Ad

Ad

22 December 2015

ອາທິດ​ຜ່ານ​ມາ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ​ຜູ້​ເສຍ​ຊີວິດ 9 ຄົນ ຍ້ອນ​ອຸປະຕິ​ເຫດ

 ​ໃນວັນທີ 21 ທັນວານີ້, ​ເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ນະ ຄອນຫຼວງວຽງຈັນໃຫ້ຮູ້ວ່າ: ​ເຖິງຈະເຮັດໜ້າທີ່ຢ່າງຕັ້ງໜ້າ, ກໍບໍ່ສາມາດຢັບຢັ້ງບັນຫາອຸປະຕິເຫດໃຫ້ຫຼຸດລົງໄດ້, ​ເນື່ອງຈາກວ່າຜູ້ຂັບຂີ່ຍັງ​​ກົດລະເມີດລະບຽບຈະລາຈອນເປັນຕົ້ນແມ່ນການ​​ຂີ່ລົດໄວເກີນຂອບເຂດ, ​ດື່ມສິ່ງມຶນເມົາແລ້ວຂັບຂີ່ແລະ ອື່ນໆ ຈຶ່ງເຮັດໃຫ້ມີອຸປະຕິເຫເກີດຂຶ້ນຫຼາຍ, ຊຶ່ງພຽງອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນມີອຸປະຕິເຫດເກີດຂຶ້ນ 34 ຄັ້ງ, ມີຜູ້ເສຍຊີວິ 9 ຄົນ, ມີຜູ້ໄດ້ຮັບບາດເຈັບຫຼາຍກ່ວາ 40 ຄົນໃນນັ້ນມີ 10 ຄົນໄດ້ຮັບບາດ​​ເຈັບສາຫັ, ມີພາຫະນະເປ່ເພເສຍຫຼາຍກ່ວາ 60 ຄັນ, ມີໜຶ່ງຄັນ​​ເປ່ເພໜັກຈົນໃຊ້ການບໍ່ໄດ້ແລະ ລວມມີຄ່າເສຍຫາຍທັງໝົດປະມານ 330 ລ້ານກີບ. ​ເມື່ອທຽບໃສ່ອາທິດຜ່ານມາເຫັນວ່າມີຜູ້ເສຍຊີວິເພີ່ມ
ຂຶ້ນ, ​ເຈົ້າໜ້າທີ່ໃຫ້ທັດສະນະວ່າ ເພື່ອຫຼີກລ່ຽງບັນຫາດັ່ງກ່າວ​, ​ຜູ້ໃຊ້ລົດ-​ໃຊ້ຖະໜົນຕ້ອງປະຕິບັລະບຽບຈະລາຈອນວ່າງອອກໃຫ້​​ເຂັ້ມງວດ, ມີມາລະຍາດໃນການຂັບຂີ່, ບໍ່ຄວນໝີ່ນປະໝາແລະໃຫ້ກຽເຊິ່ງກັນແລະ ກັນ ກໍຈະຊ່ວຍໃຫ້ອຸປະຕິເຫດຫຼຸດຜ່ອນລົງໄດ້.

No comments:

Post a Comment