Ad

Ad

21 January 2016

ບົດບາດຂອງກະຊວງແຜນການ ແລະ ການລົງທຶນຕໍ່ການ​ພັດທະນາ​ເສດຖະກິດຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ

          ກະຊວງແຜນການ ແລະການລົງທຶນ ໄດ້ນຳສະເໜີຜົນສຳເລັດແຫ່ງການປະຕິບັດພາລະບົດ ບາດຂອງຕົນຕໍ່ການພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໃນມື້ວັນທີ 19 ມັງກອນຜ່ານມານີ້, ຊຶ່ງເປັນມື້ທີ 2 ຂອງກອງປະຊຸມດັ່ງກ່າວ, ໂດຍໄດ້ຊີ້ໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ, ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດເຮົາ ມີການຂະຫຍາຍຕົວຢ່າງເນື່ອງ ແລະ ໝັ້ນທ່ຽງ, ເຖິງ ແມ່ນວ່າ ໃນໄລຍະດັ່ງກ່າວເສດຖະກິດຂອງໂລກ ແລະ ພາກພື້ນ ໄດ້ເກີດວິກິດການທາງດ້ານ ການເງິນ: ເຮັດໃຫ້ການຂະຫຍາຍຕົວທາງດ້ານເສດຖະກິດສາກົນມີການຖົດຖອຍ, ແຕ່ ສປປ ລາວ ຍັງຮັກສາໄດ້ການຂະຫຍາຍຕົວຂອງເສດຖະກິດໃນລະດັບສູງສະເລ່ຍ 7,9% ຕໍ່ປີ, ການແກ້ໄຂ
ຄວາມທຸກຍາກໄດ້ສຳເລັດຢ່າງຕໍ່ເນື່ອງ, ຊຶ່ງເຮັດໃຫ້ຈຳນວນຄອບຄົວທຸກ ຍາກຫຼຸດລົງຕາມລຳດັບ, ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃນປີ 2015, ບັນລຸໄດ້ 1.970 ໂດລາ, ເກີນລະດັບຄາດໝາຍແຜນການວາງໄວ້ ແລະ ປະເທດເຮົາໄດ້ຖືກ ຄັດເລືອກຈາກອົງການສະຫະປະຊາຊາດ ເພື່ອການພັດທະນາໃຫ້ເປັນປະເທດຕົວແບບໃນ ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫວັດດ້ານການພັດທະນາ. ອັນພົ້ນເດັ່ນແມ່ນໂຄງ ປະກອບເສດຖະກິດຂອງປະເທດ ໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສະແດງອອກໃຫ້ເຫັນກະສິກຳ ກວມເອົາ 23,7%, ອຸດສາຫະກຳ ແລະ ການບໍລິການມີທ່ວງ ທ່າຂະຫຍາຍຕົວຂຶ້ນ 29,1% ແລະ 47,2% ຕາມລຳດັບ, ເສດຖະກິດມະຫາພາກມີຄວາມ ໝັ້ນທ່ຽງ, ການລະດົມທຶນເຂົ້າສູ່ການພັດທະນາທົ່ວສັງຄົມບັນລຸໄດ້ຫລາຍກວ່າ 236.687 ຕື້ກີບ ທຽບໃສ່ແຜນການ 5 ປີທີ່ກຳນົດໄວ້ແມ່ນເກີນແຜນ 109.687 ຕື້ກີບ, ການລົງທຶນຂອງ ງົບປະມານພາຍໃນປະຕິບັດໄດ້ 96%, ທຶນຊ່ວຍເຫຼືອລ້າ ແລະທຶນກູ້ຢືມ ໄດ້ 92%, ການ ລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ, ການສະໜອງສິນເຊື່ອຂອງທະນາ ຄານໄດ້ຕາມແຜນການທີ່ກຳນົດໄວ້, ການດຳເນີນທຸລະກິດການຜະລິດ, ການບໍລິການ ແລະ ການລົງທຶນ ໄດ້ສຶບຕໍ່ມີບັນຍາກາດທີ່ດີ, ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດຂະ ໜາດນ້ອຍ-ກາງ ໄດ້ຮັບການສະໜັບສະໜູນ ແລະ ປັບປຸງດີຂຶ້ນ, ເພື່ອກຽມຄວາມພ້ອມໃນ ການສ້າງເງື່ອນໄຂເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການປັບປຸງພື້ນຖານໂຄງລ່າງາທີ່ຈຳເປັນ ແລະ ຕາໜ່າງການບໍລິການທາງດ້ານສັງຄົມນັບມື້ດີຂຶ້ນເລື້ອຍໆ, ເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອ 6,59% ໃນປີ 2015, ການຂະຫຍາຍຕາໜ່າງໄຟຟ້າເຂົ້າສູ່ຊົນນະບົດເຂດຫ່າງໄກສອກຫຼີກບັນລຸໄດ້ປະມານ 89,78% ຂອງຈຳນວນຄອບຄົວທັງໝົດ, ການພັດທະນາຊັບພະຍາກອນມະນຸດໄດ້ສຸມໃສ່ການຂະຫຍາຍຕາໜ່າງການສຶກສາ ແລະ ການບໍລິການສາທາລະນະສຸກຢ່າງກວ້າງຂວາງ ແລະ ໄປຮອດຊົນນະບົດເຂດຫ່າງໄກສອກຫຼີກຫຼາຍຂຶ້ນ. ການຝຶກ ແລະ ພັດທະນາສີມືແຮງງານໄດ້ຮັບການປັບປັບປຸງດີ, ເອົາໃຈໃສ່ສ້າງສິ່ງອຳນວຍ ຄວາມສະດວກໃຫ້ແກ່ການລົງທຶນ ແລະ ດຳເນີນທຸລະກິດຂອງທຸກພາກສ່ວນເສດຖະກິດບົນພື້ນຖານກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ ແລະ ມີ ການນຳພາຂອງພັກຢ່າງຕັ້ງໜ້າ, ເຮັດໃຫ້ບັນດາຫົວໜ່ວຍທຸລະກິດມີຄວາມສາມາດແຂ່ງຂັນ ໄດ້, ໃນເງື່ອນໄຂການເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ທັງປະກອບສ່ວຍນເຂົ້າໃນ ການຜັນຂະຫຍາຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາຊັບພະຍາກອນມະນຸດໃຫ້ມີ ຄຸນນະພາບ, ໂດຍການສ້າງໂຄງການ, ສ້າງກຳລັງແຮງງານໃຫ້ມີສີມື, ມີລະບຽບວິໄນ ແລະ ດຸໝັ່ນອົດທົນ, ສ້າງໃຫ້ໄດ້ຊ່ຽວຊານສະເພາະວິຊາການ ແລະ ເຕັກນິກ, ສ້າງຄວາມ ເຂັ້ມແຂງໃຫ້ແກ່ພະນັກງານຂອງລັດ, ວິສາຫະກິດ ແລະ ຜູ້ປະກອບການຍົກສູງຄວາມສາ ມາດໃນການແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.

            ຄະນະພັກກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ແຕ່ຄຽງຄູ່ກັນນັ້ນ ພວກເຮົາກໍຍັງມີສິ່ງທ້າທາຍຫລາຍຢ່າງ ທີ່ຈະຕ້ອງໄດ້ເອົາໃຈໃສ່ຄື: ຄົ້ນຄວ້າບົດຮຽນການຄຸ້ມຄອງເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ໃຫ້ຫລາຍຂຶ້ນ, ການເຮັດບົດບາດເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານໃນການວາງແຜນ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ໜັກແໜ້ນ ແລະ ເຂັ້ມງວດຂຶ້ນ, ການວາງແຜນ, ການຄຸ້ມຄອງການປະຕິບັດວິໄນແຜນການຂອງບັນດາຂະແໜງການ ແລະ ທ້ອງຖິ່ນໃຫ້ໄປຕາມກົດໝາຍ ແລະ ລະບຽບການທີ່ວາງອອກ, ເອົາໃຈໃສ່ບໍລິການ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ດີກວ່າເກົ່າ, ເອົາໃຈໃສ່ຕິດຕາມຄຸ້ມຄອງໂຄງການລົງທຶນທີ່ໄດ້ອະນຸມັດໄປແລ້ວໃຫ້ຮັດກຸມກວ່າເກົ່າ ແລະ ການປະສານງານລະຫວ່າງຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ໃຫ້ວ່ອງໄວທັນເວລາຕື່ມອີກ.

No comments:

Post a Comment