Ad

Ad

25 January 2016

ອຸຕຸ​ເຕືອນ​ສະພາບ​ອາກາດ​ຈະ​ໜາວ​ລົງ​ອີກ 5-7 ອົງສາ

     ກົມອຸຕຸນິຍົມ ​​ແລະ ອຸທົກກະສາເຕືອນວ່າ: ມວນອາກາດທີ່ໜາວເຢັນຈາກສປ ຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ ດ້ວຍກຳລັງແຮງໃນ​​ໄລຍະວັນທີ 23-27 ມັງກອນນີ້, ​ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຈະໜາວເຢັນລົງຕື່ມອີກ 5-7 ອົງສາໃນແຕ່ລະພາກ, ພ້ອມຈະມີຝົນຕົກແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ​ໂດຍສະເພາະ​​ເຂດພູສູງ, ພູດອຍ, ບັນດາແຂວງພາກເໜືອ, ​ໄຊສົມບູນ, ​ເມືອງດາກຈຶງແລະເຂດພູພຽງບໍລະເວນປາກຊ່ອງອາກາດຈະໜາວເຢັນຫລາຍ. ດັ່ງນັ້ນ ຈຶ່ງຂໍ​​​ເຕືອນໃຫ້ປະຊາຊົນ, ອຳນາດການປົກຄອງແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອາກາດໜາວ​, ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍແລະຜູ້ເຖົ້າອາດຈະເຈັບປ່ອຍໄດ້ງ່າຍ. ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມແລະ ອຸທົກກະສາດຢ່າງເປັນປົກກະຕິເພື່ອສາມາດຮັບມືກັບວະພາບການແປງປ່ຽນຂອງດິນຟ້າອາກາດດັ່ງກ່າວ.

No comments:

Post a Comment