Ad

Ad

25 January 2016

89.75% ຂອງຄອບຄົວໃນທົ່ວປະເທດເຮົາໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ

ທ່ານ ດຣຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງານແລະ ບໍ່ແຮ່​​ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ x ຂອງພັກວ່າ: ການພັດທະນາອຸດສາຫະກຳພະລັງງານໄຟຟ້າຂອງປະເທດໃນໄລຍະ 5 ປີຜ່ານມາມີອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ການພັດທະນາເຂື່ອນໄຟຟ້າສຳເລັດແລະ ສາມາດຜະລິດໄຟຟ້າໄດ້ແລ້ວ​ 38 ​ແຫ່ງ, ລວມມີກຳລັງການຜະລິດຫຼາຍກວ່າ 6.000 ​ເມກາວັດ, ​ເພີ່ມຂຶ້ນ​ 26 ​ແຫ່ງຖ້າທຽບໃສ່ 5 ປີກ່ອນສາມາດ ຕອບສະໜອງໄດ້ 148 ​ເມືອງທົ່ວປະເທດແມ່ນໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ 100% , ​ໃນນັ້ນມີ 85,54% ຂອງຈຳນວນບ້ານແລະ 89,78 % ຂອງຄອບຄົວ​​ໃນທົ່ວປະເທດມີໄຟຟ້າຊົມໃຊ້ຖາວອນລື່ນ 200 ເທົ່າ, ເມື່ອທຽບກັບປີ 1975 ແລະລື່ນແຜນການທີ່ວາງໄວ້​ 9,78 % , ພ້ອມກັນນັ້ນການພັດທະນາພະລັງງານທາງເລືອກໃໝ່ເຊັ່ນ: ພະລັງງານແສງຕາເວັນຢູ່ເຂດຫ່າງໄກສອກຫຼີກກໍໄດ້ຮັບການພັດທະນາເຊັ່ນດຽວກັນ, ມາຮອດກາງປີ 2015 ​ການຊົມໃຊ້ພະລັງງານແສງຕາເວັນມີ​ 14.327
ຄອບຄົວ, ​ເທົ່າກັບ 1,27 % ຂອງຄອບຄົວ​​ທົ່ວປະເທດ, ສ່ວນພະລັງານລົມ, ຊີວະພາບ, ຊີວະມວນແລະ ພະລັງງານອື່ນໆກໍໄດ້ມີການກະກຽມພັດທະນາໃຫ້ຕໍ່ເນື່ອງຢູ່ບາງທ້ອງຖິ່ນທີ່ມີເງື່ອນໄຂ, ສຳລັບການຂະຍຫາຍໄຟຟ້າໃຫ້ແກ່ຄອບຄົວທຸກຍາກຢູ່ຊົນນະບົດຫ່າງໄກສອກ ຫຼີກ, ທາງຂະແໜງໄຟຟ້າກໍໄດ້ມີນະໂຍບາຍຕິດຕັ້ງໄຟຟ້າໃຫ້ກ່ອນແລ້ວຈຶ່ງຊຳລະແບບຜ່ອນຜັກນຕາມຫຼັງ, ດ້ວຍການຄິດໄລ່ເຂົ້າໃນການຊົມໃຊ້ໄຟຟ້າໃນແຕ່ລະ​​ເດືອນອັນໄດ້ເຮັດໃຫ້ປະຊາຊົນມີຄວາມພືງພໍໃຈແລະເຮັດໃຫ້ເຂົາເຈົ້າມີເງື່ອນໄຂພັດທະນາຊີວິດການ​​ເປັນຢູ່ຂອງຕົນດີຂື້ນ​​​ເປັນລຳດັບ.

ທ່ານລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່ໃຫ້ຮູ້ອີກວ່າ: ນອກຈາກການຜະລິດແລ້ວໃນໄລຍະ 5 ປີຜ່ານມາລາວເຮົາສາມາດຈຳໜ່າຍໄຟຟ້າອອກໄປຕ່າງປະເທດເຊັ່ນ: ​​ໄທ , ຫວຽດນາມ, ກຳປູເຈຍໄດ້ເພີ່ມຂື້ນເຖິງ 4 ​ເທົ່າຖ້າທຽບໃສ່ປີ 2010 ​ແລະ ຄາດວ່າ​​ໃນປີ 2016 ນີ້ຈະເລີ່ມຂາຍ​​ໄຟຟ້າໄປມຽນມ້າແລະຈະສາມາດສ້າງລາຍຮັບສະເລ່ຍໄດ້ຫຼາຍກວ່າ 300 ລ້ານໂດລາສະຫາລັດຕໍ່ປີແລະ ມີທ່າອຽງຈະເພີ່ມຂຶ້ນໃນແຕ່ລະປີອີກດ້ວຍ.

No comments:

Post a Comment