Ad

Ad

21 December 2015

ການ​ຮ່ວມ​ມືລາວ-ຣັດ​ເຊຍ ນັບ​ມື້​ຂະຫຍາຍຕົວ

ປີ 2015 ນີ້, ​ ​ເປັນປີຄົບຮອບ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດແລະ 50 ປີ ຂອງວັນສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຜົນສຳເລັດຂອງການພົວພັນຮ່ວມມືທີ່ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ດັ່ງທີ່ທ່ານ ມີຄາອິ ບາຣານົບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳລາວໄດ້ແຈ້ງຕໍ່ສື່ມວນຊົນໃນວັນທີ 18 ທັນວາ 2015 ນີ້ວ່າ: ລັດຖະບານຣັດເຊຍ ມີຄວາມເພິ່ງພໍໃຈຕໍ່ການຮ່ວມມືສອງຝ່າຍທີ່ນັບມື້ຂະຫຍາຍຕົວໂດຍສະເພາະແມ່ນທາງດ້ານການເມືອງ ທີ່ສະແດງອອກ​​ເຊັ່ນ: ການນຳຂັ້ນສູງຂອງສອງປະເທດໄດ້ມີການພົບປະກັນ ຢູ່ນະຄອນຫລວງປັກກິເປັນຄັ້ງ ທຳອິດໃນຮອບ 5 ປີ ສິ່ງດັ່ງກ່າວເປັນການກະຕຸກຊຸກຍູ້ຢ່າງແຂງແຮງໃຫ້
ແກ່ການເສີມຂະຫຍາຍການຮ່ວມມືສອງຝ່າຍໃນດ້ານຕ່າງໆໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງເປັນຕົ້ນ: ການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ, ​ຂົງເຂດນິຕິບັນຍັດ ລວມເຖິງຂົງເຂດໂທລະຄົມມະນາຄົມແລະ ການສື່ສານ, ການບິນ, ການສຳຫລວດບໍ່ແຮ່, ການຂຸດຄົ້ນບໍ່ແຮ່ແລະ ອື່ນໆ.
          ທ່ານເອກອັກຄະລັດຖະທູດຍັງຍົກໃຫ້ເຫັນວ່າ: ​ເປັນໜ້າເສຍດາຍທີ່ລະດັບການຮ່ວມມືດ້ານເສດຖະກິດ-ການຄ້າຂອງສອງປະເທດຍັງບໍ່ທັນຕອບສະໜອງຕາມຄວາມສາມາດຕົວຈິງ, ມູນຄ່າການຊື້-ຂາຍສອງຝ່າຍຍັງຢູ່ໃນລະດັບທີ່ບໍ່ທັນສູງແຕ່ທັງສອງຝ່າຍກໍໄດ້ມີການປຶກສາຫາລືກ່ຽວກັບຂໍ້ຕົກລົງໃໝ່ວ່າດ້ວຍການຄ້າຮ່ວມກັນເຊິ່ງຈະເປັນການເອື້ອອຳ ນວຍໃຫ້ວຽກງານດັ່ງກ່າວມີທ່ວງທ່າດີຂຶ້ນ. ​ໃນການພົວພັນຮ່ວມມືຂົງເຂດທີ່ມີທ່ວງທ່າຂະຫຍາຍຕົວເປັນພິເສດແມ່ນດ້ານການສຶກສາ, ສະເພາະໃນປີນີ້ ມີນັກສຶກສາລາໄດ້ໄປສຶກສາຕໍ່ທີ່ປະເທດຣັດເຊຍເຖິງ 37 ຄົນ, ໃນນັ້ນ 26 ທຶນແມ່ນໄປຮຽນດັບປະລິນຍາຕີ ແລະ 11 ທຶນໄປຮຽນ ປະລິນຍາໂທ ໃນສາຂາວິຊາວິທະຍາສາດ, ການເມືອງ, ເສດຖະກິດ, ພາສາສາດ, ນິຕິສາດ, ການປົກຄອງ ແລະ ອື່ນໆ.

ສິ່ງດັ່ງກ່າວສະແດງໃຫ້ເຖິງຜົນສຳເລັດແຫ່ງການພົວພັນຮ່ວມືລາວ-ຣັດເຊຍໃນຕະຫລອດໄລຍະ 50 ກວ່າປີ ຜ່ານມາເຊິ່ງເປັນການປະກອບສ່ວນພັດທະນາຂົງເຂດວຽກງານຕ່າງໆໃຫ້ນັບເຂັ້ມແຂງແລະ ຂະຫຍາຍຕົວ, ຍັງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ກໍຄືການປະກອບສ່ວນຢ່າງ​​ເໝາະສົມເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ, ມິດຕະພາບແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນແລະໃນໂລກ.

No comments:

Post a Comment