Ad

Ad

21 December 2015

ການ​ນຳ​ຂັ້ນ​ສູງ​ເຂົ້າ​ຮ່ວມພິທີຊາປານະກິດສົບພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ ຈັດ​ຂຶ້ນທີ່ເດີ່ນພະທາດຫລວງຢ່າງ​ສົມ​ກຽດ

     ໃນຕອນ​ບ່າຍວັນທີ 20 ທັນວານີ້, ໄດ້ມີພິທີເຄື່ອນພຣະສົບຂອງພຣະອາຈານ ດຣ. ມະຫາຜ່ອງສະມາເລີກ ອະດີດປະທານສູນກາງອົງການພຸດທະສາດສະໜາສໍາພັນລາວອົງທີ 4 ຈາກວັດມະຫາວິຫານອົງຕື້, ​ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ​ໄປຊາປານະກິດຢູ່ທີ່ເດີ່ນພະທາດຫລວງໂດຍການເຂົ້າຮ່ວມຂອງທ່ານ ຈູມມາລີໄຊຍະສອນເລຂາທິການ​​ໃຫຍ່ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ​ໃນຂະບວນເຄື່ອນພຣະສົບປະກອບມີ: ຂະບວນຜູ້ຊົງຄຸນວຸດທິ, ຂະບວນສະຫລຽງພຣະມະຫາເຖຣະສູດຍອດມຸກ, ຂະບວນຈູງພຣະ ສົບມີພຣະສົງສາມະເນນ 400 ອົງ, ຂະບວນລົດພຣະສົບ, ຂະບວນດົນຕີພື້ນເມືອງລາວ, ຂະບວນມະຫາຊົນ
ເຂົ້າຮ່ວມ ພິທີອັງເຊີນ ແລະ ກໍາລັງຊາວໜຸ່ມຫລາຍກວ່າ 2 ພັນຄົນ ຍືນສອງຂ້າງທາງແຕ່ປະຕູໄຊຮອດເດີນທາດຫລວງ, ຫລັງ​ຈາກ​​ນັ້ນ ກໍ​ມີ​ພຣະສົງ​ສາມະ​ເນນ ​ແລະ ຍາດ​ໂຍມ​ເຂົ້າ​ວາງ​ດອກ​ໄມ້​ທູບ​ທຽນ​ ​ເມື່ອ​ມາ​ຮອດ​ເວລາ 21:00 ​ໂມງ ​ໄດ້​ມີ​ພິທີ​ຖວາຍ​ພຣະ​ເພີງ​ສົບ​ ​ແລະ ​ໃນ​ວັນ​ທີ 21 ທັນວາ 2015 ເວລາ 9:00 ໂມງແມ່ນຈະ​ມີພິທີເກັບດູກ, ຕອນຄໍ່າເວລາ 18:00 ໂມງແມ່ນສູດໄຊຍະມຸງຄຸນ, ວັນທີ 23 ທັນວາ ຈະເປັນມື້ຕັ້ງກອງບຸນ, ສູດໄຊຍະ ມຸງຄຸນ ແລະ ວັນທີ 23 ທັນວາ ເວລາ 7:00 ຈະມີ ພິທີຕັກບາດຖວາຍສັງຄະທານເລິກ ມຸງຄຸນພຣະສົງ 101 ອົງ.

     ພະອາຈານໃຫຍ່ມະຫາຜ່ອງສະມາເລີກ ໄດ້ລະສັງຂານໃນວັນທີ 7 ຕຸລາ 2015 ທີ່ວັດອົງຕື້ມະຫາວິຫານ ກໍໄດ້ມີບັນດາອອກຕົນຍາດ​​ໂຍມທົ່ວສາລະທິດທັງພາຍໃນແລະ ຕ່າງປະເທດຫລັ່ງໄຫລກັນເຂົ້າມາກາບສັກກາຣະສາຣິຣະສັງຂານພະອາຈານໃຫຍ່ຢູ່ວັດອົງຕື້ມະຫາວິຫານ, ເພື່ອສະແດງຄວາມເຄົາລົບບູຊາ, ຄວາມກະຕັນຍູກະຕະເວທີ, ຮູ້ບຸນຄຸນແລະ ຄຸນງາມຄວາມດີຂອງພະອາຈານໃຫຍ່, ໂດຍມີພິທີບຳເພັນກຸສົນຢ່າງຕໍ່ເນື່ອງ, ມີການເຮັດບຸນປະຈຳວັນເປັນຕົ້ນແມ່ນໃສ່ບາດຖວາຍສັງຂະທານ​, ​ສູດພຣະອະພິທັມ, ຖວາຍພັດຕາຫານເພນແລະ ຮັບຕ້ອນການເຂົ້າສັກກາຣະສາຣິຣະສັງຂານຈາກຄະນະພະສົງແລະ ອອກຕົນຍາດ​​ໂຍມ,ສູດພຣະອະພິທັມ, ຟັງເທສະໜາ, ຄາຣາວະຮັບພອນ, ກິດຈະກຳ ສົນທະນາທັມແລະ ອື່ນໆຕາມປະເພນີ.

No comments:

Post a Comment