Ad

Ad

22 December 2015

ສສ ຫວຽດນາມ ຊ່ວຍຍົກລະດັບທັກສະການລາຍງານຂ່າວ ເຫດການສຳຄັນໃຫ້ບັນນາທິການ ແລະ ນັກຂ່າວລາວ

ຊຸດອົບຮົມໄລຍະສັ້ນເພື່ອຍົກສູງທັກສະການລາຍງານຂ່າວໃຫ້ບັນນາທິການ ແລະ ນັກຂ່າວຈາກຂະແໜງການຕ່າງໆຂອງລາວອ້ອມຂ້າງສູນກາງຫລາຍກວ່າ 40 ຄົນເຂົ້າຮ່ວມ ໄດ້ຈັດຂຶ້ນໃນວັນທີ 21-25 ທັນວານີ້ ໂດຍສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງ ທ່ຽວ ເຊິ່ງໄດ້ຮັບການຊ່ວຍເຫລືອຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ ແລະ ສື່ສານ ສສ ຫວຽດນາມ.
ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນດັ່ງກ່າວ ໃຫ້ຮູ້ວ່າ: ຕະຫລອດໄລຍະ 4 ວັນຂອງການເຝິກອົບຮົມຈະໄດ້ຮັບຟັງການບັນລະຍາຍບົດຮຽນ ແລະ ປະສົບການຕ່າງໆຂອງນັກວິທະຍາ ກອນຜູ້ມີປະສົບການດ້ານການຂ່າວຈາກ ສສ ຫວຽດນາມ ເພື່ອນັກຂ່າວ ແລະ ບັນນາທິການຂ່າວຂອງລາວໄດ້ແລກປ່ຽນບົດຮຽນເພື່ອຍົກສູງທັກສະ ແລະ ຄວາມອາດສາມາດຂອງຕົນໃນການລາຍງານເຫດການໃຫຍ່
ສຳຄັນຕ່າງໆ ນັບທັງຢູ່ພາຍໃນ ແລະ ສາກົນ ໂດຍສະເພາະແມ່ນໃນສະເພາະໜ້ານີ້ ລາວເຮົາໄດ້ຮັບກຽດເປັນປະທານອາຊຽນເປັນປີທຳອິດຂອງການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ເຊິ່ງຈະມີຫລາຍເຫດການສຳຄັນທີ່ນັກຂ່າວພວກເຮົາຈະໄດ້ເອົາໃຈໃສ່ ແລະ ລາຍງານຂ່າວໃຫ້ວ່ອງໄວຖືກຕ້ອງ ແລະ ທັນເຫດການ.
ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 21 ທັນວານີ້, ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ກໍໄດ້ຈັດກອງປະຊຸມປຶກສາຫາລືການເພີ່ມທະວີຄຸ້ມຄອງວຽກງານຖະແຫລງຂ່າວ ແລະ ສື່ມວນຊົນຮ່ວມກັບຜູ້ເຮັດວຽກງານດັ່ງກ່າວຈາກແຂວງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ໃນນາມປະທານກອງປະຊຸມດັ່ງກ່າວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ເພື່ອແນໃສ່ປັບປຸງການຄຸ້ມຄອງວຽກງານຖະແຫລງຂ່າວ-ສື່ມວນຊົນໃຫ້ມີຄວາມຮັບປະກັນການເຮັດໜ້າທີ່ວຽກງານການເມືອງໃນໄລຍະໃໝ່ໃຫ້ທັນສະໄໝ, ມີຄຸນນະພາບ ແລະ ມາດຕະຖານ ເພື່ອກະກຽມໃຫ້ແກ່ການເຂົ້າເປັນປະຊາຄົມອາຊຽນໃນສະເພາະໜ້ານີ້ໃຫ້ມີປະສິດທິຜົນ ໂດຍສະເພາະແມ່ນການຄຸ້ມຄອງວຽກງານໂຄສະນາ, ຊ່ອງ ແລະ ລາຍການໂທລະພາບໃຊ້ສາຍ ແລະ ບໍ່ໃຊ້ສາຍ, ສິດກ່ຽວກັບລິຂະສິດຕໍ່ຜະລິດຕະພັນດາວທຽມ, ພ້ອມບົດບາດສິດ ແລະ ໜ້າທີ່ຂອບເຂດການເຄື່ອນໄຫວຂອງນັກຂ່າວໃຫ້ຮັບປະກັນ, ພ້ອມນັ້ນນັກສຳມະນາກອນຍັງຈະໄດ້ເຊື່ອມຊຶມຕື່ມອີກບັນດາກົດໝາຍ ແລະ ນິຕິກຳຕ່າງໆກ່ຽວຂ້ອງກັບວຽກງານຄຸ້ມຄອງສື່ມວນຊົນ ໂດຍສະເພາະແມ່ນຕໍ່ກັບບົດບາດການຄຸ້ມຄອງສື່ແບບໃໝ່ ແລະ ວຽກງານດາວທຽມໃຫ້ມີຄວາມເຂັ້ມແຂງ.

No comments:

Post a Comment