Ad

Ad

21 January 2016

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ​ ຈອນ ​ເຄຣີ ຈະ​ເດີນທາງ​ມາ​ຢ້ຽມຢາມ​ລາວ​ໃນ​ລະຫວ່າງ​ວັນ​ທີ 24-25 ມັງກອນ​ນີ້

           ​ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ ຈອນເຄຣີ ພ້ອມຄະນະຈະເດີນທາງມາຢ້ຽມຢາມສປປ ລາວ ຢ່າເປັນທາງການໃນລະຫວ່າງວັນທີ 24-25 ມັງກອນ 2016 ​ເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສປປ ລາວແລະ ສະຫະລັດອາເມລິກາໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
           ທ່ານ ຈອນເຄຣີເກີດເມື່ອວັນທີ 11 ທັນວາ 1943 ທີ່ລັດໂຄ​​ໂລລາໂດ(Colorado) ສະ ຫະລັດອາເມລິກາ, ຈົບການສຶກສາຈາກມະຫາວິທະຍາໄລເຢວ(Yale)  ​ແລະ ຫລັງຈາກນັ້ນເຂົ້າຮັບໃຊ້ກອງທັບ, ​ເຄີຍເປັນທະຫານເຮືອໃນກອງທັບເຮືອສະຫະລັດອາເມລິກາແລະເປັນຫົວໜ້າໜ່ວຍເຮືອລາດຕະເວນໄວຢູ່ເຂດສາມຫລ່ຽມແມ່ນໍ້າຂອງໃນການເຂົ້າຮ່ວມສົງຄາມຫວຽດນາມ, ພາຍຫລັງກັບຈາກສົງຄາມໄດ້ເຂົ້າຮ່ວມຂະບວນການຂັດຄ້ານການດໍາເນີນສົງຄາມຢູ່ຫວຽດນາມ.


             ປີ 1976 ຮຽນຈົບພາກວິຊາກົດໝາຍຈາກວິທະຍາໄລ ບອດສະຕັນ(Boston), ຫລັງຈາກນັ້ນເຮັດວຽກເປັນໄອຍະການຢູ່ ມິດເດີນເຊັກ ຄັນທຼີ (Middlesex Country)ລັດແມັດຊາຊູເຊັດ (Massachusetts), ປີ 1982 ​ໄດ້ຮັບການເລືອກຕັ້ງເປັນຮອງຜູ້ວ່າການລັດແມັດຊາຊູເຊັດແລະອີກ 2 ປີຕໍ່ມາໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສູງ, ປີ 2002 ​ເປັນປະທານກໍາມາທິການຕ່າງປະເທດຂອງສະພາສູງສະຫະລັດອາເມລິກາຮັບຜິດຊອບວຽກງານກ່ຽວກັບການທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ, ຮັບຜິດຊອບການພິຈາລະນາໃຫ້ສັດຕະຍາບັນກ່ຽວກັບສັນຍາສະບັບໃໝ່ວ່າດ້ວຍການຄວບຄຸມອາວຸດນິວເຄລຍລະຫວ່າງສະຫະລັດອາເມລິກາ ​​ແລະ ຣັດເຊຍແລະ ບັນຫາອື່ນໆ, ຊຶ່ງຕະຫລອດ 28 ປີທີ່ເຮັດວຽກຢູ່ສະພາສູງອາເມລິກາທ່ານເຄີຍເປັນປະທານອານຸກໍາມະການຕ່າງໆທີ່ມີບົດບາດສໍາຄັນແລະໃນປີ 2004 ທ່ານ​​ລົງສະໝັກຮັບເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາໃນນາມອງພັກເດໂມແຄຼັດແລະໃນວັນທີ 1 ກຸມພາ 2013 ​ໄດ້ຮັບຕໍາແໜ່ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາຄົນທີ 68, ເຊິ່ງເປັນຄັ້ງທໍາອິດ​​ໃນຮອບສະຕະວັດທີ່ສະມາຊິກສະພາສູງແລະ ທັງເປັນປະທານກໍາມາທິການຕ່າງປະເທດໄດ້ດໍາລົງຕໍາແໜ່ງດັ່ງກ່າວຈົນເຖິງປັດຈຸບັນ.

No comments:

Post a Comment