ກະຊວງກະວສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດສາມາດເກັບກ່ຽວມ້ຽນມັດເຂົ້ານາປີສຳເລັດແລ້ວ 100% ຂອງເນື້ອທີ່ປັກດຳທັງໝົດ 770.000 ເຮັກຕາ,ໃຫ້ຜົນຜະລິດທັງໝົດ 3,3 ລ້ານໂຕນ,ໂດຍສະເລ່ຍສະມັດຕະພາບການເກັບກ່ຽວບັນລຸປະມານ 4 ໂຕນ
/ ເຮັກຕາ,ໃນນີ້ພາກເໜືອປະຕິບັດໄດ້ຫຼາຍກວ່າ 542 ພັນໂຕນ,ພາກກາງຫຼາຍກວ່າ
1,8 ລ້ານໂຕນ, ພາກໃຕ້ຫຼາຍກວ່າ 984 ພັນໂຕນ. ຜູ້ລາຍງານໃຫ້ຮູ້ອີກວ່າ: ການປູກເຂົ້ານາປີປີນີ້ເມື່ອທຽບໃສ່ປີຜ່ານມາແລ້ວເຫັນວ່າມີຂະບວນການດີຂຶ້ນ, ຜົນຜະລິດເພີ່ມຂຶ້ນ, ແຕ່ຫຼຸດຄາດໝາຍແຜນການວາງໄວ້, ຍ້ອນຜົນກະທົບຈາກໄພພິພັດທາງທຳມະຊາດເຊັ່ນ: ໄພນ້ຳຖ້ວມ, ດິນເຈື່ອນ, ສັດຕູ້ພືດທຳລາຍ ແລະ ກະສິກອນຈຳນວນໜຶ່ງໄດ້ນຳໃຊ້ເນື້ອທີ່ນາຫັນ
ໄປປູກພືດອາຍຸສັ້ນທີ່ນຳໃຊ້ນ້ຳໜ້ອຍກວ່າການປູກເຂົ້າແທນ, ເພື່ອສ້າງລາຍຮັບໃຫ້ຄອບຄົວ. ສ່ວນຂະບວນການປູກພືດອື່ນໆທົ່ວປະເທດສາມາດປະຕິບັດໄດ້ຫຼາຍກວ່າ 470 ພັນເຮັກຕາ, ເທົ່າກັບ 74% ຂອງແຜນການ, ສຳລັບພືດອາຍຸສັ້ນປູກໄດ້ຫຼາຍຮອບວຽນກໍສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ເປັນຢ່າງດີ.
ກະຊວງກະສິກຳໃຫ້ຮູ້ອີກວ່າ: ປັດຈຸບັນຂະແໜງກະສິກຳໄດ້ປະສານສົມທົບກັບທ້ອງຖິ່ນເພື່ອສັງລວມແຜນການ ແລະ ຊຸກຍູ້ການຜະລິດເຂົ້ານາແຊງ ແລະ ພືດລະດູແລ້ງປະຈຳປີ 2016 ໃຫ້ໄດ້ຕາມແຜນການ,ໂດຍເນັ້ນໃສ່ປັດໄຈທີ່ກ່ຽວຂ້ອງເຊັ່ນ: ນ້ຳ,ຝຸ່ນ,ແນວພັນ ແລະ ອື່ນໆໃຫ້ຮັບປະກັນ.
No comments:
Post a Comment