Ad

Ad

21 December 2015

ກົດໝາຍ​ວ່າ​ດ້ວຍ​ພະນັກງານ-ລັດຖະກອນຖືກ​ຮັບຮອງ​ຈາກ​ສະພາ

     ​ວັນທີ 18 ທັນວາຜ່ານມານີ້, ​ເຊິ່ງເປັນມື້ທີ 10 ຂອງວາລະດຳເນີນກອງປະຊຸມສະ​​ໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII, ສະພາໄດ້ເຫັນດີຮັບ​​ຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ດ້ວຍສຽງສ່ວນຫລາຍຈາກບັນດາສະມາຊິກສະພາແຫ່ງຊາດ​​. ພາຍຫລັງທ່ານ ຄຳໝັ້ນ ສູນວິເລີດໄດ້ສະເໜີຕໍ່ກອງປະຊຸມວ່າ: ຮ່າງກົດໝາຍວ່າດ້ວຍພະນັກງານ​-ລັດຖະກອນ ປະກອບມີ: 9 ພາກ, 18 ໝວດແລະ 98 ມາດຕາເຊິ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ມີການສ້າງຮ່າງກົດໝາຍດັ່ງກ່າວເພື່ອນຳໄປຈັດຕັ້ງປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກໃຫ້ມີຜົນສຳເລັດຢ່າງໜັກແໜ້ນ, ຕໍ່ເນື່ອງແລະ ຖືກຕ້ອງທາງດ້ານການເມືອງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາ-ປ້ອງກັນຄວາມສະຫງົບແລະ ວຽກງານການຕ່າງປະເທດ ທັງນີ້ ກໍເພື່ອຫັນລະບົບການຄຸ້ມຄອງພະນັກງານ-ລັດຖະກອນໃຫ້ໄປຕາມກົນໄກການຄຸ້ມຄອງລັດ, ຄຸ້ມຄອງ
ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ​ແລະ IX ຂອງພັກປະຊາຊົນປະຕິວັດລາວໂດຍສະເພາະການຈັດຕັ້ງປະຕິບັດ 4 ​​ບຸກທະລຸ, ​ແຜນແມ່ບົດກ່ຽວກັບການສ້າງລັດປົກຄອງດ້ວຍກົດໝາຍຂອງສປປ ລາວແຕ່ປີ 2010 ຮອດປີ 2020 ທີ່ລັດຖະບານລາວໄດ້ຮັບຮອງເອົາໃນປີ 2009 ​ແລະເພື່ອຈັດຕັ້ງປະຕິບັດຍຸດທະສາດວຽກງານການຄຸ້ມຄອງລັດຖະກອນ ຂອງລາວ ຮອດປີ 2020 ຊຶ່ງປະກອບມີ 9 ​ແຜນງານ, ​ໃນນັ້ນແຜນງານທີ 1 ​ໄດ້ກຳນົດ​​​ເອົາການສ້າງແລະ ປັບປຸງນິຕິກຳກ່ຽວກັບວຽກງານພະນັກງານ-ລັດຖະກອນ.

     ​ໃນຂະນະດຽວກັນ ທ່ານ ດຣ. ​ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດໄດ້ມີຄຳຖາມເຈາະຈີ້ມ​ ​ເພື່ອ​​ໃຫ້ສະມາຊິກສະພາແຫ່ງຊາດໄດ້ມີຄຳຄິດຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ, ​ເພື່ອໃຫ້ກົດໝາຍສະບັບປັບປຸງນີ້ມີຄວາມໜັກແໜ້ນ, ສົມບູນແລະ ຄົບຖ້ວນ, ​​ແນໃສ່ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນໃຫ້ເປັນຮູບປະທຳຂຶ້ນກວ່າ​​ເກົ່າ.

No comments:

Post a Comment