ຂອງ​ລັດ​​ໃຫ້​ມີ​ປະສິດທິ​ຜົນ, ຮັບປະກັນ​​ຄວາມ​ໂປ່​ງ​ໃສ ​ແລະ ​ເປັນ​ທຳ, ສະ​ເໜີ​ລັດຖະບານ​ຄົ້ນຄວ້າ​ພິຈາລະນາ​ປັບປຸງ​ນິຕິ​ກຳ​ການສະ​ເໜີ​ຂໍ​ດັດ​ແກ້​ງົບປະມານ​ການ​ຈົດ​ຮັບ-ຈົດ​ຈ່າຍ, ລາຍ​ຮັບ​ວິຊາ​ການ​ຂອງ​ຂະ​ແໜງ​ການ ​ແລະ ການສະ​
ເໜີ​ຂໍ​ດັດ​ແກ້​​ເງິນ​ເກີນ​ແຜນ​ຂອງ​ທ້ອງ​ຖິ່ນ​ໃຫ້​ລະອຽດ ​ເພື່ອ​ຮັບປະກັນ​ຫລັກການ​ລາຍ​ຮັບ​ເກີນ​ແຜນ​ຂອງ​ທ້ອງ​ຖິ່ນ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ລາຍ​ຮັບ​ເກີນ​ແຜນ​ຂອງ​ງົບປະມານ​ແຫ່ງ​ລັດ. ສະພາ​ແຫ່ງ​ຊາດ​ຍັງ​ສະ​ເໜີ​ລັດຖະບານ​ຕ້ອງ​ປະ​ເມີນ​ຄືນ​ນະ​ໂຍບາຍ​ການ​ຫັນ​ຊັບ​ສິນ​ເປັນ​ທຶນ ​ແລະ ນິຕິ​ກຳ​ຄຸ້ມ​ຄອງ​ລະອຽດ ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ແຫ​ລ່ງຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ຊັບ​ສິນ​ຂອງ​ລັດ​ທີ່​ຖືກ​ນຳ​ໄປ​ແລກປ່ຽນ​ກັບ​ໂຄງການ​ກໍ່ສ້າງ​ຕ່າງໆ​ຖືກ​ບັນຈຸ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ, ທັງ​ຮັບປະກັນ​ການ​ຄິດ​ໄລ່​ມູນ​ຄ່າ​ຊັບ​ສິນ​ຂອງ​ລັດ ​ເປັນຕົ້ນ​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ​ໃຫ້​ໄດ້​ຮັບ​ການ​ຕີ​ລາຄາ​ມູນ​ຄ່າ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ທີ່​ວາງ​ອອກ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ການ​ປະຕິບັດ​ລາຍ​ຮັບ-ລາຍ​ຈ່າຍ​ຂອງ​ງົບປະມານ​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ ​ແລະ ​ມີ​ປະສິດທິ​ຜົນ.

No comments:

Post a Comment