Ad

Ad

22 December 2015

5 ປີຜ່ານມາ ສະພາ​ແຫ່​ງຊາດ​​ໄດ້​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ຢ່າງ​ແຂງ​ແຮງ ​ແລະ ຕິດ​ພັນ​ກັບ​ປະຊາຊົນ​ຫລາຍ​ຂຶ້ນ

     ​ເຊົ້າ​​ວັນທີ 21 ທັນວາຜ່ານມານີ້, ​ເຊິ່ງເປັນມື້ທີ 11 ຂອງວາລະດຳເນີນກອງປະຊຸມສະ​​ໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII, ທ່ານ ດຣ. ​ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ​​ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງສະພາໃນ 5 ປີຕໍ່ກອງປະຊຸມດັ່ງກ່າວວ່າ:​ ​ໃນໄລຍະ 5 ປີຜ່ານມາ ທົ່ວພັກ-ລັດແລະ ປະຊາຊົນລາວທັງຊາດໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ບົນຈິດໃຈ​ 4 ບຸກທະລຸເຂົ້າໃນຂົງເຂດວຽກງານຂອງຕົນຕິດພັນກັບຂະບວນການເຮັດທົດລອງວຽກງານ 3 ສ້າງຢ່າງເປັນຂະບວນຟົດຟື້ນ​, ​ໄປພ້ອມໆກັບການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຕັ້ງໜ້າແລະເປັນເຈົ້າການ, ອັນໄດ້ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງ
ດ້ານການເມືອງຢ່າງໜັແໜ້ນ, ສັງຄົມມີຄວາມສະຫງົບ​​, ​ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ​ເສດຖະກິດສືບຕໍ່ຂະຫຍາຍຕົວ​​ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເປັນກ້າວ, ບົດບາດຂອງສປປ ລາວໄດ້ຮັບການຍົກລະດັບຂຶ້ນໃນເວທີພາກພື້ນແລະ ສາກົນ. ຄຽງຄູ່ກັນນັ້ນ ພວກເຮົາຍັງພົບກັບຄວາມຫຍຸ້ງຍາກແລະ ສິ່ງທ້າທາຍຈຳນວນໜຶ່ງ, ຊຶ່ງເປັນຂໍ້ຈຳກັດຕໍ່ການພັດທະນາເສດຖະກິດ-ສັງຄົມ, ກໍຄືການເຄື່ອນໄຫວຂອງອົງການອຳນາດລັດຂັ້ນຕ່າງໆເວົ້າລວມ, ​ເວົ້າສະເພາະຂອງສະພາແຫ່ງຊາດ, ​ເປັນຕົ້ນ ການຄຸ້ມຄອງລັດ-​​ຄຸ້ມຄອງເສດຖະກິດ-ສັງຄົມໂດຍລັດຖະທຳມະນູນແລະ ກົດໝາຍ ຍັງບໍ່ທັນເຂັ້ມງວດເຊັ່ນ: ການປະຕິບັດວິ​​ໄນການເງິນ-ງົບປະມານແລະ ການລົງທຶນ, ການຄຸ້ມຄອງແຮງງານ, ບັນຫາຢາເສບຕິດແລະ ການຄ້າມະນຸດ, ບັນຫາໄພພິບັດທາງທຳມະຊາດ, ພະຍາດລະບາດໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ກໍຄືການດຳລົງຊີວິດແລະ ຊັບສິນຂອງປະຊາຊົນບັນດາເຜົ່າ. ​ໃນນັ້ນ ຄະນະປະຈຳສະພາແຫ່ງຊາດໄດ້ລົງຢ້ຽມຢາມຊຸກຍູ້ການເຄື່ອນໄຫວຢູ່ເຂດເລືອກຕັ້ງຕ່າງໆເພື່ອເຮັດໃຫ້ການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຢູ່ເຂດ​​ເລືອກຕັ້ງ ມີຄວາມເຂັ້ມແຂງຂຶ້ນແລະໄດ້ນຳເອົາຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ,​ລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດແລະ ບັນຫາສຳຄັນ ທີ່ຕິດພັນກັບການຄຸ້ມຄອງຂອງລັດ, ຄຸ້ມຄອງ​​ເສດຖະກິດ-ສັງຄົມ ລວມທັງພາລະບົດບາດຂອງສະພາແຫ່ງຊາດ ລົງເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງກວ້າງຂວາງຫລາຍຂຶ້ນ. ນອກນີ້ ສະພາແຫ່ງຊາດໄດ້ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງຢ້ຽມຢາມແລະໃຫ້ການຊ່ວຍເຫລືອບັນເທົາທຸກແກ່ປະຊາຊົນບັນດາເຜົ່າ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ໂດຍສະເພາະກອງປະຊມສະໄໝສາມັນເທື່ອທີ 6 ຊຶ່ງໄດ້ສະເໜີມາດຕະການແກ້ໄຂແລະເຫັນດີອະນຸມັດງົບປະມານຈຳນວນ 100 ຕື້ກີບ, ຍົກເວັ້ນການນຳເຂົ້າແນວພັນພືດ, ສັດ, ປຸຍ, ຢາປາບສັດຕູພືດ, ​ແກ່ຍາວການຊຳລະຄ່າໄຟຟ້າແລະ ດອກເບ້ຍທະນາຄານແລະໄດ້ປຸກລະດົມຂົນຂວາຍທຶນຮອນ ຈາກພາກສ່ວນຕ່າງໆ ປະມານ 300 ກວ່າຕື້ກີບແລະ 110.000 ​ໂດລາສະຫະລັດເພື່ອປະກອບສ່ວນແກ້ໄຂວຽກງານດັ່ງກ່າວແລະ ການພັດທະນາພື້ນຖານໂຄງລ່າງຢູ່ທ້ອງຖິ່ນຕ່າງໆຢ່າງມີຜົນ.

     ທ່ານຮອງປະທານສະພາແຫ່ງຊາດກ່າວວ່າ: ​​ເພື່ອສືບຕໍ່ຈັດຕັ້ງປະຕິບັດທິດທາງວຽກງານຂອງສະພແຫ່ງຊາດ ຊຸດທີ 7 ​ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ສະພາແຫ່ງຊາດ ຈະສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດແລະ ຜົນປະໂຫຍດຂອງປະຊາຊົນບັນດາ​​ເຜົ່າໃຫ້ຫລາຍຂຶ້ນກວ່າເກົ່າ, ຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດເປັນອົງການນິຕິບັນຍັດໃຫ້ມີຄວາມສັກສິດ​, ສືບຕໍ່ຊຸກຍູ້ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດປະຈຳສົກປີ 2015-2016, ສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດແລະ ສືບຕໍ່ປະຕິບັດວຽກງານການຕ່າງປະເທດຂອງສະພາແຫ່ງຊາດຕາມທີ່ໄດ້ວາງໄວ້ຢ່າງເຂັ້ມງວດ.

No comments:

Post a Comment