Ad

Ad

22 December 2015

ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ

ຕອບສະໜອງຕາມການເຊີນຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະສະເດັດມາຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທາງລັດຖະກິດໃນລະຫວ່າງວັນທີ 21-23 ທັນວາ 2015 ເປັນຄັ້ງທຳອິດພາຍຫລັງທີ່ສົມເດັດໄດ້ຂຶ້ນຄອງລາດ.
ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດໃນແລງວັນທີ 21 ທັນວານີ້ ທີ່ທຳນຽບປະທານປະເທດ ໃນນະຄອນຫລວງວຽງຈັນ ໂດຍທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ພ້ອມບັນດາ
ສະມາຊິກຄະນະລັດຖະບານ, ສະພາແຫ່ງຊາດ, ຫົວໜ້າບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ນາຍທະຫານ, ນາຍຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ. ຈາກນັ້ນ ປະມຸກລັດຂອງສອງປະເທດ ກໍໄດ້ມີການພົບປະປຶກສາຫາລືຮ່ວມກັນເຊິ່ງສອງຝ່າຍຕ່າງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນຊາບ ລວມທັງການແລກປ່ຽນທັດສະນະ ແລະ ທິດທາງການຮ່ວມມືໃນອະນາຄົດລະຫວ່າງສອງປະເທດ; ປະມຸກລັດທັງສອງໄດ້ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນລະຫວ່າງປະຊາຊົນສອງຊາດລາວ ແລະ ກຳປູເຈຍ ທີ່ນັບມື້ແໜ້ນແຟ້ນ. ພ້ອມນີ້ ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງວຽກງານຊາຍແດນທີ່ສອງຝ່າຍໄດ້ຮ່ວມກັນສຳຫລວດ ແລະ ປັກຫລັກໝາຍສຳເລັດແລ້ວໄດ້ເປັນສ່ວນໃຫຍ່, ສ່ວນທີ່ຍັງຄົງຄ້າງແມ່ນສະເໜີໃຫ້ສືບຕໍ່ຊຸກຍູ້ໜ່ວຍງານທີ່ກ່ຽວຂ້ອງຮີບຮ້ອນຮ່ວມມືກັນແກ້ໄຂ ບົນຈິດໃຈທີ່ເປັນຍາດພີ່ນ້ອງບ້ານໃກ້ເຮືອນຄຽງດ້ວຍກັນໃຫ້ໄດ້ຮັບຜົນສຳເລັດໂດຍໄວ. ປະມຸກລັດທັງສອງໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງທັງສອງປະເທດ.

ຝ່າຍລາວໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງບໍ່ພຽງແຕ່ຈະເປັນຂີດໝາຍໃຫ້ແຫ່ງການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນເທົ່ານັ້ນ, ຫາກຍັງເປັນການເພີ່ມທະວີ ແລະ ເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈໃນການພົວພັນຮ່ວມມື ເພື່ອການພັດທະນາໃນຄອບຄົວອາຊຽນອີກດ້ວຍ.

No comments:

Post a Comment