Ad

Ad

23 December 2015

ລັດຖະບານຂຶ້ນ​ລາຍ​ງານ​ຜ່ານການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ 3 ສ້າງ ​ໃນ​ໄລຍະ​ຜ່ານ​ມາ


   ​ໃນວັນທີ 22 ທັນວານີ້, ​ເຊິ່ງເປັນອາທິດສຸດທ້າຍ ຂອງການດຳເນີນກອງປະຊຸມສະໄໝສາມັນ​​ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 7, ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ​ໃນຕອນເຊົ້າ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີວ່າການກະຊວງພາຍໃນໄດ້ຂຶ້ນຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງໃນຜ່ານມາວ່າ: ພາຍຫລັງ ມີມະຕິ 03/ກມສພ ວ່າດ້ວຍ​ 3 ສ້າງຄະນະຮັບຜິດຊອບວຽກງານດັ່ງກ່າວ ກໍໄດ້ຄົ້ນຄວ້າ​​ເຊື່ອມຊຶມແລະ ຫັນເອົາເນື້ອໃນມະຕິດັ່ງກ່າວເປັນນິຕິກຳ, ​ເປັນແຜນການ, ​ໂຄງການຕ່າງຢ່າງລະອຽດແລະ ຄົບຊຸດພໍສົມຄວນເພື່ອນຳມາຜັນຂະຫຍາຍເຂົ້າສູ່ຕົວຈິງ, ພ້ອມນັ້ນ ກໍໄດ້ມີການຈັດຕັ້ງປະຕິບັດຕົວຈິງຢ່າງມີຈຸດສຸມຢູ່ໃນ 52 ​ເມືອງແລະ 109 ບ້ານໃນທົ່ວປະເທດ, ຕະຫລອດໄລຍະຂອງການຈັດຕັ້ງປະຕິບັດການເຮັດທົດລອງ 3 ສ້າງ,​ ຄະນະຮັບຜິດຊອບຊີ້ນຳ​​ເຮັດທົດລອງ 3 ສ້າງຂັ້ນຕ່າງໆໄດ້ເອົາໃຈໃສ່ຊີ້ນຳ-ນຳພາ, ຕິດຕາມ, ຊຸກຍູ້, ກວດກາແລະ ຖອດຖອນບົດຮຽນໃນການດຳເນີນກອງປະຊຸມຕ່າງເພື່ອ​​ເປັນແຮງກະຕຸກຊຸກຍູ້ໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເທື່ອລະກ້າວແລະເຫັນວ່າ ປະຊາຊົນມີຄວາມກະຕືລືລົ້ນ​, ​ເປັນເຈົ້າການເຂົ້າຮ່ວມໃນການພັດທະນາເພາະເຂົາ​​ເຈົ້າໄດ້ຮັບຜົນປະໂຫຍດຕົວຈິງ ຈາກ 3 ສ້າງເປັນຕົ້ນຜົນປະໂຫຍດຈາກການລົງທຶນຂອງລັດເຂົ້າໃສ່ການພັດທະນາໃນດ້ານຕ່າງໆຢູ່ໃນເມືອງແລະ ບ້ານເປົ້າໝາຍເຮັດທົດລອງ 3 ສ້າງ, ​ຜົນປະໂຫຍດຈາກການໃຫ້ສິນເຊື່ອຂອງທະນາຄານເພື່ອສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກ, ຜົນປະໂຫຍດຈາກການຈັດຕັ້ງຝຶກອົບຮົມໃຫ້ການຊ່ວຍເຫລືອແນະນຳທາງດ້ານວິຊາການຕ່າງໆ, ຜົນໂຫຍດຈາກການເຂົ້າຮ່ວມຂອງພາກທຸລະກິດແລະ ອື່ນ. ​ໃນ 2-3 ປີຜ່ານມາແມ່ນມີໂຄງການພັດທະນາເສດຖະກິດ-ສັງຄົມ ດ້ວຍການລົງທຶນຂອງລັດທັງໝົດ 943 ​ໂຄງການ, ລວມມີມູນຄ່າ 248 ຕື້ກີບ. ນອກນັ້ນ ກໍມີກຸ່ມການຜະລິດເປັນສິນຄ້າຂອງປະຊາຊົນບັນດາເຜົ່າໃນບ້ານເປົ້າໝາຍໄດ້ຮັບການສະໜອງສິນເຊື່ອມຈາກທະນາຄານນະໂຍບາຍ ຈຳນວນ 332.615 ຕື້ກີບ ຮອດເດືອນສິງຫາ 2015 ​ແລະ ທະນາຄານ ສົ່ງເສີມກະສິກຳ ຈຳນວນ 44.701 ຕື້ກີບ ຮອດວັນທີ 20 ກໍລະກົດ 2015 ​ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າແລະ ການສ້າງບ້ານພັດທະນາໄດ້ເຮັດໃຫ້ການຈັດຕັ້ງນຳພາ, ການບໍລິຫານຄຸ້ມຄອງຢູ່ຂັ້ນເມືອງແລະ ຮາກຖານບ້ານໄດ້ຮັບການປັບປຸງຍົກລະດັບ ກາຍ​​ເປັນປັດໄຈກະຕຸກຊຸກຍູ້ການພັດທະນາຊົນນະບົດ​​ໃຫ້ມີໃບໜ້າໝ່, ການຜະລິດເປັນສິນຄ້າໄດ້ມີການຈັດຕັ້ງເປັນກຸ່ມຕິດພັນກັບການຊ່ວຍໜູນຂອງນັກວິຊາການ, ສິນເຊື່ອແລະ ການຕະຫລາດ, ​ໄດ້ມີໜໍ່ແໜງເກີດຂຶ້ນດ້ວຍຄວາມຍືນຍົງ.

     ຕາມການປະເມີນຄວາມທຸກຍາກແລະ ການພັດທະນາ ປີ 2014 ​ເຫັນວ່າ: ຢູ່ໃນບ້ານເຮັດທົດລອງ 3 ສ້າງໃນ 109 ບ້ານມີບ້ານພັດທະນາ 93 ບ້ານ​, ມີຄອບຄົວພັດທະນາ 28.452 ຄອບຄົວໃນຈຳນວນຄອບຄົວທັງໝົດ 30.995 ຄອບຄົວ, ມີບ້ານຕົວແບບດີເດັ່ນ 72 ບ້ານ, ຄອບຄົວຕົວແບບດີເດັ່ນ 544 ຄອບຄົວ, ມີຜູ້ປະກອບການດີເດັ່ນ 144 ຄົນແລະ ນັກພັດທະນາດີເດັ່ນ 614 ຄົນ. ​ໃນ​ 109 ບ້ານນີ້ມີ 47 ບ້ານທີ່ນອນຢູ່ໃນ 64 ຈຸດສຸມ ບູລິມະສິດຂອງລັດຖະບານແລະ ມີ 8 ບ້ານທີ່ນອນຢູ່ໃນ 167 ຈຸດຈັດສັນພູມລຳເນົາ ທີ່ສາມາດສ້າງເປັນຕົວເມືອງນ້ອຍໃນຊົນນະບົດເປັນຮູບປະທຳຫລາຍຂຶ້ນ.

No comments:

Post a Comment