Ad

Ad

21 December 2015

ດຳລັດ​ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ານ​ແຮງ​ງານຈະ​​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​​ໄວໆ​ນີ້

     ໃນລະຫວ່າງວັນທີ 17-18 ທັນວາຜ່ານມາ, ກະຊວງແຮງງານແລະ ສະຫວັດດີການສັງຄົມ, ​ໄດ້ຈັດກອງປະຊຸມປຶກສາຫາລືການສ້າງຮ່າງດຳລັດວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ຂຶ້ນທີ່ທ່າລາດ ແຂວງວຽງຈັນ, ​ໂດຍການເປັນປະທານຂອງທ່ານນາງໃບຄຳ ຂັດທິຍະ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານແລະ ສະຫວັດດີການສັງຄົມແລະ ຜູ້ຕາງໜ້າກະຊວງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

     ທ່ານລັດຖະມົນຕີຊ່ວຍກ່າວວ່າ: ເພື່ອເປັນການເປີດກວ້າງໃຫ້ທຸກຄົນໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງແຮງງານເປັນຕົ້ນທາງດ້ານໂຄງສ້າງ, ໝວດ, ມາດຕາ ແລະ ເນື້ອໃນລະອຽດຂອງຮ່າງດໍາລັດດັ່ງກ່າວ, ພ້ອມຈະໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນຂອງຜູ້ອອກ
ແຮງງານ, ຜູ້ໃຊ້ແຮງງານ, ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆເຂົ້າໃສ່ຮ່າງດຳລັດດັ່ງກ່າວ. ​ເພື່ອໃຫ້ພາກສ່ວນກ່ຽວຂ້ອງກໍຄືກະຊວງແຮງງານແລະ ສະຫວັດດີການສັງຄົມໄດ້ນຳ​​ໄປພິຈາລະນາ, ປັບປຸງ ​​ແລະແກ້ໄຂໃຫ້ມີເນື້ອໃນຄົບຖ້ວນ, ສົມບູນນຳໄປສູ່ການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງສຸດ. ​ເພື່ອເປັນການປ້ອງການແລະ ຫລຸດຜ່ອນການເກີດຂໍ້ຂັດແຍ່ງທາງດ້ານແຮງງານ, ທັງເປັນການປົກປ້ອງສິດແລະ ຜົນປະໂຫຍດຂອງຜູ້ອອກແຮງງານ, ຜູ້ໃຊ້ແຮງງານໃຫ້ໄດ້ຮັບຄວາມເປັນທຳຫລາຍຂຶ້ນ​.

No comments:

Post a Comment