ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ຫລັກການ,
ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນສົມບູນ 685 ສະ ຫາຍ, ໃນນັ້ນມີຜູ້ແທນບົ່ງຕົວ 1 ສະຫາຍ. ບັນດາຜູ້ແທນກອງປະຊຸມໃຫຍ່ເປັນຕົວແທນໃຫ້ແກ່ສະມາ ຊິກພັກທັງໝົດໃນທົ່ວປະເທດ 252.879 ສະຫາຍ.
ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກດັ່ງນີ້:
1. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະພາບລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ
IX ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ X ໂດຍໄດ້ສະແດງຄວາມເຫັນດີເຫັນພ້ອມນຳການສະຫລຸບຕີລາຄາຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ເປັນຕົ້ນບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງບູລະນະລະບົບອຳນາດແຫ່ງລັດ, ວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ, ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ວຽກງານກໍ່ສ້າງພະນັກງານ, ບັນດາຜົນສຳເລັດທີ່ບັນລຸໄດ້ 5 ປີຜ່ານມາ, ໄດ້ສ້າງພື້ນຖານ ແລະ ທ່ວງທ່າໃໝ່ໃຫ້ແກ່ການສືບຕໍ່ຂະຫຍາຍຕົວຂອງປະເທດຊາດພວກເຮົາໄປຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້.
ກອງປະຊຸມໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາກ່ຽວກັບຂໍ້ຄົງຄ້າງໃນການນຳພາຊີ້ນຳຂອງພັກ ເຊິ່ງເປັນສາເຫດຕົ້ນຕໍອັນໜຶ່ງທີ່ພາໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຈຸດສຸມໃນບາງດ້ານບໍ່ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ເລັ່ງທວງໃຫ້ມີມາດຕະການທີ່ແທດເໝາະ ເພື່ອດຳເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ ແນໃສ່ສ້າງການຫັນປ່ຽນອັນຕັ້ງໜ້າຫລາຍຂຶ້ນໃນການຈັດຕັ້ງປະຕິບັດແນວທາງຂອງພັກຕໍ່ໄປ.
ກອງປະຊຸມໃຫຍ່ໄດ້ຮັບຮອງເອົາຂໍ້ສະຫລຸບ 7 ປະການ ເຊິ່ງເປັນບົດຮຽນອັນປະເສີດທີ່ຖອດຖອນໄດ້ຈາກພຶດຕິກຳແຫ່ງການຈັດຕັ້ງນຳພາປະຕິບັດກອງປະຊຸມໃຫຍ່ຄັ້ງທີ IX ແລະ 30 ປີແຫ່ງການປ່ຽນແປງໃໝ່. ພ້ອມກັນນັ້ນ ກໍໄດ້ກຳນົດ 7 ທິດທາງໜ້າທີ່ໃຫຍ່ສຳລັບໄລຍະຕໍ່ໜ້າ, ກອງປະຊຸມໃຫຍ່ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ
X ຊີ້ນຳ, ຈັດຕັ້ງການຄົ້ນຄວ້າຮໍ່າຮຽນກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນລະບົບເລິກເຊິ່ງ ໂດຍສະເພາະໃຫ້ພະນັກງານສະມາຊິກພັກຜູ້ທີ່ເປັນຫລັກແຫລ່ງຢູ່ໃນທຸກອົງການ, ຂະແໜງການ, ທຸກທ້ອງຖິ່ນ, ທຸກຂົງເຂດວຽກງານ ແລະ ທຸກຂັ້ນໃຫ້ເຂົ້າໃຈຢ່າງຖືກຕ້ອງ ເພື່ອສາມາດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງສອດຄ່ອງ ແລະ ນຳພາປະຕິບັດໃຫ້ເກີດໝາກຜົນຕົວຈິງທີ່ໃຫຍ່ຫລວງຂຶ້ນໄປເລື້ອຍໆ. ພ້ອມກັນນີ້ ກໍມອບໃຫ້ຄະນະບໍລິຫານງານສູນກາງພັກສືບຕໍ່ຄົ້ນຄວ້າຫັນທິດທາງໜ້າທີ່ຈຸດສຸມໃນບາງດ້ານເປັນມະຕິຂອງຄະນະບໍລິຫານງານສູນກາງພັກ ເພື່ອໃຫ້ຄະນະພັກຂັ້ນຕ່າງໆມີບ່ອນອີງອັນລະອຽດຈະແຈ້ງຕື່ມອີກສຳລັບການຈັດຕັ້ງປະຕິບັດ. ຂະນະດຽວກັນນັ້ນ ກໍຊີ້ນຳອົງການລັດໃຫ້ຫັນເປັນນິຕິກຳ,
ເປັນແຜນງານ ແລະ ໂຄງການວຽກງານລະອຽດໃຫ້ໄວ ເພື່ອຍາດແຍ່ງເວລາຈັດຕັ້ງປະຕິບັດເລີ່ມແຕ່ຫົວທີ ແລະ ໃຫ້ໄດ້ຮັບຜົນສຳເລັດອັນສະຫງ່າງາມ.
