Ad

Ad

25 January 2016

ໂຍທາ ວາງ​ແຜນພັດທະນາ​ບ້ານ ​ແລະ ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ໃນ​ຊົນນະບົດ

     ສະຫາຍ ດຣ. ບຸນຈັນ ສິນທະວົງ ​, ລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງໄດ້ສະເໜີກ່ຽວກັບການວາງແຜນຜັງພັດທະນາບ້ານແລະ ສ້າງບ້ານໃຫຍ່​​ໃຫ້ກາຍເປັນຕົວເມືອງໃນຊົນ ນະບົດ ຕໍ່ກອງປະຊຸມໃຫຍ່ຜູ້​​ແທນທົ່ວປະເທດ ຄັ້ງທີ X ຂອງພັກ, ​ທີ່ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນທ້າຍອາທິດຜ່ານມານີ້, ​ໂດຍໄດ້ຊີ້ໃຫ້ເຫັນວ່າ: ​ໃນ 5 ປີຜ່ານມາວຽກງານໂຍທາທິການແລະ ຂົນສົ່ງ, ​ໄດ້ຖືສຳຄັນວຽກງານພັດທະນາຕົວເມືອງ ຕິດພັນກັບການພັດທະນາຊົນນະບົດຕາມທິດສາມສ້າງຕາມວິຊາການທີ່ຂະແໜງການຕົນຮັບຜິດຊອບ, ​ໃນນີ້ໄດ້​​ສູ້ຊົນຄົ້ນຄວ້າການຈັດຕັ້ງປະຕິບັດການວາງແຜນຜັງລວມຂອງຕົວເມືອງ, ​ໄດ້ສຳເລັດໂດຍພື້ນຖານໃນ 148 ​ເມືອງທົ່ວປະເທດ ຈາກນັ້ນໄດ້ຄົ້ນຄວ້າຊອກຫາທຶນຮອນ
ຈາກອົງການຈັດຕັ້ງສາກົນ ບັນດາປະເທດເພື່ອນມິດແລະ ງົບປະມານພາຍໃນມາສືບຕໍ່ພັດທະນາພື້ນຖານໂຄງລ່າງຕົວເມືອງຢ່າງເປັນລະບົບ,ອັນພົ້ນເດັ່ນແມ່ນໄດ້​​ເອົາໃຈໃສ່ສົມທົບກັບອົງການປົກຄອງທ້ອງຖິ່ນ ປຸກລະດົມທຸກພາກ ສ່ວນເຂົ້າຮ່ວມການລົງທຶນກໍ່ສ້າງນ້ຳປະປາຂະໜາດນ້ອຍ ຕາມແນວທາງນະໂຍບາຍຂອງພັກທີ່ວ່າ: ລັດແລະ ປະຊາຊົນພ້ອມກັນເຮັດ, ​ເຊິ່ງປະຕິ ບັດໄດ້ 25 ບ້ານແລະ 10 ຕົວເມືອງ, ​ທີ່ນອນໃນແຂວງວຽງຈັນ, ​ໄຊຍະບູລີ, ບໍລິຄຳໄຊ ສະຫວັນນະເຂດ, ຫລວງພະບາງແລະແຂວງວຽງຈັນ. ສຳລັບແຂວງສາລະວັນໄດ້ເອົາການພັດທະນາຕົວເມືອງ ຕິດພັນກັບການກໍ່ສ້າງເສັ້ນທາງຫລວງແຫ່ງຊາດ. ແລະ ເທດສະບານຫຼາຍຕົວເມືອງໄດ້ຮັບກາປູຢາງ.
     ພ້ອມນີ້ ຄະນະພັກກະຊວງ ຍທຂ ຍັງໄດ້ຊີ້ນຳຄົ້ນຄວ້າສ້າງຕົວແບບປຶ້ມຄູ່ມືການວາງແຜນຜັງບ້ານພັດທະນາ, ບ້ານໃຫຍ່ແລະ ຕົວເມືອງ​​ໃນຊົນນະບົດໃຫ້ຮູ້ຈັກເຖິງພື້ນຖານດ້ານວິຊາການໃນລະດັບໃດໜຶ່ງ​, ​ໂດຍສະເພາະແມ່ນ​​ນາຍບ້ານ, ​ເຈົ້າເມືອງ, ​ຮອງເຈົ້າເມືອງແລະ ວິຊາການ ສາມາດເຂົ້າໃຈແລະ ຮັບຮູ້ໄດ້ດ້ານຫລັກການພື້ນຖານໃນການວາງແຜນຜັງພັດທະນາບ້ານ, ສ້າງບ້ານໃຫຍ່ແລະ ຕົວເມືອງໃນຊົນນະບົດ, ພ້ອມນັ້ນ ຍັງໄດ້ດຳເນີນການເຜີຍແຜ່ໃຫ້ແກ່ພະນັກງານວິຊາການທີ່ຮັບຜິດ ຊອບວາງແຜນຜັງເມືອງແລະ ຜັງບ້ານຢູ່ຂັ້ນພະແນ ຍທຂ ນະຄອນຫລວງວຽງຈັນແລະ ຫ້ອງການເມືອງໃນທົ່ວປະເທດ ແລະໄດ້ທົດລອງນຳໃຊ້ຢູ່ເມືອງກະລຶມໃໝ່ແຂວງເຊກອງແລະຕົວແບບສ້າງຜັງບ້ານຜາລະແວກ, ​ຜັງບ້ານເມືອງອອມແລະ ຜັງເມືອງລ່ອງແຈ້ງແຂວງໄຊສົມບູນ, ຜ່ານການຈັດຕັ້ງປະຕິບັດທົດລອງຕົວຈິງ ຢູ່ເມືອງກະລຶມໃໝ່ໃນ 2 ບ້ານແລະ 1 ​ເມືອງຢູ່ແຂວງ​​ໄຊສົມບູນ ສາ ມາດສະຫລຸບໄດ້ເບື້ອງຕົນວ່າ: ປຶ້ມຄູ່ມືດັ່ງກ່າວເປັນພື້ນຖານອັນດີໃຫ້ແກ່ການນຳໃຊ້ເປັນຕົວແບບ​, ​ແຕ່ຍັງຈະຕ້ອງໄດ້ສືບຕໍ່ປັບປຸງບາງດ້ານ ທີ່ຍັງບໍ່ທັນລະອຽດຄົບຖ້ວນເພື່ອເຮັດໃຫ້ຖືກຕ້ອງກັບສະ ພາບຕົວຈິງຂອງແຕ່ລະທ້ອງຖິ່ນອີກດ້ວຍ.

No comments:

Post a Comment