Ad

Ad

23 December 2015

ລາຊ-ລາວມຸ່ງໝັ້ນດໍາເນີນທຸລະກິດທີ່ມີຄຸນນະພາບຍືນຍົງໃນລາວ

ບໍລິສັດຣາຊ-ລາວບໍລິການຈຳກັດ, ເປັນບໍລິສັດໃນເຄືອຂອງບໍລິສັດຜະລິດໄຟຟ້າຣາຊບູລີໂຮນດິ້ງຈຳກັດ (ມະຫາຊົນ), ເຊິ່ງຖືຮຸ້ນໃຫຍ່ໂດຍການໄຟຟ້າຝ່າຍຜະລິດແຫ່ງປະເທດໄ(EGAT), ັດ ຈຸບັນບໍລິສັດໄດ້ດໍາເນີນການພັດທະນາພະລັງງານໄຟຟ້າໃນຮູບແບບຕ່າງໆໃນ ສປປ ລາວ ຢ່າງຕໍ່ເນື່ອງຄື: ໂຄງການໂຮງໄຟຟ້າຫົງສາລິກໄນ, ແຂວງໄຊຍະບູລີ, ໂຄງການເຂື່ອນໄຟຟ້າເຊປ່ຽນເຊນ້ຳນ້ອຍ ແລະ ເຂື່ອນເຊກອງ 4 ແຂວງເຊກອງ, ເຂື່ອນໄຟຟ້ານໍ້າງື່ມ 2 ແຂວງຫລວງພະບາງ ແລະ ທຸລະກິດກ່ຽວຂ້ອງດ້ານພະລັງງານອື່ນໆ, ໂດຍສະເພາະແມ່ນການລົງທຶນໃນຕະຫຼາດຫຼັກຊັບ ແລະ ການສັນຫາບຸກຄະລາກອນເພື່ອການພັດທະນາໂຄງການຫົງສາແລະໂຄງການອື່ນໆທີ່ຈະເກີດຂຶ້ນໃນອນາຄົດ.

