Ad

Ad

22 December 2015

ກະຊວງພາຍໃນ ສປປ ລາວ-ສສ ຫວຽດນາມ ເພີ່ມທະວີການຮ່ວມມື

          ກະຊວງພາຍໃນ ສປປ ລາວ ແລະ ສອງຝ່າຍ ສສ ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍການຮ່ວມມືຫລັງຈາກທີ່ທັງສອງຝ່າຍເຫັນດີ ແລະ ເປັນເອກະພາບກັນຕໍ່ທິດທາງແຜນການຮ່ວມມືສະບັບໃໝ່ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຮ່ວມມືສອງຝ່າຍໃນຕໍ່ໜ້າ, ໂດຍລົງເລິກໃສ່ວຽກງານບໍລິຫານລັດ, ການປັບປຸງກົງຈັກລັດ, ການຄຸ້ມຄອງ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນຂອງ ສປປ ລາວ, ການປົກຄອງທ້ອງຖິ່ນ, ການສຳເນົາເອກະສານແຫ່ງຊາດ, ແຂ່ງຂັນ-ຍ້ອງຍໍ ແລະ ວຽກງານ ຊົນເຜົ່າອື່ນໆອີກ.

          ພິທີເຊັນສັນຍາໃສ່ບົດບັນທຶກການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ທັນວາ 2015 ຢູ່ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ຄຳມູນ ວິພົງໄຊ ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ແລະ ທ່ານ ເຈິນ ແອງຕວນ ລັດ ຖະມົນຕີຊ່ວຍວ່າການກະຊວງພາຍໃນ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີວ່າການກະຊວງພາຍໃນ.

          ໂອກາດນີ້ ທ່ານ ຄຳມູນ ວິພົງໄຊ ໄດ້ກ່າວຕ້ອນຮັບ ທ່ານ ເຈິນແອງຕວນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ກັບກະຊວງພາຍໃນ ແຫ່ງ ສປປ ລາວ ນັບແຕ່ວັນທີ 19-22 ທັນວາ ນີ້ ພ້ອມຕີລາຄາສູງໃນການຈັດຕັ້ງປະຕິບັດວຽກງານການຮ່ວມມື ລະຫວ່າງ ສອງກະຊວງແຕ່ ປີ 1992 ມາຮອດປັດຈຸບັນໄດ້ມີປະສິດຕິພາບດີຂຶ້ນ ແລະ ສາມາດຍາດແຍ່ງໄດ້ຜົນສຳເລັດຫລາຍຢ່າງ, ໂດຍສະເພາະແມ່ນການຍົກລະດັບທາງດ້ານວິຊາການຂອງວຽກງານບໍລິຫານລັດ, ວຽກງານຄຸ້ມຄອງລັດຖະກອນ ແລະ ວຽກງານສຳເນົາແຫ່ງຊາດອື່ນໆອີກ.

No comments:

Post a Comment