Ad

Ad

20 January 2016

ຫລາຍພາກສ່ວນມອບເງິນອຸປະຖໍາກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

    ໃນຕອນເຊົ້າວັນທີ 19 ມັງກອນນີ້ທີ່ສູນປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານລັດຖະ ມົນຕີວ່າການກະຊວງການເງິນ ດຣ ລຽນ ທິແກ້ວ ໄດ້ຕາງໜ້າພັກ ແລະ ລັດຖະບານຮັບເງິນອຸປະຖໍາກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຈາກພາກສ່ວນຕ່າງໆຄື: ແຂວງສະຫວັນນະເຂດຈໍານວນ 100 ລ້ານກີບ, ໄຊຍະບູລີ 50 ລ້ານກີບ, ກະຊວງສຶກສາທິການ ແລະ ກິລາ 30 ລ້ານກີບ, ກະຊວງປ້ອງກັນປະເທດ 30 ລ້ານກີບ, ແຂວງອັດຕະປື 25 ລ້ານກີບ, ກະຊວງປ້ອງກັນຄວາມສະຫງົບ 20 ລ້ານກີບ, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຈໍານວນ 10 ລ້ານກີບ ແລະ ໃນວັນທີ 18 ມັງກອນຜ່ານມາ, ທ່ານລັດຖະມົນຕີວ່າການກະຊວງການເງິນກໍໄດ້ຮັບເງິນອຸປະຖໍາກອງປະຊຸມດັ່ງກ່າວຈາກແຂວງບໍລິຄໍາໄຊ 80 ລ້ານກີບ, ຜົ້ງສາລີ 10 ລ້ານກີບ, ຫລວງນໍ້າທາ 20 ລ້ານກີບ, ສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດ
10 ລ້ານກີບ, ແຂວງຫລວງພະບາງ 50 ລ້ານກີບ, ໄຊສົມບູນ 30 ລ້ານກີບ, ກະຊວງແຮງງານສະຫວັດດີການ-ສັງຄົມ 20 ລ້ານກີບ, ແຂວງສາລະວັນ ແລະ ຄໍາມ່ວນພາກສ່ວນລະ 50 ລ້ານກີບ.

    ໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງການເງິນໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆທີ່ໄດ້ໃຫ້ການອຸປະຖໍາໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນໍາໃຊ້ເງິນທີ່ໄດ້ຈາກການສະໜັບສະໜູນຄັ້ງນີ້ເຂົ້າຮັບໃຊ້ກອງປະຊຸມໃຫຍ່ສໍາຄັນນີ້ໃຫ້ມີຜົນປະໂຫຍດສູງສຸດ.

No comments:

Post a Comment