Ad

Ad

22 December 2015

ສະພາບ​ອາກາດ​ໃນ​ໄລຍະ​ນີ້ຈະ​ອຸ່ນ​ຂຶ້ນ​

     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງລາວໄດ້ສືບຕໍ່ອ່ອນກຳລັງລົງແລະ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ​​ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ສະພາບອາກາດອຸ່ນຂຶ້ນຕື່ມອີກໃນແຕ່ລະພາກ, ສຳລັບເຂດພູສູງແລະເຂດຮ່ອມພູ ອາກາດຍັງຈະໜາວຫລາຍພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ.
     + ພາກເໜືອດ້ານຕາເວັນອອກ: ອາກາດໂດຍທົ່ວໄປຈະອຸ່ນຂຶ້ນຕື່ມແຕ່ຢູ່ເຂດພູສູງ, ຍອດພູ, ​ເປີ້ນພູແລະ ຮ່ອມພູ ອາກາດຈະໜາວ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸ່ນຫະພູມຕ່ຳສຸດ 9-12 ອົງສາແລະ
ສູງສຸດ 19-21 ອົງສາ. ສ່ວນພາກເໜືອດ້ານເວັນຕົກ: ອາກາດຈະອຸ່ນຂຶ້ນຕື່ມ​, ​ແຕ່ໂດຍທົ່ວໄປອາກາດຍັງຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ, ສະເພາະເຂດພູສູງ ອາກາດຈະໜາວຫລາຍ. ອຸນຫະພູມຕ່ຳສຸດ 15-17 ອົງສາແລະ ສູງສຸດ 24-26 ອົງສາ, ສະເພາະຢູ່ເຂດເມືອງສິງແລະ ວຽງພູຄາ: ອຸນຫະພູມຕ່ຳສຸດ 13-15 ອົງສາແລະ ສູງສຸດ 22-24 ອົງສາ.
     + ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 17-19 ອົງສາແລະ ສູງສຸດ 29-31 ອົງສາ. ສຳລັບພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດ​​ເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 16-18 ອົງສາແລະ ສູງສຸດ 29-31 ອົງສາແລະແຂວງໄຊສົມບູນ: ອາກາດໜາວ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ​. ອຸນຫະພູມຕ່ຳສຸດ 7-9 ອົງສາແລະ ສູງສຸດ 22-24 ອົງສາ.

     + ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດ​​ເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 20-22 ອົງສາແລະ ສູງສຸດ 30-32 ອົງສາ. ສ່ວນວ່າຢູ່ເຂດປາກຊ່ອງ, ນິຄົມ 34: ອາກາດຍັງເຢັນ. ອຸນຫະພູມຕ່ຳສຸດ 10-12 ອົງສາແລະ ສູງສຸດ 24-26 ອງົສາ.

No comments:

Post a Comment