Ad

Ad

23 December 2015

ອົງການ​ພຸດທະ​ສາສະໜາ​ສຳພັນ​ຫວຽດນາມສະໜັບສະໜູນ​ທຶນ1 ​ແສນ​ໂດ​ລາສ້າງ​ໂຮງຮຽນ​ສົງ​ຂອງ​ລາວ

           ໃນໂອກາດເດີນທາງມາຢ້ຽມຢາມແລະ ຮ່ວມພິທີຊາປະນາກິດສົບພະອາຈານມະຫາຜ່ອງສະມາເລີກອະດີດປະທານສູນກາງອົງການພຸດທະສາສະໜາສຳພັນລາວອົງທີ 4 ຂອງຄະນະຜູ້ແທນຂັ້ນສູງສູນກາງອົງການພຸດທະສາສະໜາສຳພັນຫວຽດນາມນຳໂດຍພະອາຈານທິກທຽນເຍິນປະທານສະພາບໍລິຫານອົງການພຸດທະສາສະໜາສຳພັນຫວຽດນາມໄດ້ສະໜັບສະໜູນເງິນສົດຈຳນວນ 1 ​ແສນໂດລາສະຫະລັດຫລືປະມານ 800 ກວ່າລ້ານກີບໃຫ້ແກ່ອົງການພຸດທະສາສະໜາສຳພັນລາວນຳ​​ໃຊ້ເຂົ້າໃນການກໍ່ສ້າງແລະຂະຫຍາຍໂຮງຮຽນສົງເຊິ່ງພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 21 ທັນວານີ້ທີ່ນະຄອນຫລວງວຽງຈັນລະຫວ່າງພະອາຈານທິກທຽນເຍິນແລະພະອາຈານໂງ່ນດຳລົງບຸນປະທານສູນກາງອົງການພຸດທະສາສະໜາສຳພັນລາວ.

          ໃນໂອກາດນີ້ກໍມີການພົບປະສອງຝ່າຍເພື່ອແນໃສ່ເພີ່ມທະວີການພົວພັນ, ຮ່ວມມືຊ່ວຍເຫລືອດເຊິ່ງກັນແລະກັນລະຫວ່າງພຸດທະສາສະໜາສອງປະເທດລາວ-ຫວຽດນາມໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ພ້ອມກັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃຫ້ນັບມື້ຈະເລີນຮຸ່ງເຮືອງ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືແບບພິເສດແລະ ຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.


No comments:

Post a Comment