Ad

Ad

21 January 2016

ຊາວສວນຜູ້​ຜະລິດ​ກາ​ເຟປອດ​ສານ​ຜິດຢູ່​​ແຂວງຈຳປາ​ສັກ ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ

           ສະຫາຍ ບຸນທົງເທໄກສອນ ປະທານສະຫະກອນຜູ້ຜະລິດກາເຂດພູພຽງບໍລະເວນ​, ຫລັກ 24 ​ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ຊຶ່ງພວມດຳເນີນຢູ່ປັດຈຸບັນນີ້ວ່າ: ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວໃນ​​ໄລຍະຜ່ານມາ, ​ເຫັນວ່າ ວຽກງານການຜະລິດກະສິກໍາເປັນຕົ້ນ ການຜະລິດກາເຟຂອງຊາວກະສິກອນເຂດພູພຽງບໍລະເວນ ມີການເຕີບໃຫຍ່ຂະຫຍາຍຕົວແລະ ນັບມື້ມີລາຍຮັບ ເພີ່ມຂຶ້ນສາມາດຊ່ວຍໃຫ້ຊາວກະສິກອນ ກໍຄືຜູ້ຜະລິດສາມາດຫລຸດພົ້ນອອກຈາກຄວາມທຸກຍາກ​ ​ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກຂຶ້ນເທື່ອລະກ້າວ.

