Ad

Ad

23 December 2015

ມອບ-​ຮັບ​ໜ້າ​ທີ່​ເຈົ້າ​ແຂວງ​ຫົວພັນ​ຜູ້​ເກົ່າ ​ແລະ ຜູ້​ໃໝ່

ພິທີ​ມອບ-ຮັບ​ໜ້າ​ທີ່ ​ລະຫວ່າງ ທ່ານ ຄໍາ​ຮຸ່ງ ​ເຮືອງ​ວົງ​ສີ ​ເຈົ້າ​ແຂວງ​ຜູ້​ເກົ່າ (​ໄປ​ຮັບ​ໜ້າ​ທີ່​ໃໝ່)​ແລະ ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​​ເປັນ​​ເຈົ້າ​ແຂວງ​ຄົນ​ໃໝ່​ ພ້ອມ​ນັ້ນ, ​ກໍ​ໄດ້​ປະກາດ​​ແຕ່ງ​ຕັ້ງ​ບັນດາ​ຮອງ​ເຈົ້າ​ແຂວງ​ຄົນ​ໃໝ່​ ຈໍານວນ 3 ທ່ານ ຄື: ທ່ານນາງ ​ແພງ ກັນຍາ​ພິມ, ທ່ານ ພັນ​ທອງ ​ເພັດ​ໄຊ​ສົມບູນ ​ແລະ ທ່ານ ພູ​ໂຊນ ທໍາ​ມະ​ວິໄຊ. ພິທີ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ທັນວາ 2015 ທີ່​ຫ້ອງ​ວ່າ​ການ​ປົກ​ຄອງ​ແຂວງ​ດັ່ງກ່າວ ໂດຍ​ມີ​ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້​າຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີ​ບັນດາ​ຄະນະ​ພັກ, ພະນັກງານ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.
​ເພື່ອ​ສືບ​ຕໍ່​ຊີ້​ນໍາ-​ນໍາພາ ​ແລະ ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ​ແຂວງ​ຫົວພັນ ​ທີ່​ການຈັດ​ຕັ້ງ​ພັກ-ລັດຖະບານ​ມອບ​ ໝາຍ​ໃຫ້​ ທັງ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ຂອງ​ຕົນ​ໃຫ້​ປະສົບ​ຜົນ​ສໍາ​ເລັດ​ນັ້ນ, ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ​ໄດ້​ໃຫ້​ກຽດ​ໂອ້​ລົມ​ໂດຍ​ກ່າວ​ວ່າ: ການ​ມອບ​ໝາຍ​ຮັບ​ໜ້າ​ທີ່​ ລະຫວ່າງ​ເຈົ້າ​ແຂວງ​ຜູ້​ເກົ່າ ​ແລະ ຜູ້​ໃໝ່​ໃນ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​
ເປັນ​ຢ່າງ​ຍິ່ງ​ທີ່​ເຈົ້າ​ແຂວງ​ຜູ້​ໃໝ່​ ຈະ​ໄດ້​ສືບ​ຕໍ່​ນໍາພາ, ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ພັກ-ລັດ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມກັນ​ນັ​້ນ ກໍ​ເພື່ອ​ເປັນ​ການ​ຮອງ​ຮັບ​ບໍ​າລຸງຍົກ​ລະດັບ​ພະນັກງານ​ການ​ນໍາ​ຜູ້​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ​ເຂົ້າ​ໃນ​ພາລະກິດ​ລວມຂອງ​ຊາດ. ການ​ໝູນວຽນ, ການ​ຊັບ​ຊ້ອນ​ໜ້າ​ທີ່​ເຊິ່ງ​ແມ່ນ​ເປັນ​ເລື່ອງ​ປົກກະຕິ, ທັງ​ເປັນ​ກົດ​ເກນ ​ແລະ ທັງ​ແມ່ນ​ຫລັກການ​ຂອງ​ພັກ​ເຮົາ​ທີ່​ເຄິຍປະຕິບັດ​ກັນ​ມາ.

ພ້ອ​ມກັນ​ນີ້, ທ່ານ​ເຈົ້າ​ແຂວງ​ຜູ້​ໃໝ່​ ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ນໍາພາ​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ​ໃນ​ໝູ່​ຄະນະ, ພະນັກ​ງານ-ລັດຖະກອນໃຫ້​ແໜ້ນແຟ້ນ, ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ພະນັກງານການ​ນໍາ​​ແຂວງ ລວມທັງ​ພະນັກງານ-ລັດຖະກອນ​ທົ່ວ​ແຂວງ​ຫົວພັນ ​ໃຫ້​ມີ​ຫລັກ​ສະນະຫ​ລັກ​ໝັ້ນ​ການ​ເມືອງໜັກ​ແໜ້ນ, ສ້າງ​ໃຫ້​ພະນັກງານ​ມີ​ສະ ຕິ​ເຄົາລົບ​ລະບຽບ-ກົດໝາຍ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ, ​ເພີ້​ມທະວີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ນໍາພາ​ສະມາຊິກ​ພັກ-ພະນັກ ງານ​ໃນ​ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ​ໃຫ້​ມີ​ຜົນ​ສໍາ​ເລັດ.

No comments:

Post a Comment