2. ກອງປະຊຸມໃຫຍ່ໄດ້ຟັງລາຍງານກ່ຽວກັບວິໄສທັດຮອດປີ
2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໃນໄລຍະ 10 ປີ (2016-2025)
ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020) ເຊິ່ງຄຳຂວັນວິໄສທັດ ແລະ ຍຸດທະສາດຂອງການພັດທະນາແມ່ນ “ສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ
2020, ກ້າວໄປສູ່ປະເທດກຳລັງພັດທະນາ ມີລາຍຮັບປານກາງຕາມທິດການພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ
2030”. ກອງປະຊຸມໃຫຍ່ໄດ້ສະແດງຄວາມຄິດເຫັນດີເຫັນພ້ອມກັບວິໄສທັດ, ຍຸດທະສາດ ແລະ ການພັດທະນາດັ່ງກ່າວ ໂດຍມອບໃຫ້ຄະນະບໍລິຫານງານສູນກາງພັກຊີ້ນຳລັດຖະບານໃຫ້ຕັ້ງໜ້າຜັນຂະຫຍາຍເປັນແຜນງານ, ໂຄງການລະດັບຊາດ ລວມທັງກຳນົດຂອບການລົງທຶນສຳລັບໂຄງການເຫລົ່ານັ້ນ ພ້ອມທັງປຸກລະດົມບັນດາພາກສ່ວນເສດຖະກິດ ແລະ ທົ່ວປວງຊົນເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ເປັນຈິງ.
3. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ
IX ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ ສາມາດນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໄດ້ຮັບຜົນສຳເລັດອັນສຳຄັນໃນຫລາຍດ້ານ ແລະ ມີບາງດ້ານກໍລື່ນຄາດໝາຍ. ພ້ອມກັນນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເປັນຄະນະນຳທີ່ມີຄວາມສາມັກຄີເປັນເອກະພາບໜັກແໜ້ນ, ເປັນແກ່ນສານໃຫ້ແກ່ຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ທັງມີຄວາມເປັນເຈົ້າການແກ້ໄຂບັນຫາການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ການກະທຳທີ່ຝືນກົດລະບຽບຂອງພັກໃນຖັນແຖວການນຳຂັ້ນຕ່າງໆ, ພະນັກງານ
ແລະ ສະມາຊິກພັກຈຳນວນໜຶ່ງ.
ກອງປະຊຸມໃຫຍ່ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ
X ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆຢ່າງແຂງແຮງ. ພ້ອມກັນນັ້ນ ກໍວາງມາດຕະການຈຳກັດແກ້ໄຂຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະນຳຂອງພັກໃຫ້ເດັ່ນຂຶ້ນຕື່ມອີກ.
4. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງ ສະໄໝທີ
X ເພື່ອເປັນແນວທາງທາງດ້ານການຈັດຕັ້ງ ຮັບ ຮອງການຈັດຕັ້ງປະຕິບັດແນວທາງການເມືອງໃຫ້ເປັນຈິງ. ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະບັບປັບປຸງໄດ້ຖືກຮັບຮອງເອົາຢ່າງເປັນທາງການ ໂດຍກອງປະຊຸມໃຫຍ່ຄັ້ງທີ X ແລ້ວ ແລະ ມີຜົນບັງຄັບໃຊ້ນັບແຕ່ມື້ກອງປະຊຸມໃຫຍ່ຮັບຮອງເປັນຕົ້ນໄປ.
5. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ
X ເຊິ່ງປະກອບດ້ວຍກຳມະການສົມບູນ 69 ສະຫາຍ ແລະ ກຳມະການສຳຮອງ 8 ສະຫາຍ ເພື່ອເປັນແກ່ນສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີຜົນສຳເລັດໃໝ່, ສ້າງບາດກ້າວບຸກທະລຸໃນການພັດທະນາໃຫ້ເປັນຈິງ ແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກສະໄໝທີ
X ທີ່ດຳເນີນໃນຕອນເຊົ້າຂອງວັນທີ 22 ມັງກອນ 2016 ໄດ້ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກ ເຊິ່ງປະກອບດ້ວຍ 11 ສະຫາຍ; ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ. ພ້ອມກັນນັ້ນ ກໍເລືອກເອົາກຳ ມະການຄະນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມໄດ້ເລືອກເອົາສະຫາຍ ພັນຄຳ ວິພາວັນ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ; ໃນກອງປະຊຸມຄັ້ງນີ້ ຍັງໄດ້ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 9 ສະຫາຍ ໂດຍແມ່ນສະຫາຍ ບຸນທອງ ຈິດມະນີ ເປັນປະທານ. ສຳລັບການແຕ່ງຕັ້ງທີ່ປຶກສາຂອງຄະນະບໍລິຫານງານສູນກາງພັກສະ ໄໝທີ
X, ກອງປະຊຸມໄດ້ມອບໃຫ້ກົມການເມືອງສູນກາງພັກເປັນຜູ້ຕົກລົງແຕ່ງຕັ້ງ ພ້ອມທັງກຳນົດພາລະບົດບາດໜ້າທີ່ລະອຽດຕາມຫລັງ.
6. ກອງປະຊຸມໃຫຍ່ສະແດງຄວາມຊົມເຊີຍ ສັນລະເສີນພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ, ຜູ້ປະກອບການຜະລິດ, ນັກທຸລະກິດ, ບໍລິການ ສັງກັດໃນທຸກພາກສ່ວນເສດຖະກິດ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນຂອບເຂດທົ່ວປະເທດ ແລະ ພີ່ນ້ອງເຊື້ອຊາດລາວທີ່ຮັກຊາດທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຕະຫລອດໄລຍະ 5 ປີຜ່ານມາ ໃຫ້ບັນລຸຜົນສຳເລັດອັນສຳຄັນໃນຫລາຍດ້ານ ອັນເປັນການສ້າງພື້ນ ຖານ ແລະ ທ່ວງທ່າໃໝ່ໃຫ້ແກ່ການນຳເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້. ພ້ອມກັນນັ້ນ ກໍຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ
ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງບັນດາປະເທດອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລ້ຳຄ່າແກ່ພາລະກິດພັດທະນາສ້າງສາປະເທດຊາດຂອງປະຊາຊົນເຮົາໃນ 5 ປີຜ່ານມາ.
ກອງປະຊຸມໃຫຍ່ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ນຳພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ. ພ້ອມກັນນີ້ ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນ້ຳໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່ທຳມາຫາກິນ ແລະ ສ້າງສາພັດທະນາ ເພື່ອສ້າງປະເທດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ພ້ອມກັນນັ້ນ ກໍປະກອບສ່ວນຢ່າງສົມກຽດເຂົ້າໃນການສ້າງຄວາມຈະເລີນວັດທະນາຂອງປະຊາຄົມອາຊຽນ ກໍຄືໃນພາລະກິດແຫ່ງການເສີມສ້າງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
No comments:
Post a Comment