Ad

Ad

23 December 2015

ທະນາຄານລາວ-ຫວຽດຈັບສະຫລາກມອບໂຊກໃຫຍ່ໃຫ້ລູກຄ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2016

ໃນທ້າຍອາທິດຜ່ານມານີ້, ທະນາຄານຮ່ວມທຸລະກິດລາວ-ຫວຽດ(Lao-Viet Bank), ໄດ້ຈັດພິທີໝູນລາງວັນຄັ້ງທີ 2 ໃນໂຄງການລຸ້ນຮັບໂຊກປະຈໍາປີ 2015 ທີ່ສູນການຄ້າວຽງຈັນເຊັນເຕີ,ນະຄອນ ຫລວງວຽງຈັນ, ເພື່ອມອບໂຊກໃຫຍ່ໃຫ້ແກ່ລູກຄ້າໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2016 ໂດຍມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ຂະແໜງການເງິນ, ອຸດສະຫະກໍາ ແລະ ການຄ້າ,ຍຸຕິທໍາປ້ອງກັນຄວາມສະຫງົບ, ຄະນະອໍານວຍ ແລະ ພະນັກງານ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈໍານວນຫລາຍ.

ທະນາຄານດັ່ງກ່າວໃຫ້ຮູ້ວ່າ: ການໝູນລາງວັນຄັ້ງນີ້ແມ່ນຄັ້ງສຸດທ້າຍຂອງໂຄງການລຸ້ນຮັບໂຊກປະຈໍາປີ 2015 ເຊິ່ງປະກອບມີ: ລາງວັນທີລົດໂຕໂຍຕາຟໍຈູນເນີ 1 ຄັນ, ລາງວັນທີ 2 ລົດໂຕໂຍຕາວີອອສ 1 ຄັນ ແລະ ລາງວັນອື່ນໆຫລາຍກວ່າ 35 ລາງວັນ, ລວມມີມູນຄ່າຫລາຍຮ້ອຍລ້ານກີບ, ເຊິ່ງຜູ້ທີ່ໂຊກດີໃນຄັ້ງນີ້ທະນາຄານຈະຕິດຕໍ່ພົວພັນຫາເພື່ອຮັບຂອງລາງວັນຕາມພາຍຫລັງ.
ທະນາຄານດັ່ງກ່າວໃຫ້ຮູ້ຕື່ມວ່າ: ການໝູນລາງວັນຄັ້ງທໍາອິດມີຂຶ້ນໃນທ້າຍເດືອນມິຖຸ ນາ 2015 ໂດຍຄັ້ງນັ້ນລູກຄ້າທີ່ໂຊກດີໄດ້ຮັບລາງວັນທີ 1 ເປັນລົດໂຕໂຍຕາວີອອສມີມູນຄ່າຫລາຍກວ່າ 200 ລ້ານກີບແມ່ນທ່ານນາງ ດວ່ານທິບິກທຸຍ.

ທະນາຄານຮ່ວມທຸລະກິດລາວ-ຫວຽດໄດ້ເລີ່ມຈັດໂຄງການລຸ້ນຮັບໂຊກມາແຕ່ປີ 2013ເປັນຕົ້ນມາ, ເພື່ອເປັນການສົມມານາຄຸນຄືນກໍາໄລໃຫ້ລູກຄ້າເຊິ່ງໄດ້ຮັບການສະໜັບສະໜູນ ແລະການເຂົ້າຮ່ວມຂອງລູກຄ້າດ້ວຍດີຕະຫລອດມາ.

No comments:

Post a Comment