Ad

Ad

21 December 2015

ກອງ​ປະຊຸມ​ໃຫຍ່​ຄັ້ງທີ IV ຂອງ​ອົງຄະ​ນະ​ພັກ​ກະຊວງ ຖວທ ສຳ​ເລັດ​ລົງ​ດ້ວຍ​ຜົນ​ອັນ​ຈົບງາມ

(ສະຫາຍ ສຈ. ດຣ. ບໍ່ແສງຄຳ ວົງດາລາໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານພັກກະຊວງອີກສະໄໝໃໝ່)
     ພາຍຫລັງດຳເນີນມາເປັນເວລາໜຶ່ງມື້ໃນວັນທີ 18 ທັນວານີ້ ທີ່ນະຄອນຫລວງວຽງຈັນ, ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວໄດ້ສຳເລັດລົງດ້ວຍຜົນອັນຈົບງາມໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມແລະ ມີສະມາຊິກພັກສົມບູນ 187 ສະຫາຍ, ຍິງ 44 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວກະຊວງດັ່ງກ່າວຫລາຍກວ່າ 750 ຄົນເຂົ້າຮ່ວມ.

    ພາຍຫລັງກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ IX ​ແລະ ບົດສຳຫລວດການຊີ້ນຳ-ນຳພາຂອງອົງຄະນະພັກສະໄໝທີ III ຜ່ານມາ ອັນໄດ້ຍົກໃຫ້ເຫັນຜົນງານແລະ ຜົນສຳເລັດຕ່າງໆຂອງຂະແໜງການຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວຍາດມາໄດ້ຕະຫລອດໄລຍະ 5 ປີຜ່ານມາເພື່ອເສີມຂະຫຍາຍແລະ ບາງບັນຫາຈຸດອ່ອນຄົງຄ້າງຕ່າງໆເຊິ່ງທົ່ວອົງຄະນະພັກກະຊວງດັ່ງກ່າວຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ. ຈາກນັ້ນກອງປະຊຸມໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ຈຳນວນ 21 ສະຫາຍ, ​ໃນນັ້ນກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານ​​ພັກດັ່ງກ່າວໄດ້ເປັນເອກະພາບເລືອກເອົາສະຫາຍ ສຈ. ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວເປັນເລຂາຄະນະບໍລິຫານກະຊວງອີກສະໄໝໃໝ່, ສະຫາຍ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງເປັນຮອງເລຂາ, ສະຫາຍນາງ ສຸພາລັກ ທິລາວົງໄດ້ຮັບເລືອກເປັນປະທານກວດກາພັກ, ສະຫາຍ ບົວມະນີໄຊທິລາດແລະ ສະຫາຍ ຄຳສອນ ພົມມະອຸດເປັນຮອງປະທານກວດກາພັກກະຊວງດັ່ງກ່າວ.
     ​ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມຄະນະຜູ້ແທນກອງປະຊຸມໃຫຍ່ດັ່ງກ່າວເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ໃນການພັດທະນາວຽກງານ ຖວທ ຕະຫລອດໄລຍະ 5 ປີຜ່ານມາ. ນັ້ນແມ່ນຜົນສຳເລັດອັນໃຫຍ່ຫລວງແຫ່ງການຊີ້ນຳ-ນຳພາຂອງອົງຄະນະພັກກະຊວງດັ່ງກ່າວ ອັນໄດ້ເຮັດໃຫ້ວຽກງານ ຖວທ ນັບມື້ເຕີບໃຫຍ່ເຂັ້ມແຂງ. ສະຫາຍຮອງນາຍົກລັດຖະມົນຕີເວົ້າວ່າ: ​ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່ ຂະແໜງການຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ ຈະຕ້ອງໄດ້ສຸມໃສ່ປັບປຸງຕົນເອງຫລາຍດ້ານຄື:
     ຂະແໜງຖະແຫລງຂ່າວຕ້ອງພັດທະນາແລະ ສ້າງຕົນເອງໃຫ້ກາຍເປັນເຄື່ອງມືອັນແຫລມຄົມຂອງພັກແລະ ສາມາດເຮັດໜ້າທີ່ສຶກສາອົບຮົມ, ປຸກລະດົມຂົນຂວາຍການມວນຊົນປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີປະສິດທິຜົນສູງຂຶ້ນແລະ ຢາກໄດ້ແນວນັ້ນ, ອົງຄະນະພັກກະຊວງຕ້ອງເປັນເຈົ້າການຊີ້ນຳ-ນຳພາແລະ ສ້າງຖັນແຖວພະນັກງານນັກຮົບສື່ມວນຊົນເຮົາໃຫ້ມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດວາງອອກໃຫ້ເລິກເຊິ່ງກວ່າເກົ່າ. ພ້ອມນັ້ນກໍຕ້ອງເອົາໃຈໃສ່ຍົກສູງຄຸນນະພາ, ຂະຫຍາຍປະລິມາຍສື່ໃຫ້ຫລາກຫລາຍ, ວ່ອງໄວທັນເຫດການແລະ ສາມາດຂະຫຍາຍລົງສູ່ຮາກຖານທ້ອງຖິ່ນໃຫ້ກວ້າງຂວາງທົ່ວເຖິງ.
     ສ່ວນວຽກງານວັດທະນະທຳກໍຕ້ອງສຸມໃສ່ພັດທະນາຕົນເອງໃຫ້ສົມກັບເປັນວຽກງານແນວຄິດນັ້ນມີລັກສະນະຊາດແລະ ພັດທະນາ, ສ້າງຄົນໃຫ້ມີຄວາມສີວິໄລ, ດ້ານວັດທະນະທຳຊອດກະຈາ, ລາມົກອານາຈານຢ່າງເດັດຂາດ, ​ເອົາໃຈໃສ່ຄຸ້ມຄອງວັດທະນະທຳໃຫ້ມີຄຸນນະພາແລະ ມີຊີວິດຊີວາ, ​ໄປພ້ອມກັບການຍູ້ແຮງການປະດິດຄິດແຕ່ງໃຫ້ຫລາກຫລາຍກວ້າງຂວາງແລະ ມີເນື້ອໃນເລິກເຊິ່ງ, ​ເພື່ອຢາກໄດ້ແນວນີ້, ສະຫາຍຮອງນາຍົກເນັ້ນວ່າ: ຂະແໜງການດັ່ງກ່າວຈະຕ້ອງໄດ້ຄົ້ນຄວ້າເພື່ອມີນະໂຍບາຍກະຕຸກຊຸກຍູ້ແລະ ສົ່ງເສີມຜູ້ປະດິດຄິດແຕ່ງນັບມື້ຫລວງຫລາຍແລະແຫລມຄົມ.

