Ad

Ad

25 January 2016

ຜົນສຳ​ເລັດ​ເບື້ອງ​ຕົ້ນຂອງ​ການ​​ປະຕິ​ຮູບ​ລະ​ບົບການ​ສຶກສາ​ແຫ່ງ​ຊາດ

     ສະຫາຍ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະ ກິລາໄດ້ມີຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້​​ແທນທົ່ວປະເທດ ຄັ້ງທີ X ຂອງພັກ, ຊຶ່ງໄດ້ສຳເລັດລົງໃນວັນທີ 22 ມັງກອນນີ້, ກ່ຽວກັບ​​ຜົນສຳເລັດຂອງການປະຕິຮູບລະບົບການສຶກສາແຫ່ງຊາດຂອງປະເທເຮົາວ່າ: ລະບົບການສຶກສາແຫ່ງຊາດໄດ້ຮັບການປັບປຸງແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງແຕ່ລະປີຈຳນວນຜູ້ຮຽນໄດ້ເພີ່ມຂຶ້ນ ສາມາດບັນລຸຄາດໝາຍຂອງແຜນງານແຫ່ງຊາດການສຶກສາເພື່ອທຸກຄົນກໍຄືເປົ້າໝາຍສະຫັດສະວັດດ້ານການພັດທະນາປີ 2015 ກ່ຽວກັບອັດຕາເຂົ້າຮຽນຂອງນັກຮຽນໃນສາຍສາມັນສຶກສາ​ ​ເປັນຕົ້ນໄດ້ປະກາດຈົບຊັ້ນປະຖົມບຳລຸງທົ່ວປະເທດເປັນທາງການໃນ​​ເດືອນສິງຫາ 2015 ຜ່ານມານີ້, ມາຮອດ
ປັດຈຸບັນມີ 57 ​ເມືອງ, 2 ​ແຂວງແລະ ນະຄອນຫລວງວຽງຈັນໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ; ພ້ອມນີ້ໄດ້ປັບປຸງແລະ ຈັດລະບົບການຈັດການຮຽນ-ການສອນໃຫ້ຮັດກຸມກວ່າເກົ່າເພື່ອເອົາຄຸນນະພາດ້ວຍການປ່ຽນແປງວິທີການຮັບນັກຮຽນເຂົ້າຮຽນ, ສົ່ງເສີມເພດຍິງ, ຊົນເຜົ່າ, ຜູ້ດ້ອຍໂອກາດ, ຜູ້ມີ
ຄຸນສົມບັດດີ, ຮຽນ​​ເກັ່ງໃຫ້ໄດ້ຮຽນລະດັບສູງຂຶ້ນຕາມພອນສະຫວັນແລະ ຄວາມສາມາດຂອງເຂົາເຈົ້າ; ​ໄດ້ຮ່ວມມືກັບພາກເອກະຊົນທັງພາຍໃນແລະ ຕ່າງປະເທດໃນການສ້າງກຳລັງແຮງງານ, ​ໂດຍສະເພາະການນສ້າງສີມືແຮງງານຢູ່ສະຖານອາຊີວະສຶກສາ. ບັນດາມະຫາວິທະຍາໄລຂອງລາວເຮົາໄດ້ຮ່ວມມືກັບ 30 ​ແຫ່ງຂອງ​​ມະຫາວິທະຍາໄລຕ່າງປະເທດ, 8 ອົງການຈັດຕັ້ງສາກົນແລະໄດ້ດຳເນີນໂຄງການຄົ້ນຄວ້າວິໄຈວິທະຍາສາດຫລາຍກວ່າ 300 ​ໂຄງການແລະໄດ້ນຳເອົາຜົນການຄົ້ນຄ້ວາວິໄຈດັ່ງກ່າວ ຈຳນວນໜຶ່ງລົງພິມເຜີຍແຜ່ໃນວາລະສານ ວິທະຍາສາດໃນລະດັບສາກົນ; ​ໄດ້ດັດສົມຈຳນວນນັກຮຽນເຂົ້າຮຽນວິຊາສະເພາະລະດັບຕ່າງໆໄປຕາມທິດ​​ແບບຮູບທາດ, ​ຊຶ່ງເຮັດໃຫ້ກະແສນັກຮຽນເຂົ້າຮຽນວິຊາຊີບໄດ້ມີການຫັນປ່ຽນຢ່າງຈະແຈ້ງຄື: ສົກຮຽນປີ 2010-2011 ມີນັກຮຽນສາຍອາຊີວະສຶກສາ 40 ພັນກວ່າຄົນ, ມາເຖິງສົກປີ 2014-2015 ມີ 64 ພັນກວ່າຄົນແລະ ມີນັກສຶກສາມະຫາວິທະຍາໄລ 36 ພັນກວ່າຄົນ, ຊຶ່ງກ່ອນໜ້ານັ້ນ ຈຳນວນນັກສຶກສາມະຫາວິທະຍາໄລຈະຫລາຍກວ່າຈຳນວນນັກຮຽນສາຍອາຊີວະສຶກສາແລະ ດ້ານຄຸນນະພາບການສຶກສາ  ​ຂອງ ສປປ ລາວ ມີທ່າອ່ຽງກ້າວສູ່ຄຸນນະພາໃໝ່ຢ່າງຕັ້ງໜ້າ, ນັກຮຽນລາວເຮົາ ສາມາດເຂົ້າຮ່ວມແຂ່ງຂັນສີມືແຮງງານໃນລະດັບພາກພື້ນແລະ​ ​ເຂົ້າຮ່ວມສອບ​​ເສັງດ້ານໄອທີໃນລະດັບໂລກ ຊຶ່ງຜົນຂອງການແຂ່ງຂັນແຕ່ລະຄັ້ງໄດ້ດີພໍສົມຄວນແລະ ຢູ່ໃນຂອບມາດຖານຂອງພາກພື້ນແລະ ສາກົນ. ​ເວົ້າລວມແລ້ວ ພື້ນຖານຂອງການປະຕິຮູບລະບົບການສຶກສາແຫ່ງຊາດ ກໍຄືການພັດທະນາຊັບພະຍາກອນມະນຸດໃນ 5ປີຜ່ານມາ ດ້ານປະລິມານແລະ ຄຸນນະພາໄດ້ມີຄວາມສອດຄ່ອງແລະ ກົມກຽວກັນດີຂຶ້ນ, ​ໂດຍສະເພາະແມ່ນການກໍ່ສ້າງກຳລັງແຮງງານ, ນັກວິຊາການລະດັບສູງແລະ ນາຍຊ່າງກຳມະກອນໄດ້ມີການຫັນປ່ຽນຈາກແບບຮູບຂັນ ກ້າວໄປສູ່ແບບຮູບທາດເທື່ອລະກ້າວແລະ ຄາດວ່າ: ​​ໃນສົກປີຕໍ່ໜ້າຂະແໜງການສຶກສາຍັງຈະໄດ້ສືບຕໍ່ປັບປຸງບາງຂໍ້ຄົງຄ້າງຈຳນວນໜຶ່ງເຊັ່ນ: ອັດຕາລອດເຫລືອຂອງນັກຮຽນຊັ້ນປະຖົມ 1 ຮອດ 5 ບັນລຸພຽງແຕ່ 78,3% ​ເຊິ່ງຄາດໝາຍໄດ້ກຳນົດໄວ້ໃຫ້ບັນລຸ 95%, ຄຸນນະ ພາບຂອງການສຶກສາມີທ່າອ່ຽງດີຂຶ້ນແຕ່ຖ້າທຽບໃສ່ພາກພື້ນແລະ ສາກົນ ຖືວ່າຍັງຕ່ຳ, ສະພາບການກໍ່ສ້າງຊັບພະຍາກອນມະນຸດເຫລືອບໍ່ພໍຍັງເປັນບັນຫາທີ່ຈະຕ້ອງຮີບຮ້ອນແກ້ໄຂ​​ ​ເພື່ອສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານໃຫ້ດີກວ່າເກົ່າ.

No comments:

Post a Comment