Ad

Ad

20 January 2016

ຫລາຍຂະແໜງການ ແລະ ທ້ອງຖິ່ນສືບຕໍ່ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

    ໃນວັນທີ 19 ມັງກອນນີ້, ເຊິ່ງເປັນມື້ທີສອງຂອງການດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານຂອງສະຫາຍ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ວາລະຂອງກອງປະຊຸມຍັງແມ່ນການສືບຕໍ່ປະກອບ ຄໍາເຫັນຂອງບັນດາຄະນະພັກຈາກຂະແໜງການ ແລະ ທ້ອງຖິ່ນ ຕໍ່ກອງປະຊຸມຄື: ຄະນະພັກແຂວງສະຫວັນນະເຂດ ຂຶ້ນສະເໜີບົດການປະຕິບັດນະໂຍບາຍເຊື່ອມໂຍງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ”, ຕາງໜ້າຄະນະພັກກະຊວງແຜນການ ແລະ ການລົງທຶນ ນໍາສະເໜີກ່ຽວກັບ ບົດບາດຂອງແຜນການ
ແລະ ການລົງທຶນໃນການພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນະຍົມ”, ຄະນະພັກແຂວງຈໍາປາສັກໄດ້ສະເໜີກ່ຽວກັບ ການຜະລິດກາເຟປອດສານພິດເປັນສີນຄ້າສົ່ງອອກ, ຕິດພັນກັບການແກ້ໄຂຄວາມທຸກຍາກຂອງສະມາຊິກສະຫະກອນຜູ້ຜະລິດກາເຟຢູ່ພູພຽງບໍລະເວນ”, ຄະນະພັກຫ້ອງວ່າການສະພາແຫ່ງຊາດສະເໜີຫົວຂໍ້ຍົກສູງບົດບາດ ແລະ ຄວາມສາ ມາດຂອງສະພາແຫ່ງຊາດໃນເງື່ອນໄຂໃໝ່”, ຄະນະພັກກະຊວງການເງິນສະເໜີກ່ຽວກັບ ທິດທາງວຽກງານ 3 ສ້າງຂອງຂະແໜງການເງິນໃນໄລຍະໃໝ່ ຄະນະພັກກະຊວງສຶກສາທິການ ແລະ ກິລາ ສະເໜີບົດເສີມຂະຫຍາຍຜົນສໍາເລັດການປະຕິຮູບລະບົບການສຶກສາແຫ່ງຊາດ”. ນອກຈາກນີ້ຍັງມີຄະນະພັກແຂວງໄຊຍະບູລີ ສະເໜີກ່ຽວກັບຕົວແບບດ້ານການຜະລິດກົນຈັກກະສິກໍາຂະໜາດນ້ອຍເມືອງບໍ່ແຕນ”, ຄະນະພັກແຂວງບໍ່ແກ້ວສະເໜີບົດ ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕາມຊາຍແດນ”, ຄະນະພັກແຂວງຊຽງຂວາງ ສະເໜີກ່ຽວກັບ ການສົ່ງເສີມການລ້ຽງສັດໃຫຍ່ ແລະ ປຸກພືດເປັນສີນຄ້າ”, ຄະນະພັກສະຫະພັນແມ່ຍິງລາວ ສະເໜີບົດ ສະຫະພັນແມ່ຍິງກັບການແກ້ໄຂຄວາມທຸກຍາກ ແລະ ຄະນະພັກແຂວງຜົ່ງສາລີ ສະເໜີກ່ຽວກັບ ບ້ານນາຫວາຍເມືອງບຸນໃຕ້ຕົວແບບການຜະລິດກະສິກໍາເປັນສີນຄ້າ”. ສ່ວນການດໍາເນີນກອງປະຊຸມໃນພາກບ່າຍ, ໂດຍການເປັນປະທານຂອງສະຫາຍ ອາຊາງ ລາວລີ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ກໍແມ່ນວາລະການສືບຕໍ່ປະກອບຄໍາເຫັນ ເຊັ່ນກັນ, ຊຶ່ງປະກອບມີຄະນະພັກໄອຍະການປະຊາຊົນສູງສຸດສະເໜີບົດ ຍົກສູງຄຸນນະພາບການຕິດຕາມ, ກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຂຶ້ນສານ”, ຄະນະສູນກາງແນວລາວສ້າງຊາດສະເໜີກ່ຽວກັບ ການເພີ່ມທະວີຄວາມສາມັກຄີປອງດອງໃນເງື່ອນໄຂໃໝ່”, ຄະນະພັກແຂວງເຊກອງສະເໜີບົດ ການຈັດສັນພູມລໍາເນົາຕິດພັນກັບການຈັດສັນອາຊີບຄົງທີ່ ແລະ ການຜະລິດເປັນສິນຄ້າຂອງປະຊາຊົນ”, ຄະນະພັກຫ້ອງວ່າການລັດຖະບານສະເໜີບົດ ຍົກສູງບົດບາດການເປັນເສນາທິການ, ການປະສານງານ ແລະ ການບໍລິການຮັບໃຊ້ທີ່ດີ”, ຄະນະພັກແຂວງຫລວງ ນໍ້າທາສະເໜີກ່ຽວກັບ ບ້ານນໍ້າແງ້ນຕົວແບບໃນການສ້າງເປັນຫົວໜ່ວຍພັດທະນາ”, ຄະນະພັກກະຊວງຍຸຕິທໍາສະເໜີບົດ ເພີ່ມທະວີການສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃນສັງຄົມ”, ຄະນະພັກແຂວງໄຊສົມບູນ ສະເໜີບົດ ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານແມ່ນມາດຕະການຕົ້ນຕໍເພື່ອຮັບປະກັນໃຫ້ແຂວງໄຊສົມບູນມີຄວາມໝັ້ນຄົງແລະ ຄະນະພັກກະຊວງການຕ່າງປະເທດສະເໜີກ່ຽວກັບ ເສີມຂະຫຍາຍບົດບາດການນໍາພາຂອງພັກໃນການປະຕິບັດນະໂຍບາຍການຕ່າງປະເທດເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ”.