ບໍລິສັດຣາຊ-ລາວບໍລິການຈຳກັດ, ສ້າງຕັ້ງຶ້ເມື່ອຕົ້ນເດືອນພຶດສະພາ 2009 ​​ເພື່ອດຳເນີນງານຫຼັກໃນການເດີນເຄື່ອງ ແລະ ບຳລຸງຮັກສາເຂື່ອໄຟຟ້ານ້ຳງື່ມ 2, ​ເຊິ່ງສາມາດຜະລິດກະແສໄຟ ຟ້າຕັ້ງແຕ່ປີ 2011 ແລະ ການຈັດຫາບຸຄະລາກອນໃຫ້ໂຮງໄຟຟ້າພະລັງຄວາມຮ້ອນຫົງສາ, ມີທຶນຈົດທະບຽນຢູ່ ສປປ ລາວ ໃນມູນຄ່າ 2,5 ລ້ານໂດລາສະຫະລັດ, ​ເພື່ອດຳເນີນທຸລະກິດພັດທະນາພະລັງ ງານໄຟຟ້າ ແລະ ກຸ່ມບໍລິສັດຖືຮຸ້ນ EDL-GEN ຫລາຍກວ່າ 10% ຂອງຮຸ້ນທີ່ອອກຈຳໜ່າຍໃນຕະຫຼາດຫຼັກຊັບລາວເພື່ອສະໜັບສະໜູນການຂະຫຍ້າຍທຸລະກິດຂອງEDL-GEN ຄິດເປັນມູນຄ່າປະມານ​  55 ລ້ານໂດລາສະຫະລັດ ແລະ ເພື່ອໃຫ້ບັນລຸວິໄສທັດທີ່ວ່າ:“​ຈະເປັນຜູ້ດຳເນີນການບໍລິ ຫານຈັດການທຸລະກິດພະລັງງານທີ່ມີຄຸນນະພາບຢ່າງໜັ້ນຍືນໃນລາວ”.​ ໂດຍພາລະກິດຕົ້ນຕໍຂອງບໍລິສັດແມ່ນການກຳນົດແນວທາງການດຳເນີນງານຮ່ວມກັນລະຫວ່າງພາກລັດແລະເອກະຊົນ, ກໍຄືຜູ້ຮ່ວມລົງທຶນ ແລະ ພະນັກງານທີ່ສຳຄັນເປັນຕົ້ນ: ການສະໜັບສະໜູນໜ່ວຍງານພາກລັດ, ເອກະຊົນແລະ ອົງກອນສາທາລະນະປະໂຫຍດຕ່າງໆ,​ ໃຫ້ການສະໜັບສະໜູນເງິນທຶນແກ່ອົງກອນຕ່າງໆເຊັ່ນ: ສູນຄົນພິການທາງສາຍຕາໃນການໄປແຂ່ງຂັນກິລາທີ່ປະເທດສິງກະໂປ, ຊ່ວຍເຫຼືອອຸປະກອນເຄື່ອງ ໃຊ້ຫ້ອງການໃຫ້ແກ່ແຂວງບໍແກ້ວ ແລະ ບໍລິຈາກທຶນຮ່ວມກິດຈະກໍາທາງສັງຄົມເປັນຈໍານວນຫລວງ ຫລາຍ. ນອກຈາກນີ້, ບໍລິສັດໄດ້ຮ່ວມກັບບໍລິສັດຜະລິດໄຟຟ້າຣາຊບຸລີໂຮນດິ້ງຈຳກັດ(ມະຫາຊົນ) ​ແລະ ກະຊວງສຶກສາທິການ ແລະ ກິລາຮ່ວມດຳເນີນໂຄງການ ການສຶກສາສຳຫຼັບການເສີມສ້າງຄວາມຊຳນານເພື່ອດຳເນີນອາຊີບ ເຊິ່ງໂຄງການດັງກ່າວເນັ້ນໃສ່ການພັດທະນາບຸກຄະລາກອນຄູໃນມະຫາວິທະຍາໄລ​ ​ເພື່ອໃຫ້ບຸກຄະລາກອນຄູ​​ເລົ່ານັ້ນສາມາດນຳເອົາຄວາມຮູ້ໄປຜັນຂະຫຍາຍໃຫ້ບັນດາຄູ ແລະ ນັກຮຽນໃນໂຮງຮຽນຕ່າງໆ, ທັງສະໜັບສະໜູນທຶນພັດທະນາຫ້ອງຮຽນດ້ານຊ່າງເທັກນິກເປັນຕົ້ນ:​ ຂະແໜງກົນຈັກ​​ໂຮງງານ, ໄຟຟ້າ, ຈອດ-ເຊື່ອມຢູ່ວິທະຍາໄລປາກປ່າສັກ, ວິທະຍາໄລຊັບພະວິຊາ ແລະ ວິທະຍາໄລເຕັກນິກລາວ-​ເຢຍລະມັນ, ພ້ອມທັງມອບທຶນການສຶກສາໃຫ້ນັກ ຮຽນຈໍານວນ 120 ທຶນຕະຫຼອດໄລຍະ​​ເວລາ 5 ປີລວມການສະໜັບສະໜູນໃຫ້ແກ່ກະຊວງສຶກສາທັງໝົດ 20 ລ້ານບາດ(ສະກຸນເງິນໄທ). ນອກຈາກນີ້, ບໍລິສັດຍັງສະໜອງເງິນປະກອບອາຊີບແບບບໍ່ມີດອກເບ້ຍ, ພາຍໃຕ້ໂຄງການ ກ້າໄມ້,​ ແຕກ​​ໃບ, ສົດໃສ, ຍືນຕົ້ນ,​​ ໃຫຍ່ງາມ ຊຶ່ງໂຄງການດັ່ງກ່າວ​​ເປັນການຮ່ວມມືລະຫວ່າງບໍລິສັດແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເພື່ອສະໜອງທຶນປະກອບອາຊີບແບບບໍ່ມີດອກເບ້ຍໃຫ້ແກ່ນັກຮຽນທີ່ຈົບ​​ຈາກສູນຝຶກວິຊາຊີບຊາວໜຸ່ມດອນບອດສະໂກເພື່ອກູ້ຢືມ​​ໄປລົງທຶນປະກອບອາຊີບໃນຮູບແບບເງິນທຶນໜູນວຽນເພື່ອກະຈາຍທຶນໃຫ້ແກ່ນັກຮຽນທີ່ຈົບການສຶກສາໃນລຸ່ນຕໍ່ໆໄປ, ເຊິ່ງເປັນໂຄງການທຳອິດທີ່ບໍລິສັດສະໜັບສະໜູນໃນໄລຍະເວລາ 3 ປີລວມມູນຄ່າ​ 6 ແສນບາ.
ບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ບໍລິສັດຣາຊ-ລາວ,ໄດ້ຮັບສະໜັກນັກສຶກສາທີຈົບໃຫມ່ດ້ານຊ່າງໄຟຟ້າ, ຈອດ-ເຊື່ອມ, ກົນຈັກ ແລະ ດ້ານບໍລິຫານເພື່ອຮັບເຂົ້າເປັນພະນັກງານເຮັດວຽກຢູ່ໂຮງໄຟຟ້າພະລັງຄວາມຮ້ອນຫົງສາໃນສົກປີ 2014-2015 ມີຈໍານວນ133 ຄົນ. ນອກຈາກນີ້, ບໍລິສັດຍັງມີແຜນດໍາເນີນໂຄງການໄບໂອແມສແພລນເທຊັນ(Biomass Plantation )ເພື່ອເປັນພະລັງງານທົດແທນການນຳໃຊ້ຖ່ານຫີນໃນອານາຄົດຂ້າງໜ້າ,ປັດຈຸບັນໂຄງການດັ່ງກ່າວຢູ່ລະຫວ່າງການທົດລອງປູກກ້າເບ້ຍໄມ້ທີ່ຈະເປັນວັດຖຸດິບໃນການນຳໃຊ້ເປັນພະລັງງານທົດແທນໃນອນາຄົດ ແລະ ຊ່ວຍພັດທະນາລາຍໄດ້ເສດຖະກິດແກ່ປະຊາຊົນ ສປປ ລາວ ໄດ້ຢ່າງໝັ້ນຍືນ. ສ່ວນໂຄງການເຊປຽນເຊນ້ຳນ້ອຍ, ັດຈຸບັນໄດ້ດຳເນີນການກໍ່ສ້າງງານຂຸດເຈາະອຸໂມງເພື່ອນຳໃຊ້ໃນເຄື່ອງຈັກປັ່ນໄຟຟ້າມີຄວາມຄືບໜ້າຫລາຍກວ່າ 25% ແລະ ຄາດວ່າຈະສາມາດເປີດເດີນເຄື່ອງປັ່ນໄຟຟ້າໄດ້ໃນປີ2019, ໂຄງ ການໂຮງໄຟຟ້າພລັງງານຄວາມຮ້ອນຫົງສາລິກໄນແມ່ນມີພິທີເປີດໃນວັນທີ 9 ທັນວາ 2015 ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານຮອງປະທານປະເທດບຸນຍັງວໍລະຈິດ, ເຊິ່ງປັດຈຸບັນໄດ້ເດີນເຄື່ອງປັ່ນໄຟຟ້າແລ້ວ 2 ໜ່ວຍ ແລະ ຄາດວ່າຈັກໜ່ວຍທີ 3 ຈະເດີນເຄື່ອງໄດ້ໃນຕົ້ນປີ2016, ໂດຍມີກໍາລັງການຕິດຕັ້ງທັງໝົດ 1.845 ເມກາວັດ(MW).

