Ad

Ad

23 December 2015

ທິບ​ພະຍະ​ປະກັນ​ໄພ​ ນຳ​ສະ​ເໜີ​ຜະລິດ​ຕະພັນ​ໃໝ່​ຂອງ​ຕົນ

     ​ໃນວັນທີ 22 ທັນວານີ້, ບໍລິສັດ ທິບພະຍະປະກັນໄພ ປະຈຳລາວໄດ້ນຳສະເໜີຜະລິດຕະພັນໃໝ່ຂອງຕົນຂຶ້ນ, ມີຊື່ວ່າ: ທິບເອອີຊີ (Tip AEC) ​​ເພື່ອຕ້ອນຮັບການເຂົ້າເປັນປະຊາຄົມເສດຖະກິດອາຊຽນຂອງລາວໃນມໍ່ໆນີ້, ​​ເຊິ່ງຜະລິດຕະພັນໃໝ່ນີ້ເປັນການເພີ່ມການຄຸ້ມຄອງພະຫະນະ, ຊີວິດແລະ ອື່ນໆຈາກອຸປະຕິເຫດທີ່ອາດຈະ​​ເກີດ​​ໃນເວລາທີ່ລູກຄ້າເດີນທາງໄປ​​​ປະເທດໄທ.

     ທ່ານ ບຸນໄຊ ບຸນຍານຸຣັກ ກຳມະການຜູ້ຈັດການໃຫຍ່ ທິບພະຍະປະກັນໄພ ກ່າວວ່າ: ​ຜະລິດຕະພັນໃໝ່ນີ້ແມ່ນການຄຸ້ມຄອງພະຫະນະ, ຊີວິດຂອງລູກຄ້າຂ້າມປະເທດ​. ​ໂດຍສະເພາະໃນກໍລະນີ ລູກຄ້າເດີນທາງ
ໄປຕິດຕໍ່ທຸລະກິດ, ຈັບຈ່າຍໃຊ້ສອຍ ຫລື ທ່ອງທ່ຽວຕາມ​​ແຂວງຕ່າງໆໃນປະເທດໄທ ​​​ແມ່ນບໍ່ຕ້ອງກັງວົນອີກຕໍ່ໄປເພາະຫາກເກີດອຸປະຕິເຫດ ຫລື ອື່ນໆ ທາງບໍລິສັດທິບພະຍະ ຈະຊົດເຊີຍແລະຄຸ້ມຄອງທ່ານເຖິງວ່າໃນເວລາທີ່ເກີດອຸປະຕິເຫດ ທ່ານຈະຢູ່ໄທ ຫລື ລາວກໍຕາມ. ນອກຈາກຜະລິດຕະພັນທີ່ກ່າວມານີ້ແລ້ວ ຍັງມີຫລາຍຜະລິດຕະພັນທີ່ທາງບໍລິສັດໄດ້​​ເຮັດຂຶ້ນມາເພື່ອລູກຄ້າໂດຍສະເພາະແລະ ຫວັງວ່າໃນຕໍ່ໜ້າທິບພະຍະ ຈະມີ​​ຜະລິດຕະພັນໃໝ່ເພີ່ມຂຶ້ນ​​ເພື່ອຄວາມຕ້ອງການຂອງສັງຄົມລາວ.

No comments:

Post a Comment