    ສໍາລັບວາລະການດໍາເນີນກອງປະຊຸມໃນວັນທີ 18 ມັງກອນຜ່ານມາ, ເຊິ່ງເປັນມື້ທໍາອິດຂອງກອງປະຊຸມໃຫຍ່ສໍາຄັນດັ່ງກ່າວພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງ, ຮອງປະທານປະເທດ, ຊຶ່ງນອກ ຈາກໄດ້ຮັບຟັງການສະເໜີຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ຈາກສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ແລະ ຮັບຟັງລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ(2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ຈາກສະຫາຍ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແລ້ວ, ຜູ້ແທນເຂົ້າຮ່ວມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຄະນະພັກກະຊວງ ແລະ ແຂວງຈໍານວນໜຶ່ງ ເປັນຕົ້ນ: ຄະນະພັກກະຊວງປ້ອງກັນປະເທດ ສະເໜີບົດ ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ ແລະ ມີຄວາມໝັ້ນຄົງຢ່າງໜັກແໜ້ນ”, ຄະນະພັກຈັດຕັ້ງສູນກາງພັກສະເໜີກ່ຽວກັບ ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ”, ຄະນະພັກຄະນະໂຄສະນາອົບຮົມສູນກາງພັກສະເໜີບົດ ວຽກງານແນວຄິດໃນເງື່ອນໄຂໃໝ່ ຄະນະພັນກະຊວງພະລັງງານ ແລະ ບໍ່ແຮ່ ສະເໜີບົດ ການພັດທະນາອຸດສະຫະກໍາພະລັງງານໄຟຟ້າຕາມແນວທາງຫັນເປັນອຸດສະຫະກໍາ ແລະ ທັນສະໄໝຕາມທິດສັງຄົມນິຍົມ ແລະ ຕາງໜັາຄະນະພັກນະຄອນຫລວງວຽງຈັນສະເໜີບົດ ການນໍາພາໃນການຫັນຊັບສີນ, ທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນ. ສ່ວນໃນຕອນແລງຂອງວັນດຽວກັນຄະນະຜູ້ແທນກອງປະຊຸມໄດ້ເຂົ້າຮ່ວມຊົມການສະແດງສີລະປະທີ່ຫໍວັດທະນາທໍາແຫ່ງຊາດດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

No comments:

Post a Comment