     ສຳລັບວຽກທ່ອງທ່ຽວ, ສະຫາຍຮອງນາຍົກລັດຖະມົນຕີເນັ້ນວ່າ: ຂະແໜງການກ່ຽວຂ້ອງຕ້ອງໄດ້ສຸມໃສ່ສົ່ງເສີມແລະ ພັດທະນາການທ່ອງທ່ຽວໃຫ້ຂະຫຍາຍຕົວເລິກເຊິ່ງ, ຍືນຍົງແລະ ປະຊາຊົນມີສ່ວນຮ່ວມໄປຄຽງຄູ່ກັບການຕ້ານແລະ ຕອບໂຕ້ກັບການພັດທະນາທີ່ດັບສູນເພື່ອເຮັດແນວໃດສ້າງໃຫ້ຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດທີ່ສຳຄັນຂອງຊາດໄປຄຽງຄູ່ກັນນັ້ນ ຂະແໜງ ຖວທ ຕ້ອງເອົາໃຈໃສ່ສ້າງແລະ ພັດທະນາຄົນໃຫ້ມີຄຸນນະພາແລະ ຫັນເປັນໜຸ່ມເທື່ອລະກ້າວດ້ວຍການເອົາໃຈໃສ່ຈັດຕັ້ງການສຶກສາຮໍ່າຮຽນ, ບຳລຸງກໍ່ສ້າງຖັນແຖວພະນັກງານໜຸ່ມນ້ອຍຜູ້ສືບທອດໃຫ້ຫລາຍຂຶ້ນແລະ ຖືກຕ້ອງເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.

No comments:

Post a Comment