Ad

Ad

21 January 2016

ມາດ​ຕະການ​ຂອງ​ລັດຖະບານ​ໃນ​ການ​ຈັດ​ຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງ​ທີ VIII

           ສະຫາຍ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ,​ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກເມື່ອບໍ່ດົນນີ້ກ່ຽວກັບ​​ແຜນ ພັດທະນາເສດຖະກິ-ສັງຄົ 5 ປີຄັ້ງທີ VIII (2016-2020) ວ່າ: ​ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະດັ່ງກ່າວ,​ ແມ່ນຕ້ອງຮັບປະກັນ​​ໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍລະດັບ 7,5% ຕໍ່ປີ,​ ໃນນີ້ຂະແໜງກະສິກໍາ-ປ່າໄມ້ກວມປະມານ 19%, ອຸດສະຫະກໍາກວມປະ ມານ 32% ​ແລະ ບໍລິການກວມປະມານ 41% ຂອງ​ GDP ​ແລະ ສະເລ່ຍລາຍຮັບປະມານ 3.190 ​ໂດລາສະຫະລັດຕໍ່ຄົນຕໍ່ປີ, ຄາດຄະເນລາຍຮັບງົບປະມານ​​ແຕ່ລະປີໃຫ້ໄດ້ປະມານ 23-25 % ສ່ວນລາຍຈ່າຍແມ່ນບໍ່ໃຫ້ເກີນ 28% ຂອງ GDP, ຂະນະດຽວກັນລັດຖະບານໄດ້ວາງນະໂຍບາຍ, ກໍານົດກົນໄກແລະ ມາດຕະການ​ ​ເພື່ອຈັດຕັ້ງປະຕິບັດແຜນດັ່ງກ່າວ ໃຫ້ບັນລຸເປົ້າໝາຍວາງໄວ້ຄື: ຕ້ອງຫັນປ່ຽນຮູບແບບການພັດທະນາເສ
ດຖະກິດຈາກທາງກວ້າງໄປສູ່ທາງເລິກ,​ ໂດຍຍົກສູງປະສິດທິຜົນການຜະລິດ, ການລົງທຶນ, ການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງ​​ເໝາະສົມ, ສົ່ງເສີມການປະດິດສ້າງ​ ​ແລະ ການນໍາໃຊ້ວິທະຍາການໃໝ່ທີ່ເປັນມິດກັບສິ່ງແວດລ້ອມ​ ​ແລະ ສັງຄົມ, ເອົາໃຈໃສ່ດຸ່ນດ່ຽງລະຫວ່າງການລົງທຶນ, ການຂະຫຍາຍຕົວ, ລະຫວ່າງເສດຖະກິດກັບສັງຄົມແລະ ສິ່ງແວດລ້ອມ, ລະຫວ່າງການສະໜອງກັບຄວາມຕ້ອງການທຶນແລະແຮງງານອື່ນໆ.

ນອກຈາກນີ້, ຕ້ອງສືບຕໍ່ປະຕິບັດນະໂຍບາຍ 3 ສ້າງໃຫ້ເຂົ້າສູ່ລວງເລິກ, ຊຸກຍູ້ການປະຕິບັດນະໂຍບາຍການຜະລິດເປັນສີນຄ້າແລະ ບໍລິການ, ນະໂຍບາຍພັດທະນາຊັບພະຍາກອນມະນຸດແລະ ອື່ນ,ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍແລະ ກາງ, ປັບປຸງລະບົບເສດຖະກິດຂອງລັດແລະເສດຖະກິດຮ່ວມມືກັບປະຊາຊົນໃຫ້ມີຄວາມເຂັ້ມແຂງເພື່ອພັດທະນາປະເທດຊາດໃຫ້ຈະເລີນວັດທະນາ. ພ້ອມດຽວກັນນັ້ນກໍສ້າງປະຖົມປັດໄຈດ້ານທຶນຮອນ, ວັດຖຸ​-ເຕັກນິກແລະ ວິທະຍາສາ, ຂໍ້ມູນຂ່າວສານ, ບຸກຄະລາກອນ, ຜູ້ປະກອບການແລະ ກໍາລັງແຮງງານເພື່ອຮອງຮັບການພັດທະນາຕາມແຜນການກໍານົດໄວ້, ຂະນະດຽວກັນກໍ​​ເລັ່ງລັດດໍາເນີນໂຄງການຂະໜາດໃຫຍ່ທາງດ້ານການຜະລິດແລະ ພື້ນຖານໂຄງລ່າງເຊັ່ນ:​ ໂຄງການດ້ານພະລັງງານ, ທາງລົດໄຟ, ທາງດ່ວນ, ສະໜາມບິນ, ລະບົບການບໍລິການຂົນສົ່ງແລະ ຄ່ຽນຖ່າຍສີນຄ້າແລະ ອື່ນເພື່ອຊຸກຍູ້ການເຕີບໂຕຂອງເສດຖະ ກິດແລະເປັນພື້ນຖານໃຫ້ແກ່ການຫັນເປັນອຸດສະຫະກໍາແລະ ທັນສະໄໝ ກໍຄືກາເຊື່ອມ​​ຈອດກັບພາກພື້ນແລະ ສາກົນ, ທັງເປັນພື້ນຖານໃຫ້ປະເທດຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ 2020 ​ແລະ ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດການພັດທະນາສີຂຽວແລະ ຍືນຍົງເມື່ອເຖິງປີ 2030.

No comments:

Post a Comment