            ທ່ານປະທານສະຫະກອນດັ່ງກ່າວ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນ ສະມາຊິກຂອງສະຫະກອນສ່ວນໜຶ່ງຍັງບໍ່ທັນເຂົ້າໃຈແລະ ລະແວງຕໍ່ການເຮັດວຽກລວມໝູ່, ຈຶ່ງເຮັດໃຫ້ມີພຽງ 20% ຂອງຈຳນວນສະມາຊິກເທົ່ານັ້ນ ທີ່ເອົາຜົນຜະລິດເຂົ້າມາຂາຍລວມໝູ່, ​ຈຶ່ງສົ່ງຜົນໃຫ້ຜົນຜະລິດມີຈຳນວນໜ້ອຍ ບໍ່ສາມາດສົ່ງອອກໄປຂາຍຕ່າງປະເທດໄດ້​, ​ແຕ່ຫລາຍປີຕໍ່ມາ, ຈຶ່ງເຮັດໃຫ້ສະມາຊິກສະຫະກອນ ສົນໃຈນຳເອົາຜົນຜະລິດຂອງຕົນເຂົ້າມາຂາຍ​ ​ເຮັດໃຫ້ມີປະລິມານເພີ່ມຂຶ້ນຢ່າງຕໍ່ເນື່ອງຄື: ​ສົກປີ 2008-2009 ບັນລຸກໄດ້ຫລາຍກວ່າ 140 ໂຕນ, ມາຮອດສົກປີ 2009-2010 ​ເພີ່ມຂຶ້ນເປັນ 4 ​ແສນກວ່າໂຕນ, ພ້ອມນັ້ນ ສະຫະກອນ ຍັງໄດ້ຮັບໃບຢັ້ງຢືນຮັບຮອງຜະລິດຕະພັນປອດສານພິດແລະ ການຄ້າເປັນທຳ ຈາກສະຫະພາບເອີຣົບ, ທະວີບອາຊີ-ປາຊີຟິກ, ສະຫະລັດອາເມລິກາ, ປະເທດການາດາແລະເຢຍລະມັນແລະໃນສົກປີ​ 2014-2015 ການສົ່ງອອກກາເຟລາວໄປຍັງຕະຫລາດສາກົນ ​​ເພີ່ມຂຶ້ນສູງເຖິງ 1.100 ກວ່າໂຕນ, ໃນນັ້ນ 90% ​ແມ່ນສົ່ງເຂົ້າຕະຫລາດເອີຣົບ​, ພ້ອມນີ້ ຍັງມີບໍລິສັດຊື່ດັງຂອງໂລກມາຊື້ກາເຟຈາກສະຫະກອນຂອງລາວເຮົາເຊັ່ນ: ບໍລິສັດ ກາເຟມາ (CAFEMA) ຂອງປະເທດສະວິດ​​ເຊີແລ, ບໍລິສັດຂົ້ວກາເຟມາລົງໂກ (MALONGO) ຂອງປະເທດຝຮັ່ງ, ບໍລິສັດອາວິດນໍກິດ (ARVID MORDQUIST) ຂອງປະເທດສະວີເດັນ, ບໍລິສັດລົມບຸດ (ROMBOUTS) ຂອງປະເທດ​​ແບນຊິກ, ບໍລິສັດ ຈອນເບີຕັນ (JOHN BURTON ຂອງປະເທດນິວຊີແລນແລະ ບໍລິສັດເຄແອບທີເອ (KFTA) ຂອງປະເທດ. ເກົາຫລີແລະ ອື່ນໆ, ອັນໄດ້ສ້າງມູນຄ່າໃຫ້ກາເຟລາວດີຂຶ້ນ..
          ທ່ານປະທານສະຫະກອນດັ່ງກ່າວ ເປີດເຜີຍວ່າ: ໃນຜ່ານມານີ້, ສະຫະກອນຂອງຕົນ ຍັງໄດ້ຮັບໃບຢັ້ງຢືນ ເປັນຜະລິດຕະພັນກະສິກຳປອດສານພິດແລະ ການຄ້າເປັນທຳ, ຈຶ່ງເຮັດໃຫ້ຕະຫລາດຄູ່ຄ້າເຂົ້າມາຄ້ຳປະກັນລາຄາຕ່ຳສຸດ 3.500 ກີບຕໍ່ກິໂລ, ຖ້າລາຄາຕະຫລາດຫລຸດລົງເຂົາກໍຈະເກັບຊື້ໃນລາຄາຄ້ຳປະກັນນີ້, ​ແຕ່ຖ້າວ່າລາຄາກາເຟສູງຂຶ້ນ ກໍຊື້ຕາມຕົວຈິງຂອງຕະຫລາດ, ​ເຮັດໃຫ້ສະມາ ຊິກສະຫະກອນ ຂາຍກາເຟ​​ໃນລາຄາດີແລະ ສູງກວ່າລາຄາທົ່ວໄປເກືອບສອງເທົ່າເຊັ່ນ: ສົກປີ 2013-2014 ຊາວສວນທົ່ວໄປຂາຍກາເຟນ້ອຍໝາກແດງໄດ້ພຽງ 2.396 ກີບຕໍ່ກິໂລ, ​ແຕ່ສະ ມາຊິກສະຫະກອນ ສາມາດ ຂາຍໄດ້ 4.487 ກີບຕໍ່ກິໂລ, ຍ້ອນມີໃບຢັ້ງຢືນປອດສານພິດ ລາຄາກາ​​ເຟ ຈະໄດ້ເພີ່ມຕື່ມອີກ 500 ກີບ/ກິໂລແລະໄດ້ເພີ່ມຈາກໃບຢັ້ງຢືນການຄ້າເປັນທຳ 1.382 ກີບ/ກິໂລ, ສຳລັບ​​ເງິນຈຳນວນນີ້ ຈະນຳເຂົ້າເປັນເງິນລວມຂອງສະຫະກອນ, ຖ້າຫາກວ່າບໍ່ໄດ້ມີການປັບປຸງສູນອີ້ແລະ ຊ່ວຍ​​ເຫລືອສັງຄົມ ຈະ​​ນຳເຂົ້າ​​ເປັນເງິນກອງທຶນໃຫ້ສະມາຊິກພາຍໃນກູ້ຢຶມ, ​ເວົ້າລວມແລ້ວ ລາຍຮັບຂອງສະຫະກອນປີໜຶ່ງ ປະມານ 20-100 ລ້ານກີບ/ຄອບຄົວ.

            ຄຽງຄູ່ກັນນີ້ ຍັງປະກອບສ່ວນຊ່ວຍເຫລືອສັງຄົມໃນຫລາຍດ້ານເຊັ່ນ: ປຸກສ້າງໂຮງ ຮຽນ ຈຳນວນ 2 ຫລັງ ມູນຄ່າ 540 ລ້ານກີບ, ສ້າງສຸກສາລາແລະເຮືອນພັກແພດໝໍ ພ້ອມດ້ວຍອຸປະ ກອນຈຳນວນໜຶ່ງ ມູນຄ່າ 640 ລ້ານກີບ, ຊື້ອຸປະກອນຮັບໃຊ້ຫ້ອງການໃຫ້ພະແນກການຂັ້ນແຂວງແລະຫ້ອງການຂອງເມືອງມູນຄ່າ 200 ກວ່າລ້ານກີບ, ປະ ຕິບັດດ້ານສະຫວັດດີການສັງຄົມຕໍ່ສະມາຊິກສະຫະກອນ 850 ລ້ານກີບ ແລະ ອື່ນໆ.

No comments:

Post a Comment