Ad

Ad

21 January 2016

ສານຕັດສິນຈຳ​ຄຸກ 10 ປີ ຖານ​ຄາດ​ຕະກຳ​ຜົວ

ສານປະຊາຊົນຂັ້ນຕົ້ນແຂວງຫົວພັນໃຫ້ຮູ້ວ່າ: ​ເມື່ອມໍ້ໆມານີ້ສານຂອງຕົນໄດ້ຕັດສິນລົງໂທດ ນາງ​ ​ແພງຄຳ ອາຍຸ 58 ປີ, ປະຊາຊົນບ້ານເມືອງຂັນ, ​ເມືອງຊຳໃຕ້ແຂວງຫົວພັນຈຳຄຸກເປັນເວລາ 10 ປີ, ​ໃນສະຖານຄາດຕະກຳທ້າວ ອຳພອນ ອາຍຸ 41 ປີ (ຜົວ), ດັ່ງຈຳເລີຍໄດ້ຮັບສາລະພາບວ່າ​: ໃນວັນທີ 13 ກັນຍາ 2015 ​ຜ່ານມາຕົນໄດ້ອອກໄປຫາເຄື່ອງປ່າຂອງດົງຢູ່​​ເທິງພູແຕ່ກັບມາຮອດ​​ເຮືອນຄ່ຳ,​ໃນເວລານັ້ນຜົວຢູ່ບ້ານ​​​ຫິວເຂົ້າແຕ່ບໍ່ມີຫຍັງກິນຈຶ່ງເກີດຜິດຖຽງກັນຈົນເຖິງຂັ້ນລົງໄມ້ລົງມືເຮັດໃຫ້ຈຳເລີຍເກີດໂມໂຫແລ້ວໃຊ້ໄມ້ຄອນພາດຫົວຜູ້ເປັນຜົວ 3 ບາດ ເສຍຊີວິດ,​ຈາກນັ້ນຈຶ່ງຖືກກອງຫຼອນບ້ານກັກຕົວສົ່ງປກສເມືອງຊຳໃຕ້​​ດຳເນີນຄະດີ ແລະ ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານແລະເອກະສານຕ່າງໆທີ່ຢູ່ໃນສຳນວນຄະດີ, ບວກກັບຄຳສາລະພາບຂອງຈຳເລີຍ,​ເຫັນວ່າຈຳເລີຍມີຄວາມຜິດແທ້ຈິງຕາມມາດຕາ 89 ຂອງກົດໝາຍອາຍາໃນສະຖານຄາດຕະກຳ​. ສານຈຶ່ງໄດ້ຕັດສິນລົງໂທດດັ່ງກ່າວ.

No comments:

Post a Comment