ຜູ້ບໍລິຫານລະດັບສູງບໍລິສັດຣາຊ-ລາວໃຫ້ຮູ້ວ່າ: ຕະຫຼອດໄລຍະ​​ເວລາ​ 6 ປີທີ່ບໍລິສັດມີຄວາມມຸ່ງໜັ້ນທີ່ຈະສ້າງຄວາມເຕີບໃຫຍ່ໄປຄວບຄູ່ກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂື້ນເທື່ອລະກ້າວ, ບໍລິສັດຮັບຮູ້ດີວ່າການເຕີບໃຫຍ່ທີ່ຍືນຍົງຈະກົດຜົນເປັນຈິງໄດ້ກໍແມ່ນເລີ່ມຈາກການສ້າງຄວາມເຂັ້ມແຂງຂອງການປູກຈິດສໍານຶກຫລືການສ້າງຄ່ານິຍົມທີ່ຖືກຕ້ອງ, ມີຄຸນນະທຳ, ຈາລິຍະທຳຄວາມຊື່ສັດຄວາມໂປ່ໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ພັນທະຕໍ່ລັດຖະບານກໍຄືຄວາມຢູ່ດີກິນດີ ແລະ ມີຄຸນນະພາບຊີວິດຍືນຍົງຂອງປະຊາຊົນ.

No comments:

Post a Comment