Ad

Ad

22 December 2015

ໄຟ​​ໄໝ້ທີ່​ບ້ານ​ສີ​ຫອມ ​ເສຍ​ຫາຍ​ເປັນ​ຈຳນວນ​ຫລາຍ


   ​ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ເວລາປະມານ 19:45 ນາທີ ຂອງວັນທີ 18 ທັນວາຜ່ານມາ, ​ໄດ້ເກີດເຫດໄຟໄໝ້​​ເຮືອນຈຳໜ່າຍແກັສແລະ ຂາຍເຄື່ອງບໍລິໂພແລະເຮືອນຫ້ອງແຖວ 7 ຫ້ອງແລະເຮືອນທຳມະດາ 3 ຫລັງຢູ່ບ້ານສີຫອມ​ ​ເມືອງຈັນທະບູລີນະຄອນຫລວງວຽງຈັນ ໄດ້ສ້າງຄວາມເສຍຫາຍມີລົດຈັກ 5 ຄັນເງິນສົດຫລາຍກວ່າ 197 ລ້ານກີບ, 10 ລ້ານບາດ (ສະກຸນ​​​ເງິນໄທ) ​ແລະ 40 ພັນໂດລາສະຫະລັດ, ​ສ່ວນສາເຫດແມ່ນເກີດຈາກການ​​ໄຕ້ທູບທຽນບູຊາ

     ​ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບ​​ແຈ້ງກໍຮີບນຳລົດນ້ຳແລະເຈົ້າໜ້າທີ່ຈຳນວນໜຶ່ງ ລົງຊ່ວຍດັບມອດໄຟທີ່ກຳລັງລຸກໃໝ້, ຜ່ານ​​ໄປຫລາຍຊົ່ວໂມງຈຶ່ງສາມາດສະກັດກັ້ນແລະ ຄວບຄຸມໄຟໄວ້ໄດ້. ຈາກເຫດການທີ່ບໍ່ເພີ່ງປາຖະໜາດັ່ງກ່າວ ຈຶ່ງຂໍເຕືອນ​​ໃຫ້ປະຊາຊົນ ຈົ່ງ​​ມີສະຕິໃນການຊົມ​​ໃຊ້ຟືນໄຟ, ​ໃຕ້ທູບທຽນບູຊາໃນວັນສິນວັນພະຕ່າງໆໃຫ້ລະມັດລະວັງ​ ​ເພື່ອປ້ອງກັນການເກີດອັກຄີໄພທີ່ສາມາດເກີດຂຶ້ນ​​ໄດ້ທຸກເວລາ.

No comments:

Post a Comment