Ad

Ad

25 January 2016

ສະຫະພາບເອີຣົບພ້ອມຊ່ວຍເຫລືອລາວເປັນປະທານອາຊຽນ

ທ່ານ ຟຣານຊີສໂກ ຟົງແທນພາໂດ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາອາຊຽນ, ໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ຈໍານວນໜຶ່ງທີ່ຮັບຜິດຊອບວຽກງານອາຊຽນ, ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ລະຫວ່າງວັນທີ 20-22 ມັງກອນ 2016, ພາຍຫລັງທີ່ທ່ານໄດ້ຍື່ນສານແຕ່ງຕັ້ງເປັນເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາອາຊຽນຕໍ່ທ່ານເລຂາທິການໃຫຍ່ອາຊຽນເມື່ອເດືອນຕຸລາ 2015 ຜ່ານມາ, ທີ່ນະຄອນຫລວງຈາກາຕາ, ປະເທດອິນໂດເນເຊຍ.

ໃນລະຫວ່າງການຢ້ຽມຢາມລາວ, ທ່ານ ຟຣານຊີສໂກ ຟົງແທນພາໂດ ໄດ້ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ, ນອກຈາກນີ້ທ່ານຍັງໄດ້ບັນດາທ່ານຫົວໜ້າກົມອາຊຽນ, ກົມເສດຖະກິດ ແລະ ກົມສົນທິສັນຍາ ແລະ ກົດໝາຍຂອງກະຊວງການຕ່າງປະເທດເພື່ອຢໍ້າຄືນຄໍາໝັ້ນສັນຍາຂອງສະຫະ ພາບເອີຣົບໃນການສືບຕໍ່ຊ່ວຍເຫລືອພາກພື້ນນີ້ ແລະ ລວມທັງການເປັນປະທານອາຊຽນຂອງ ສປປ ລາວ.
ທ່ານ ຟຣານຊີສໂກ ຟົງແທນພາໂດ ກ່າວວ່າ: ສະຫະພາບເອີຣົບ ແລະ ອາຊຽນມີເປົ້າໝາຍຮ່ວມກັນຄື: ການສ້າງສັນຕິພາບ ແລະ ຄວາມຮັ່ງມີອຸດົມສົມບູນ, ໂດຍຜ່ານການຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກ, ໂດຍເນັ້ນການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເປັນຕົ້ນຕໍ ແລະ ເປີດກວ້າງການຮ່ວມມືກັບສາກົນໃນຫລາຍດ້ານ. ທ່ານທູດສະຫະພາບເອີຣົບປະຈໍາອາຊຽນກ່າວຕື່ມວ່າ: ໃນໄລຍະຜ່ານມາ, ສະຫະພາບເອີຣົບ ແລະ ອາຊຽນໄດ້ເຮັດວຽກຮ່ວມກັນຢ່າງໜັກແໜ້ນເພື່ອເສີມຂະຫຍາຍສາຍພົວພັນໃຫ້ແໜ້ນແຟ້ນ ແລະ ສະຫະພາບເອີຣົບມີຄວາມຍີນດີແບ່ງປັນບົດຮຽນໃນການເຊື່ອມໂຍງຂອງຕົນ, ປັອຈຸບັນອາຊຽນແມ່ນຄູ່ຮ່ວມການຄ້າລາຍໃຫຍ່ອັນດັບສາມຂອງສະຫະພາບເອີຣົບຖັດຈາກສະຫະລັດອາເມລິກາ ແລະ ຈີນ, ໂດຍມີມູນຄ່າການຄ້າທັງໝົດ 206 ຕື້ເອີໂຣໃນປີ 2011, ຂະນະດຽວກັນສະຫະພາບເອີຣົບກໍແມ່ນຄູ່ຮ່ວມມືການຄ້າອັນດັບສອງຂອງອາຊຽນຖັດຈາກຈີນ, ເຊິ່ງກວມປະມານ 11% ຂອງມູນຄ່າການຄ້າຂອງອາຊຽນ .ພ້ອມດຽວກັນນັ້ນສະຫະພາບເອີຣົບຍັງເປັນຄູ່ຮ່ວມພັດທະນາຂອງຫລາຍປະເທດສະມາຊິກອາຊຽນ, ໂດຍສະເພາະແຕ່ປີ 2017-2020 ມີມູນຄ່າການຊ່ວຍເຫລືອຫລາຍກວ່າ 2 ຕື້ເອີໂຣ, ໃນນີ້ຫລາຍກວ່າ 200 ລ້ານເອີໂຣແມ່ນສຸມໃສໂຄງ ການເຊື່ອມຈອດຂອງອາຊຽນ.

No comments:

Post a Comment