ວັນທີ
18 ທັນວາຜ່ານມານີ້, ເຊິ່ງເປັນມື້ທີ
10 ຂອງວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ
10 ຂອງສະພາແຫ່ງຊາດຊຸດທີ VII, ສະພາໄດ້ເຫັນດີຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ດ້ວຍສຽງສ່ວນຫລາຍຈາກບັນດາສະມາຊິກສະພາແຫ່ງຊາດ. ພາຍຫລັງທ່ານ ຄຳໝັ້ນ ສູນວິເລີດ ໄດ້ສະເໜີຕໍ່ກອງປະຊຸມວ່າ: ຮ່າງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ປະກອບມີ:
9 ພາກ, 18 ໝວດ ແລະ 98 ມາດຕາ ເຊິ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ມີການສ້າງຮ່າງກົດໝາຍດັ່ງກ່າວ ເພື່ອນຳໄປຈັດຕັ້ງປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກໃຫ້ມີຜົນສຳເລັດຢ່າງໜັກແໜ້ນ, ຕໍ່ເນື່ອງ ແລະ ຖືກຕ້ອງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ທັງນີ້ ກໍເພື່ອຫັນລະບົບການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ໄປຕາມກົນໄກການຄຸ້ມຄອງລັດ, ຄຸ້ມຄອງ
ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ
VIII ແລະ IX ຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະ ການຈັດຕັ້ງປະຕິບັດ 4 ບຸກທະລຸ, ແຜນແມ່ບົດກ່ຽວກັບການສ້າງລັດປົກຄອງດ້ວຍກົດໝາຍຂອງ ສປປ ລາວ
ແຕ່ປີ 2010 ຮອດປີ 2020 ທີ່ລັດຖະບານລາວ ໄດ້ຮັບຮອງເອົາໃນປີ
2009 ແລະ ເພື່ອຈັດຕັ້ງປະຕິບັດຍຸດທະສາດວຽກງານການຄຸ້ມຄອງລັດຖະກອນ ຂອງລາວ
ຮອດປີ 2020 ຊຶ່ງປະກອບມີ
9 ແຜນງານ, ໃນນັ້ນ ແຜນງານທີ 1 ໄດ້ກຳນົດເອົາການສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານພະນັກງານ-ລັດຖະກອນ.
ໃນຂະນະດຽວກັນ ທ່ານ
ດຣ.
ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ໄດ້ມີຄຳຄິດຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ, ເພື່ອໃຫ້ກົດໝາຍສະບັບປັບປຸງນີ້ ມີຄວາມໜັກແໜ້ນ, ສົມບູນ ແລະ ຄົບຖ້ວນ, ແນໃສ່ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເປັນຮູບປະທຳຂຶ້ນກວ່າເກົ່າ.
No comments:
Post a Comment